Homeຂ່າວທ້ອງຖິ່ນແມ່ຍິງຫ້ອງວ່າການປົກຄອງນະຄອນຫຼວງ ຈັດກິດຈະກໍາວາງສະແດງ-ຂາຍສິນຄ້າ

ແມ່ຍິງຫ້ອງວ່າການປົກຄອງນະຄອນຫຼວງ ຈັດກິດຈະກໍາວາງສະແດງ-ຂາຍສິນຄ້າ

Published on

ແມ່ຍິງຫ້ອງວ່າການປົກຄອງນະຄອນຫຼວງ ຈັດກິດຈະກໍາວາງສະແດງ – ຂາຍສິນຄ້າ ສ້າງລາຍໄດ້ໃຫ້ເອື້ອຍນ້ອງແມ່ຍິງ.

ໃນວັນທີ 04 ມີນາ 2016 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໜ່ວຍສະຫະພັນແມ່ຍິງຂອງຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ຮ່ວມກັບບັນດາເອື້ອຍນ້ອງແມ່ຍິງຈາກຂະແໜງການອ້ອມຂ້າງ ແລະ ຜູ້ປະກອບການຫົວໜ່ວຍທຸລະກິດແມ່ຍິງຈໍານວນນຶ່ງ ໄດ້ຈັດກິດຈະກໍາວາງສະແດງ-ຂາຍສິນຄ້າກະສິກໍາ ຜະລິດຕະພັນດ້ານການປຸ່ງແຕ່ງອາຫານຄອບຄົວໂຕແບບ ແລະ ເຄື່ອງຫັດຖະກໍາ ປະຈໍາປີ 2016 ເພື່ອຮ່ວມສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 106 ປີ.

ທ່ານນາງ ບົວວອນ ສຸກລາແສງ ຮອງຫົວໜ້າຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ ການຈັດກິດຈະກໍາໃນຄັ້ງນີ້ ເປັນເທື່ອທໍາອິດ ແລະ ຈັດຂຶ້ນພຽງນຶ່ງວັນ ເພື່ອຊຸກຍູ້ ສົ່ງເສີມການຜະລິດເປັນສິນຄ້າຈາກຫົວຄິດປະດິດສ້າງ ສີໄມ້ລາຍມືຂອງບັນດາເອື້ອຍນ້ອງແມ່ຍິງລາວ ທັງເປັນການສ້າງໂອກາດໃຫ້ເອື້ອຍແມ່ຍິງນໍາເອົາຜະລິດຕະພັນຂອງຕົນເຂົ້າຮ່ວມວາງສະແດງ-ຂາຍ ແລະ ແລກປ່ຽນບົດຮຽນ ປະສົບການດ້ານການປຸງແຕ່ງອາຫານ ແລະ ສ້າງຜະລິດຕະພັນໃໝ່ໃຫ້ກາຍເປັນສິນຄ້າໃນອະນາຄົດ ນອກນີ້ ຍັງເປັນການຊອກຫາຕະຫຼາດຈໍາໜ່າຍສິນຄ້າອຸປະໂພກ-ບໍລິໂພກຂອງເອື້ອຍນ້ອງແມ່ຍິງອອກສູ່ສັງຄົມ ໂດຍສະເພາະແມ່ນສ້າງລາຍໄດ້ໃຫ້ແມ່ຍິງ ແລະ ນໍາໄປພັດທະນາຕໍ່ຍອດສິນຄ້າໃຫ້ກາຍເປັນຄອບຄົວໂຕແບບ ປະກອບສ່ວນແກ້ໄຂຊີວິດການຂອງບັນດາເອື້ອຍນ້ອງແມ່ຍິງລາວ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ການຈັດງານວາງສະແດງ-ຂາຍສິນຄ້າໃນຄັ້ງນີ້ ມີຫຼາຍກວ່າ 15 ຮ້ານ ແລະ ປະກອບມີສິນຄ້າກະສິກໍາ ຫັດຖະກໍາ ອາຫານແຫ້ງ ແລະ ການສາທິດດ້ານການປຸງແຕ່ງອາຫານ ປະເພດຕ່າງໆອີກດ້ວຍ.
ຂໍ້ມູນຈາກ http://www.vtetoday.la/

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...