Homeຂ່າວຕ່າງປະເທດຟິລິບປິນ ຍຶດກຳປັ່ນສິນຄ້າຂອງເກົາຫລີເໜືອ ຕາມບັນຊີຂວ້ຳບາດຂອງ ສະຫະປະຊາຊາດ!

ຟິລິບປິນ ຍຶດກຳປັ່ນສິນຄ້າຂອງເກົາຫລີເໜືອ ຕາມບັນຊີຂວ້ຳບາດຂອງ ສະຫະປະຊາຊາດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ມີນາຜ່ານມານີ້ວ່າ ເຈົ້າໜ້າທີ່ຟິລິບປິນ ໄດ້ດຳເນີນການຍຶດກຳປັ່ນສິນຄ້າ ຂອງລັດຖະບານເກົາຫລີເໜືອລຳໜຶ່ງ ໂດຍທ່ານ ມາໂນໂລ ເກຊອນ ຮອງໂຄສົກ ປະທານາທິບໍດີຟິລິບປິນ ໄດ້ລະບຸວ່າ ພວກເຂົາຈຳເປັນຕ້ອງຍຶດເຮືອລຳນີ້ ເນື່ອງຈາກເປັນສ່ວນໜຶ່ງ ຂອງການບັງຄັບໃຊ້ ມາດຕະການຂວ້ຳບາດຕໍ່ເກົາຫລີເໜືອ ຕາມມະຕິຂອງສະຫະປະຊາຊາດ ເພື່ອລົງໂທດກໍລະນີທີ່ ລັດຖະບານເກົາຫລີເໜືອ ຍິງທົດລອງອາວຸດນິວເຄລຍຄັ້ງທີ 4 ແລະ ຍິງລູກສອນໄຟໄລຍະໄກ ເມື່ອບໍ່ດົນມານີ້ ຂະນະທີ່ລູກເຮືອຈຳນວນ 21 ຄົນ ໄດ້ຖືກຄວບຄຸມຕົວໄວ້ ແລະ ຈະຖືກສົ່ງກັບເກົາຫລີເໜືອ.

ທັງນີ້ ຄະນະມົນຕີຄວາມໝັ້ນຄົງ ແຫ່ງ ສະຫະປະຊາຊາດ ໄດ້ມີມະຕິໃຊ້ມາດຕະການຂວ້ຳບາດຮຸນແຮງ ຕໍ່ເກົາຫລີເໜືອ ໃນມື້ວັນພຸດທີ 2 ມີນາຜ່ານມານີ້.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...