spot_img
Homeຂ່າວເຫດການຮອງປະທານປະເທດ ຕ້ອນຮັບລັດຖະມົນຕີວ່າການ ກະຊວງປ້ອງກັນຄວາມສະຫງົບ ສປປ ເກົາຫລີ

ຮອງປະທານປະເທດ ຕ້ອນຮັບລັດຖະມົນຕີວ່າການ ກະຊວງປ້ອງກັນຄວາມສະຫງົບ ສປປ ເກົາຫລີ

Published on

ຂປລ. ວັນ​ທີ 4 ມີນາ ນີ້ ທ່ານ ບຸນ​ຍັງ ວໍລະ​ຈິດ ຮອງ​ປະທານ​ປະ​ເທດ​ແຫ່ງ ສປປ ລາວ ​ໄດ້​ໃຫ້​ກຽດ​ຕ້ອນຮັບ​ ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງທ່ານ ພົນ​ເອກ ຊວຍ​ປູ​ອີນ ກໍາມະການ​ສູນ​ກາງ​ພັກ​ແຮງ​ງານ ​ເກົາຫລີ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ ສປປ ​ເກົາຫລີ ພ້ອມ​ດ້ວຍ​ຄະນະ​ໃນ​ໂອ ກາດ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ລະຫວ່າງ​ວັນ​ທີ 3-6 ມີນາ 2016.

ໂອກາດ​ດັ່ງກ່າວ, ທ່ານ ບຸນ​ ຍັງ ວໍລະ​ຈິດ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ​ແລະ ຕີ​ລາຄາ​ສູງ​ຕໍ່​ການ​ເດີນທາງ​ມາ​ຢ້ຽ​ມຢາມ ​ແລະ ​ເ​ຮັດ​ວຽກ​ຢູ່ ສປປ ລາວ ​ຂອງທ່ານ ພົນ​ເອກ ຊວຍ​ປູ​ອີນ ພ້ອມ​ຄະນະ ​ເຊິ່ງ​ເປັນ​ການ​ປະກອບ​ສ່ວນ​ອັນ​ສໍາຄັນ ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມືລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ​ສ​ອງຊາດ ສປປ ລາວ ​- ສປປ ​ເກົາຫລີ ​ໃຫ້​ໄດ້​ຮັບ​ການ​ພັດທະນາ ​ແລະ ​ແຕກ​ດອກ​ອອກ​ຜົນງອກ​ງາມ​ຍິ່ງໆ​ຂຶ້ນ.

ທ່ານ ພົນ​ເອກ ຊວຍ​ປູ​ອີນ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ທ່ານ ບຸນ​ຍັງ ວໍລະ​ຈິດ ທີ່​ໄດ້​ສະຫລະ​ເວ ລາ​ອັນ​ມີຄ່າ​ໃ​ນການ​ຕ້ອນຮັບອັນ​ອົບ​ອຸ່ນ, ພ້ອມ​ທັງ​ແຈ້ງ​​ໃຫ້​ຊາບໃນ​ການ​ເດີນທາງ​ມາ​ຢ້ຽມຢາມ ສປປ ລາວ ​ໃນ​ຄັ້ງນີ້.​ ​ເພື່ອ​ມາ​ພົບ​ປະເຮັດ​ວຽກ​ຮ່ວມ​ກັບຄະນະ​ຜູ້​ແທນກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ ແຫ່ງສປປ ລາວ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...