HomeBaby-ແມ່ແລະເດັກວິທີກະຕຸ້ນສະໝອງລູກນ້ອຍໃຫ້ສະຫຼາດ ເລື່ອງງ່າຍໆ ທີ່ພໍ່-ແມ່ຕ້ອງເຮັດ!

ວິທີກະຕຸ້ນສະໝອງລູກນ້ອຍໃຫ້ສະຫຼາດ ເລື່ອງງ່າຍໆ ທີ່ພໍ່-ແມ່ຕ້ອງເຮັດ!

Published on

ສຳລັບພໍ່ແມ່ທີ່ຕ້ອງການໃຫ້ລູກມີສະຕິປັນຍາທີ່ດີ ລວມທັງການຮູ້ຈັກຄິດ ວິເຄາະໄດ້ຢ່າງເປັນລະບົບໃນຊ່ວງເວລາລູກເລີ່ມເຕີບໃຫຍ່ຂຶ້ນມາເລື່ອຍໆ ນັ້ນ ແນ່ນອນວ່າການ ການກະຕຸ້ນສະໝອງ ຂອງລູກຮັກ ຖືເປັນສິ່ງທ່ານທ່ານຄວນລົງມືເຮັດ.

ແລະ ວັນນີ້ເຮົາມີວິທີງ່າຍໆ ທີ່ຈະຊ່ວຍກະຕຸ້ນສະໝອງຂອງລູກນ້ອຍມາຝາກຄົນທີ່ເປັນພໍ່-ແມ່ ເອົາເປັນວ່າຕາມໄປເບິ່ງວິທີເຮັດພ້ອມໆກັນເລີຍ

af

1.ຫາເວລາຫວ່າງອ່ານໜັງສືກັບລູກ

ເນື່ອງຈາກການອ່ານໜັງສືພ້ອມໆກັນກັບລູກນ້ອຍ ດ້ວຍການຊີ້ພາບຕ່າງໆທີ່ມີຢູ່ໃນປື້ມໃຫ້ລູກເບິ່ງ ຈະຊ່ວຍພັດທະນາໃນເລື່ອງຄວາມສຳພັນ ແລະ ອາລົມຄວາມຮູ້ສຶກຂອງພໍ່ແມ່ກັບລູກໃຫ້ມີຄວາມໝັ້ນຄົງ ອີກທັງຍັງຊ່ວຍຂະບວນການຮຽນຮູ້ຂອງລູກອີກດ້ວຍ.

2.ໃຫ້ລູກດູດນົມແມ່

ມີຜົນການວິໄຈໄດ້ພົບວ່າໃນຊ່ວງອາຍຸພຽງໜຶ່ງປີທີ່ໄດ້ຮັບການລ້ຽງດູດ້ວຍນົມແມ່ຕະຫຼອດນັ້ນ ເດັກຈະມີໄອຄິວສູງກ່ວາເດັກທີ່ບໍ່ໄດ້ຮັບນົມແມ່.

วิธีกระตุ้นสมองลูกน้อยให้ฉลาดล้ำลึก เรื่องง่ายๆ ที่คุณแม่ทำได้!

3.ມອບຄວາມອົບອຸ່ນໃຫ້ແກ່ລູກນ້ອຍ

ພໍ່ແມ່ຄວນສັງເກດລູກນ້ອຍໃຫ້ດີ ເພື່ອທີ່ຈະສາມາດຮັບຮູ້ໄດ້ວ່າ ຊ່ວຍເວລານັ້ນລູກກຳລັງພົບກັບຄວາມສຸກ ຫຼື ທຸກ ຫາກລູກກຳລັງຢູ່ໃນຊ່ວງຄວາມທຸກ ພໍ່ແມ່ຈະຕ້ອງເຂົ້າໄປເປັນສ່ວນໜຶ່ງໃນການໃຫ້ຄວາມອົບອຸ່ນແກ່ລູກທັນທີ ເພາະເຂົາຈະໄດ້ຮັບການຕອບສະໜອງດ້ວຍຄວາມຮັກທີ່ໝັ້ນຄົງຈາກພໍ່ແມ່ຢູ່ສະເໝີ.

4.ຕອບສະໜອງລູກໃນຊ່ວງເວລາທີ່ເໝາະສົມ

ແນ່ນອນວ່າລູກນ້ອຍຕ້ອງການການຕອບສະໜອງຢູ່ຕະຫຼອດເວລາ ແຕ່ທັງນີ້ກໍ່ຕ້ອງການເວລາຮຽນຮູ້ດ້ວຍຕົນເອງເຊັ່ນ ການທີ່ລູກຕ້ອງການນັ່ງຫຼິ້ນໃນສິ່ງທີ່ຕົນເອງມັກ ລວມທັງການໄປສະຖານທີ່ຕ່າງໆ ດັ່ງນັ້ນພໍ່ແມ່ຈິ່ງຈຳເປັນຕ້ອງປ່ອຍໃຫ້ເຂົາມີເວລາສ່ວນຕົວເພື່ອສຳລັບການຮຽນຮູ້ດ້ວຍຕົວເອງຂອງລູກ.

วิธีกระตุ้นสมองลูกน้อยให้ฉลาดล้ำลึก เรื่องง่ายๆ ที่คุณแม่ทำได้!

5.ຫາເວລານັ່ງລົມກັບລູກເລື້ອຍໆ

ຮູ້ກັນບໍ່ວ່າການທີ່ພໍ່ແມ່ໃຫ້ເວລານັ່ງລົມກັບລູກນັ້ນມັນສຳຄັນຫຼາຍທີ່ສຸດ ເພາະຮັກໃຫ້ລູກເກີດພັດທະນາການ ແລະ ຮຽນຮູ້ຄຳເວົ້າໄດ້ຫຼາຍຂຶ້ນ ແລະ ສິ່ງທີ່ສຳຄັນໃນເວລານັ່ງລົມກັບລູກ ແມ່ນຫາອຸປະກອນມາສະແດງປະກອບພ້ອມ ເພື່ອໃຫ້ລູກເຂົ້າໃຈ ແລະ ຈື່ໃນສິ່ງນັ້ນ.

 

 

ບົດຄວາມຫຼ້າສຸດ

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...