Homeຍ້ອງຍໍຄົນດີເດັ່ນສະຫຼຸບ​ຕີ​ລາຄາ ​ແລະ ຍ້ອງຍໍ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ ສ້າງ​ບ້ານ​ພັດທະນາ ວຽກ​ງານ​ສາມ​ສ້າງ.

ສະຫຼຸບ​ຕີ​ລາຄາ ​ແລະ ຍ້ອງຍໍ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ ສ້າງ​ບ້ານ​ພັດທະນາ ວຽກ​ງານ​ສາມ​ສ້າງ.

Published on

ແຂວງ​ຈຳປາ​ສັກ​ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ​ຕີ​ລາຄາ ​ແລະ ຍ້ອງຍໍ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ,ສ້າງ​ບ້ານ​ພັດທະນາ ​ແລະ ຜັນ​ຂະຫຍາຍ​ວຽກ​ງານ​ 3 ​ສ້າງ​ເຂົ້າສູ່​ລວງ​ເລິກ ຂຶ້ນ​ໃນ​ວັນ​ທີ 30 ທັນວາ2015 ​ທີ່​ສະ​ໂມ​ສ​ອນ​ຂອງ​ແຂວງ.​ ​ໃຫ້​ກຽດ​ເປັນ​ປະທານຂອງ​ທ່ານ ດຣ ບຸ​ນຖ​ອງ ດີ​ວິ​ໄຊ ​ເລຂາ​ພັກ​ແຂວງ ​ເຈົ້າ​ແຂວງໆ​ຈຳປາ​ສັກ,ມີ​ບັນດາ​ທ່ານຮອງ​ເລຂາ​ພັກ​ແຂວງ,ຄະນະ​ປະຈຳ​ພັກ​ແຂວງ,ຫົວໜ້າ​ພະ​ແນ​ກການ-ກົມ​ກອງ,​ເຈົ້າ​ເມືອງ 10 ຕົວ​ເມືອງ ພາຍ​ໃນ​ແຂວງ​ເຂົ້າຮ່ວມ​ຢ່າງ​ພ້ອມ​ພຽງ.

m

​ໃນ​ພິທີ​ທ່ານ ສົມ​ສະໜິດ ບຸດ​ຕິ​ວົງ ຮອງ​ເລຂາ​ພັກ​ແຂວງ ຮອງ​ເຈົ້າ​ແຂວງໆ​ຈຳປາ​ສັກ​​ໃຫ້​ຮູ້​ວ່າ:ກອງ​ປະຊຸມ​ໃນ​ຄັ້ງນີ້​ແມ່ນ​ເປັນ​ການ​ສະຫຼຸບ​ຕີ​ລາຄາ​ການຈັດຕັ້ງປະຕິບັດ ຂະ​ບວນການ​ແຂ່ງຂັນ “ ຮັກ​ຊາດ​ແລະ ພັດທະນາ ” ກໍ​ຄື​ຂະ​ບວນການ​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ສ້າງ​ບ້ານ​ພັດທະນາ ​ແລະ ຊຸກຍູ້​ວຽກ​ງານ 3 ສ້າງ ​ໃນ​ຊຸມ​ປີຜ່ານມາ​ຢ່າງຮອບດ້ານ.ຜ່ານ​ຂະ​ບວນການ​ຜັນ​ຂະຫຍາຍ ​ແລະ ຈັດຕັ້ງປະຕິບ​ັດມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ IX ຂອງ​ພັກ,​ໂດຍ​ສະ​ເພາະ​ມະຕິ 3 ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກວ່າ​ດ້ວຍ​ວຽກ​ງານ 3 ສ້າງ​ກໍ່​ຄື​ການ​ຈັດຕັ້ງປະຕິບັດ ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ ​ແລະພັດທະນາ​ຊົນນະບົດ​ຮອບດ້ານ ບົນ​ຈິດ​​ໄຈ​​ແຂ່ງຂັນ “ ຮັກ​ຊາດ ​ແລະ ພັດທະນາ ” ພວກ​ເຮົາ​ສາມາດ​ສ້າງ​ໄດ້​ຖັນ​ແຖວ​ພະນັກງານ​ຂອງ​ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຮາກ​ຖານ ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ ຈາກ​ຂະ​ບວນການ​ເຄື່ອນ​ໄຫວຕົວ​ຈິງ ​ເຮັດ​ໃຫ້​ພະນັກງານ​ສະມາຊິກ​ພັກ ​ໄດ້​ສົມທົບ​ແໜ້ນ​ຄວາມ​ຮູ້​ທາງ​ດ້ານ​ທິດ​ສະ​ດີ ກັບ​ພຶດຕິ​ກຳ​ຕົວ​ຈິງ,​ເຮັດ​ໃຫ້​ພະນັກງານ​ຈຳນວນ​ບໍ່​ໜ້ອຍ ​ໄດ້​ກາຍ​ເປັນ​ພະນັກງານ​ຫຼັກ​ແຫຼ່ງ​ແກ່ນສານ ທີ່​ມີ​ລັກສະນະ​ຫຼັກ​ໝັ້ນ,ມີ​ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ພັກ,ຕໍ່​ຊາດ ​ແລະປະຊາຊົນ ກາຍ​ເປັນ​ພະນັກງານ​ສືບ​ທອດ ​ໃນ​ການ​ນຳພາ​ບໍລິຫານ ຢູ່​ບັນດາ​ຂະ​ແໜງ​ການ ​ແລະ ຢູ່​ທ້ອງ​ຖິ່ນ​ຕ່າງໆ.ພ້ອມ​ດຽວກັນນັ້ນກໍ່ໄດ້​ເກີດ​ມີ ບຸກຄົນ,ບ້ານ,ຄອບຄົວ,ນັກ​ພັດທະນາ​ ​ແລະ ຜູ້​ປະກອບ​ການທີ່​ເປັນ​ຕົວ​ແບບ​ດີ​​ເດັ່ນ.ສາມາດ​ຢັ້ງຢືນ​ໄດ້​ວ່າການ​ເຮັດ​ທົດ​ລອງ 3 ສ້າງ​ເປັນ​ປັດ​ໃຈ​​ໃໝ່​ທີ່​ກະຕຸກ​ຊຸກຍູ້​ເຮັດ​ໃຫ້​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ ​ແລະ ພັດທະນາ​ຊົນນະບົດ​​ໄດ້​ດຳ​ເນີນ​ໄປ​ເປັນ​ລະບົບ​ຄົບ​ຊຸດ,ມີ​ປະສິດທິ​ຜົນ ​ແລະ ​ໄປ​ຕາມ​ທິດ​ທີ່​ຍືນ​ຍົງ.ພ້ອມ​ທັງ​ຢັ້ງຢືນ​ວ່າ:ທິດ​ນຳ​ຍຸດ​ທະ​ສາດ​ສ້າງ​ແຂວງ​ເປັນ​ຫົວໜ່ວຍ​ຍຸດ​ທະ​ສາດ,ສ້າງ​ເມືອງ​ເປັນ​ຫົວໜ່ວຍ​ເຂັ້ມ​ແຂງ​ຮອບດ້ານ ​ແລະ ສ້າງ​ບ້ານ​​ເປັນ​ຫົວໜ່ວຍ​ພັດທະນາ​ແມ່ນ​ຖືກຕ້ອງ ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ​ຂອງ​ປະ​ເທດ​ເຮົາ.

ຂໍ້ມູນຈາກ http://www.champamai.org.la/

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...