Homeຂ່າວຕ່າງປະເທດກຸ່ມໄອເອັສ ລະເບີດປ້ອມຕຳຫລວດອີຣັກ ເສຍຊີວິດຢ່າງໜ້ອຍ 60 ຄົນ ບາດເຈັບຈຳນວນຫລາຍ!

ກຸ່ມໄອເອັສ ລະເບີດປ້ອມຕຳຫລວດອີຣັກ ເສຍຊີວິດຢ່າງໜ້ອຍ 60 ຄົນ ບາດເຈັບຈຳນວນຫລາຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ມີນາຜ່ານມານີ້ວ່າ ກຸ່ມລັດອິດສະລາມ ຫລື ໄອເອັສ ໄດ້ກໍ່ເຫດໂຈມຕີ ດ້ວຍລະເບີດລົດບັນທຸກ ໃສ່ດ່ານກວດກາຂອງເຈົ້າໜ້າທີ່ອີຣັກແຫ່ງໜຶ່ງ ທາງຕອນໃຕ້ຂອງ ນະຄອນຫລວງແບກແດດ ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 60 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກ ຫລາຍກວ່າ 70 ຄົນ.

ທ່ານ ຟາເລາະ ອັນ-ຣາດີ ຫົວໜ້າຄະນະກຳມະການປ້ອງກັນຊາດ ປະຈຳແຂວງບາບິນ ຈຸດເກີດເຫດ ໄດ້ເປີດເຜີຍວ່າ ການໂຈມຕີຄັ້ງນີ້ ເປັນການໂຈມຕີຄັ້ງຮຸນແຮງທີ່ສຸດ ທີ່ເຄີຍເກີດຂຶ້ນຢູ່ແຂວງບາບິນ ເຮັດໃຫ້ດ່ານກວດ ແລະ ສະຖານີຕຳຫລວດ ຊຶ່ງຕັ້ງຢູ່ໃກ້ໆກັນຖືກທຳລາຍ ພ້ອມໆກັບເຮືອນຊານຂອງປະຊາຊົນ ຕະຫລອດຮອດລົດອີກ ຫລາລຍສິບຄັນ.

Civilians and security forces gather at the scene of a suicide bomb attack in Hillah, about 60 miles (95 kilometers) south of Baghdad, Iraq, Sunday, March 6, 2016. The suicide bomber on Sunday rammed his explosives-laden fuel truck into a security checkpoint south of Baghdad, killing and wounding dozens, officials said, the latest episode in an uptick in violence in the war-ravaged country. (AP Photo/Anmar Khalil)
ພາບ: AP Photo/Anmar Khalil

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...