Homeຂ່າວຕ່າງປະເທດໂບລີວີຈັບມືຣັດເຊຍ ບັນລຸຂໍ້ຕົກລົງ ຮ່ວມພັດທະນາພະລັງງານນິວເຄລຍ!

ໂບລີວີຈັບມືຣັດເຊຍ ບັນລຸຂໍ້ຕົກລົງ ຮ່ວມພັດທະນາພະລັງງານນິວເຄລຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ມີນານີ້ວ່າ ທາງການໂບລີວີ ໄດ້ບັນລຸຂໍ້ຕົກລົງຮ່ວມມືດ້ານນິວເຄລຍ ມູນຄ່າ 300 ລ້ານໂດລາ ກັບບໍລິສັດພະລັງງານປະຣະມານູ ໂຣຊາຕອມ ຂອງລັດຖະບານຣັດເຊຍ ໃນການສ້າງສູນນິວເຄລຍພາຍໃນປະເທດ ເມື່ອວັນທີ 6 ມີນາຜ່ານມາ ໂດຍຂໍ້ຕົກລົງດັ່ງກ່າວນີ້ ຈະຖືກນຳເຂົ້າພິຈາລະນາອະນຸມັດ ຈາກລັດຖະສະພາໂບລີວີ ອີກຂັ້ນຕອນໜຶ່ງ.

ພາຍໃຕ້ຂໍ້ຕົກລົງດັ່ງກ່າວນີ້ ຝ່າຍຣັດເຊຍຈະໃຫ້ຄວາມຊ່ວຍເຫລືອ ແກ່ທາງການໂບລີວີ ໃນການພັດທະນາພື້ນຖານ ໂຄງລ່າງທີ່ຈຳເປັນ ສຳລັບການເດີນໜ້າໂຄງການກໍ່ສ້າງ ແລະ ພັດທະນາພະລັງງານນິວເຄລຍ ເພື່ອເປັນແຫລ່ງພະລັງງານ ອັນຈະເປັນຜົນປະໂຫຍດທາງດ້ານເສດຖະກິດ ແກ່ປະເທດໂບລີວີ ໃນໄລຍະຍາວ.

ດ້ານທ່ານ ເອໂບ ໂມຣາເລສ ປະທານາທິບໍດີ ແຫ່ງ ໂບລີວີ ໄດ້ຮຽກຮ້ອງໃຫ້ສະມາຊິກລັດຖະສະພາ ໃຫ້ຄວາມເຫັນດີ ແກ່ຂໍ້ຕົກລົງດັ່ງກ່າວ ຊຶ່ງຈະມີຂຶ້ນພາຍໃນເວລາ 2 ອາທິດຂ້າງໜ້ານີ້.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...