Homeຂ່າວທ້ອງຖິ່ນເມືອງຫາດຊາຍຟອງ ຈັດກິດຈະກໍາສົ່ງເສີມ ແລະ ກວດສຸຂະພາບ ໃຫ້ປະຊາຊົນໂດຍບໍ່ເສຍຄ່າ

ເມືອງຫາດຊາຍຟອງ ຈັດກິດຈະກໍາສົ່ງເສີມ ແລະ ກວດສຸຂະພາບ ໃຫ້ປະຊາຊົນໂດຍບໍ່ເສຍຄ່າ

Published on

ຫ້ອງການກອງທຶນຄວບຄຸມຢາສູບ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ ກະຊວງສາທາລະນະສຸກ ຮ່ວມກັບ ຫ້ອງການສາທາລະນະສຸກເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກໍາສົ່ງເສີມ ແລະ ກວດສຸຂະພາບໃຫ້ປະຊາຊົນໂດຍບໍ່ເສຍຄ່າຂຶ້ນໃນຕອນເຊົ້າວັນທີ 05 ມີນາ 2016 ທີ່ເດີ່ນດ້ານໜ້າຂອງຫ້ອງການສາທາລະນະສຸກເມືອງຫາດຊາຍຟອງ ໂດຍການເປັນປະທານຂອງ ທ່ານ ດຣ. ສຸລິວັນ ພົນເສນາ ຮອງຫົວໜ້າຫ້ອງການກອງທຶນຄວບຄຸມຢາສູບ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ ກະຊວງສາທາລະນະສຸກ ທ່ານ ບຸນນະໄລ ສີຫາກຸນ ຫົວໜ້າຫ້ອງການສາທາລະນະສຸກເມືອງຫາດຊາຍຟອງ ມີບັນດາພະນັກງານແພດ ໝໍ ອໍານາດການປົກຄອງບ້ານອ້ອມຂ້າງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຈໍານວນຫຼາຍ.

ທ່ານ ດຣ. ສຸລິວັນ ພົນເສນາ ໄດ້ກ່າວວ່າ ກິດຈະກໍາໃນຄັ້ງນີ້ ແມ່ນນຶ່ງໃນວຽກງານທີ່ເປັນບຸລິມະສິດຂອງຫ້ອງການ ກອງທຶນຄວບຄຸມຢາສູບ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ ກະຊວງສາທາລະນະສຸກ ຈັດຂຶ້ນເພື່ອສົ່ງເສີມສຸຂະພາບຂອງພໍ່ແມ່ປະຊາຊົນລາວບັນດາເຜົ່າໃຫ້ມີສຸຂະພາບແຂງແຮງດີ ທັງເປັນການສະໜອງຂໍ້ມູນຂ່າວສານດ້ານສາທາລະນະສຸກໃຫ້ປະຊາຊົນໄດ້ຮັບຊາບ ເປັນຕົ້ນ ກົດໝາຍວ່າດ້ວຍການຄວບຄຸມຢາສູບ ແລະ ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າທີ່ສົ່ງຜົນກະທົບຕໍ່ສຸຂະພາບ ແລະ ນໍາໄປສູ່ການເຈັບປ່ວຍ ພິການ ແລະ ການເສຍຊີວິດ ທັງແນໃສ່ໃຫ້ປະຊາຊົນເຫັນໄດ້ເຖິງຄວາມສໍາຄັນໃນການຮັກສາສຸຂະພາບ ເຊິ່ງຕະຫຼອດການຈັດງານໃນຄັ້ງນີ້ ມີນັກວິທະຍາກອນ ແພດຊ່ຽວຊານ ຈາກສູນກາງ ແລະ ໂຮງໝໍເມືອງຫາດຊາຍຟອງ ຈໍານວນ 50 ທ່ານ ຮ່ວມກັນກວດສຸຂະພາບ ແລະ ໃຫ້ສຸຂະສຶກສາແກ່ປະຊາຊົນ ນອກນີ້ ຍັງມີການແຈກຢາຍຢາຕາມການບົ່ງມະຕິພະຍາດຂອງທ່ານໝໍໃຫ້ປະຊາຊົນໂດຍບໍ່ເສຍຄ່າ.

ທ່ານຮອງຫົວໜ້າຫ້ອງການກອງທຶນຄວບຄຸມຢາສູບ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ ກະຊວງສາທາລະນະສຸກ ຍັງໃຫ້ຮູ້ຕື່ມອີກວ່າ ກິດຈະກໍານີ້ແມ່ນເລີ່ມຈັດຕັ້ງປະຕິບັດໂຄງການແຕ່ຕົ້ນເດືອນມັງກອນ 2016 ເຊິ່ງເລີ່ມກິດຈະກໍາຢູ່ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນເປັນຄັ້ງທໍາອິດ ສໍາລັບການຈັດກິດຈະກໍາຢູ່ເມືອງຫາດຊາຍຟອງ ເປັນຄັ້ງທີ 2 ຂອງໂຄງການ ແລະ ຈະສືບຕໍ່ຈັດຢູ່ບັນດາເມືອງຕ່າງໆພາຍໃນນະຄອນຫຼວງວຽງຈັນໃຫ້ຄົບ 9 ໂຕເມືອງ ໂດຍຄາດວ່າຈະໃຫ້ສໍາເລັດໃນເດືອນມິຖຸນາ 2016 ພ້ອມນີ້ ຍັງມີແຜນຈະຂະຫຽາຍໄປຍັງຊຸມຊົນ ຊົນນະບົດເຂດຫ່າງໄກສອກຫຼີກຢູ່ບັນດາແຂວງຕ່າງໆທົ່ວປະເທດ ດ້ວຍການຖອດຖອນບົດຮຽນຈາກການຈັດຕັ້ງປະຕິບັດໂຄງການສົ່ງເສີມ ແລະ ກວດສຸຂະພາບໃຫ້ປະຊາຊົນໂດຍບໍ່ເສຍຄ່າທີ່ໄດ້ຈັດຕັ້ງປະຕິບັດຢູ່ນະຄອນຫຼວງວຽງຈັນ ເພື່ອນໍາໄປຜັນຂະຫຽາຍ ແລະ ປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
ຂໍ້ມູນຈາກ http://www.vtetoday.la/

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...