Homeຂ່າວການພັດທະນາເປີດນໍາໃຊ້ ໂຄງການພັດທະນາ ນ້ຳປະປາເມືອງທ່າແຂກ ສະໜອງນ້ຳ 15.000 ແມັດກ້ອນຕໍ່ມື້!

ເປີດນໍາໃຊ້ ໂຄງການພັດທະນາ ນ້ຳປະປາເມືອງທ່າແຂກ ສະໜອງນ້ຳ 15.000 ແມັດກ້ອນຕໍ່ມື້!

Published on

ຂປລ.ພິທີ​ມອບ–ຮັບ​ໂຄງການ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 2 ມີນາ ນີ້ຢູ່​ທີ່​ສະຖານີ​ເກັບ​ນ້ຳ​ປະປາ ບ້ານ​ຈອມ​ແກ້ວ ​ເທ​​ສະບາ​ນ​ເມືອງ​ທ່າ​ແຂກ ​ແຂວງ​ຄໍາ​ມ່ວນ ​ໂດຍ​​ເປັນກຽດ​ເຂົ້າຮ່ວມຂອງ​ ທ່ານ ​ໂອ​ໄດ ສຸດາ​ພອນ ​ເຈົ້າ​ແຂວງໆ​ຄໍາ​ມ່ວນ ທ່ານ ລັດຕະນະມະນີ ຄູນ​ນິວົງ ຮອງລັດຖະມົນຕີ​​ກະຊວງ​ໂຍທາ​ທິການ ​ແລະຂົນ​ສົ່ງ , ທ່ານ ຮິ​ກິ​ຮະ​ຣະທະ​ເຄຊິ  ( Mr. Takeshi HAKIHARA ) ​ເອກ​ອັກຄະ​ລັດຖະທູດ​ແຫ່ງ​ປະ​ເທດ​ຢີ່ປຸ່ນ ປະ​ຈໍາ ສປປ ລາວ ພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ ​ແລະ ​ແຂກ​ທີ່​ຖືກ​ເຊີນ​ເຂົ້າ​ຮ່ວມ.

ໂຄງການ​ກໍ່ສ້າງ​ພັດທະນາ​ລະບົບ​ນ້ຳ​ປະປາ ​ເມືອງ​ທ່າ​ແຂກ ​ໄດ້​​ຈັດ​ຕັ້ງ​ປະຕິບັດ​ໃນ​ປີ 2013 ​​ແລະ ສໍາ​ເລັດ​ການ​ກໍ່ສ້າງ​ໃນທ້າ​ຍ​ປີ 2015 ມີມູນ​ຄ່າ​ທັງ​ໝົດ 1.6 ຕື້​ເຢັນ ຫລື ປະມານ 1.73 ລ້ານ​ໂດ​ລາ​ສະຫະລັດ. ມີຄວາມສາມາດຜະລິດນໍ້າໄດ້ 15.000 ແມັດກ້ອນຕໍ່ວັນ, ສາມາດສະໜອງນໍ້າໃຫ້ແກ່ປະຊາຊົນ 50.000 ຄົນ ເຊິ່ງຈະເປັນການປະກອບສ່ວນຢ່າງໃຫຍ່ຫລວງ ໃນການບັນລຸເປົ້າໝາຍຂອງລັດຖະບານ ທີ່ຈະສະໜອງນໍ້າສະອາດ ມີຄວາມປອດໄພໃຫ້ແກ່ 80% ຂອງປະຊາກອນພາຍ ໃນຕົວເມືອງຮອດປີ 2020.

ນອກຈາກການຊ່ວຍເຫລືອທຶນຮອນດັ່ງກ່າວແລ້ວ ອົງການໄຈກາ ຍັງໃຫ້ການຊ່ວຍເຫລືອ ໃນໂຄງການຮ່ວມມືດ້ານເຕັກນິກ ເພື່ອສ້າງຄວາມເຂັ້ມແຂງໃນດ້ານການບໍລິຫານ ໃຫ້ແກ່ລັດວິສາຫະກິດນໍ້າປະປາ ນັບແຕ່ເດືອນ ສິງຫາ ປີ 2012 ແລະ ຈະດໍາເນີນໄປເປັນເວລາ 5 ປີ ໃນໂຄງການດັ່ງກ່າວ.

ຢີ່ປຸ່ນໄດ້ໃຫ້ການສະໜັບສະໜູນ ການພັດທະນາເສດຖະກິດ – ສັງຄົມ ຂອງລາວ ເປັນເວລາຍາວນານ ສະເພາະແຂວງຄໍາມ່ວນ ນັບແຕ່ປີ 1994 – 2000 ລັດຖະບານຢີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອ ໃນໂຄງການກໍ່ສ້າງຂົວແຫ່ງໃໝ່ ຢູ່ເສັ້ນທາງຫລວງແຫ່ງຊາດ ເລກທີ 13 ເປັນຈໍານວນເງິນທັງໝົດ 10,1 ຕື້ເຢັນ ຫລື ປະມານ 90 ລ້ານໂດລາສະຫະລັດ. ນອກຈາກນີ້, ໃນເດືອນມີນາ ປີ 2005 ໄດ້ມີພິທີລົງນາມ ເອກະສານແລກປ່ຽນ ໃນໂຄງການກູ້ຢືມເງິນເຢັນມູນຄ່າ 3,3 ຕື້ເຢັນ ຫລື ປະມານ 32 ລ້ານໂດລາສະຫະລັດ ໃນໂຄງການພັດທະນາຕາຕາຂ່າຍໄຟຟ້າໃນຂອບເຂດລຸ່ມແມ່ນໍ້າຂອງນໍາອີກ .

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...