Homeຂ່າວຕ່າງປະເທດຈີນ ຄອງແຊ໋ມລົດໄຟ 60% ຂອງໂລກ

ຈີນ ຄອງແຊ໋ມລົດໄຟ 60% ຂອງໂລກ

Published on

ສປ ຈີນກາຍເປັນຜູ້ນຳເຄືອຂ່າຍລົດໄຟຄວາມໄວສູງທີ່ມີໄລຍະທາງຍາວທີ່ສຸດໃນໂລກ ດ້ວຍໄລຍະທາງເຖິງ 19 ພັນກິໂລແມັດ ຄິດເປັນອັດຕາສ່ວນເຖິງ 60% ຂອງລົດໄຟທີ່ມີຂອງໂລກ.

     ການຂະຫຍາຍເຄືອຂ່າຍທາງລົດໄຟຄວາມໄວສູງ ຊ່ວຍສ້າງຄວາມສະດວກສະບາຍໃຫ້ແກ່ນັກເດີນທາງ ແລະ ຍັງຊ່ວຍກະຕຸ້ນການພັດທະນາລະດັບທ້ອງຖິ່ນ ຊຶ່ງບໍລິສັດສັນຊາດຈີນ ໄດ້ເລັ່ງພັດທະນາຄວາມສາມາດໃນການກໍ່ສ້າງທາງລົດໄຟ ເຖິງແມ່ນວ່າຈະຕ້ອງປະເຊີນກັບທຳມະຊາດທີ່ໂຫດຮ້າຍ ແຕ່ສາມາດກຳນົດໃຫ້ມີເສັ້ນທາງແລ່ນໄດ້ທົ່ວປະເທດ ຊຶ່ງຕ້ອງໄດ້ອອກແບບຕາມສະພາບອາກາດ ແລະ ພູມສາດ ທີ່ແຕກຕ່າງກັນອອກໄປ ເພາະບາງເສັ້ນທາງຕ້ອງແລ່ນຜ່ານພື້ນທີ່ ທີ່ມີອຸນຫະພູມເຖິງ -40 ອົງສາເຊໃນລະດູໜາວ ແນ່ນອນວ່າ ຕ້ອງປະເຊີນກັບຫິມະ ແລະ ບາງເສັ້ນທາງຕ້ອງແລ່ນຜ່ານພາຍຸຫຼືທະເລຊາຍທີ່ແຫ້ງແລ້ງ ເພາະສະນັ້ນແລ້ວ ຈຶ່ງຕ້ອງສາມາດຕ້ານທານຕໍ່ສິ່ງທີ່ຕ້ອງປະເຊີນເຫຼົ່ານີ້ໄດ້.

ໃນປີ 2016 ນີ້ ອົງການທາງລົດໄຟຈີນ(ຊີອາຊີ)ໄດ້ວາງແຜນການທຸ່ມງົບປະມານຕື່ມອີກ 800 ຕື້ຢວນ ປັບປຸງ ແລະ ພັດທະນາເສັ້ນທາງລົດໄຟໃນພາກພື້ນຈີນຕາເວັນຕົກ ແລະ ຈີນຕອນກາງ ທີ່ຍັງດ້ອຍພັດທະນາຢູ່ໃນປະຈຸບັນ(ຕາມຂ່າວຕ່າງປະເທດ).

 

ຂໍ້ມູນຈາກ http://www.sedthakid.la/

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...