Homeຂ່າວທ້ອງຖິ່ນເມືອງສີໂຄດຕະບອງ ເປີດ​ງານ​ຕະຫຼາດນັດ ປະຈຳ​ປີ 2016 ມີຫົວໜ່ວຍເຂົ້າວາງສະແດງ ເກືອບ 70 ຮ້ານ!

ເມືອງສີໂຄດຕະບອງ ເປີດ​ງານ​ຕະຫຼາດນັດ ປະຈຳ​ປີ 2016 ມີຫົວໜ່ວຍເຂົ້າວາງສະແດງ ເກືອບ 70 ຮ້ານ!

Published on

ພິທີ​ເປີດ​ງານ​ຕະຫຼາດນັດ ວາງສະແດງ ແລະ ຂາຍ​ສິນຄ້າ ກະສິກຳ ອຸດສາຫະກຳ ແລະ ຫັດຖະ​ກຳ ປະຈຳ​ປີ 2016 ທົ່ວ​ເມືອງສີ​ໂຄດ​ຕະບອງ ນະຄອນຫຼວງວຽງ​ຈັນ ຈັດ​ຂຶ້ນ​ວັນ​ທີ 4 ມີນາ 2016 ທີ່​ບ້ານ​ໜອງ​ໜ້ຽວ ເປັນປະທານ​ຂອງ​ທ່ານ​ນາງ ພູ​ວຽງ ແກ້ວ​ວົງ​ວິຈິດ ເຈົ້າເມືອງ​ສີ​ໂຄດຕະບອງ ທ່ານ​ຮອງ​ເຈົ້າເມືອງ ຕາງໜ້າ​ຈາກ​ພະແນກການ ຫ້ອງການ ແຂກ​ຖືກ​ເຊີນ ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ການ​ຈັດ​ງານ​ໃນ​ຄັ້ງ​ນີ້​ ເປັນ​ການສະຫຼຸບ​ຄືນ​ການຈັດຕັ້ງ​ແຜນ​ພັດທະ​ນາ​ເສດຖະກິດ-ສັງຄົມ​ຂອງເມືອງ​ສີ​ ໂຄດ​ຕະບອງ ໃນ 1 ປີຜ່ານ​ມາ ພ້ອມ​ທັງ​ສ້າງ​ເງື່ອນໄຂ ໃຫ້​ຊາວ​ກະສິກອນ ຊ່າງ​ຫັດຖະກຳ ຄອບຄົວ​ຕົວ​ແບບ ຫົວໜ່ວຍທຸລະ​ກິດ​ດ້ານ​ຕ່າງໆພາຍ​ໃນເມືອງ ແລະ ຕ່າງ​ເມືອງ ​ໄດ້​ນຳເອົາ​ຜະລິດ​ຕະ​ພັນ​ຂອງ​ຕົນ​ມາວາງສະແດງ ຂາຍ​ອອກ​ສູ່​ສັງຄົມ ສົ່ງເສີມ​ການ​ຜະລິດ​ດ້ານ​ອຸດ​ສາຫະ​ກຳ ແລະ ຫັດຖະກຳ​ໃຫ້​ຂະຫຍາຍ​ຕົວ​ຕໍ່​ເນື່ອງ ເຮັດ​ໃຫ້ການຜະລິດ​ຕິດ​ພັນ​ກັບ​ຕະຫຼາດ​ຢູ່​ພາຍໃນ​ເມືອງ ແລະ ສົ່ງ​ອອກ ພ້ອມກັນ​ນັ້ນ ຊຸກຍູ້​ການ​ຜະລິດ​ເປັນ​ສິນຄ້າ​ຂອງ​ປະຊາຊົນ ຄອບຄົວ​ຕົວແບບ​ຜະລິດ​ສິນຄ້າ​ໃຫ້​ເຕີບ​ໃຫຍ່ເຂັ້ມແຂງ ເປີດ​ກວ້າງ​ດ້ານ​ການຄ້າ ການ​ບໍລິການ ການ​ທ່ອງທ່ຽວຂອງ​ເມືອງ​ໃຫ້​ຂະຫຍາຍຕົວ​ກວ້າງຂວາງ​ຂຶ້ນ​ຕື່ມ ທັງ​ເປັນການ​ແລກປ່ຽນ​ບົດຮຽນ​ຂອງ​ຊາວກະສິກອນ ຊ່າງ​ຫັດຖະກຳ ຄອບຄົວ​ຕົວ​ແບບ ຜູ້​ທຳ​ການ​ຜະລິດສິນຄ້າ​ໂອ​ດ໋ອບພາຍ​ໃນ​ເມືອງ.

ສຳລັບ​ຮ້ານ​ທີ່​ເຂົ້າ​ຮ່ວມ​ວາງສະແດງ ແລະ ຂາຍ​ສິນຄ້າ​ໃນງານ​ມີ​ຈຳນວນ​ທັງ​ໝົດ 68 ຮ້ານ ເມື່ອ​ທຽບໃສ່​ປີ 2015 ເພີ່ມ​ຂຶ້ນ 36,17% ແລະ ມູນ​ຄ່າ​ລວມຂອງ​ສິນຄ້າ 384 ລ້ານ​ກວ່າ​ກີບ ທຽບໃສ່​ປີ 2015 ເພີ່ມ​ຂຶ້ນ 63,55% ງານ​ວາງສະແດງ​ສິນຄ້າ​ດັ່ງກ່າວ ​ຈະ​ເປີດ​ເປັນ​ເວລາ 5 ວັນ ເລີ່ມ​ແຕ່​ມື້​ເປີດ​ເປັນຕົ້ນ​ໄປ ຮອດ​ວັນ​ທີ 8 ມີນາ 2016.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...