Homeຂ່າວພາຍ​ໃນRedbin ທຸລະ​ກິດ​​​ແນວ​ໃໝ່​ໃຫ້​ບໍລິການ​ເຊົ່າ​ກ່ອງ​​ມ້ຽນ​ເຄື່ອງ

Redbin ທຸລະ​ກິດ​​​ແນວ​ໃໝ່​ໃຫ້​ບໍລິການ​ເຊົ່າ​ກ່ອງ​​ມ້ຽນ​ເຄື່ອງ

Published on

Redbin ທຸລະ​ກິດ​ໃຫ້​ເຊົ່າ​ກ່ອງ​ມ້ຽນ​ເຄື່ອງ​ທີ່​ກຳລັງ​ມີ​ການ​ແຂ່ງຂັນ​ດຸ​ເດືອ​ດ​ໃນ​ສະຫະລັດ ​ໂດຍ​ເປັນ​​ຄວາມ​ຄິດ​ຂອງ​ອະດີດ​ພະນັກງານ​ຂົນ​ສົ່ງ​ສິນຄ້າ​ຊາວ​ສະຫະລັດ​ທີ່​ຫັນ​ຕົວ​ເອງ​ມາ​ເປີດ​ບໍລິສັດ​ຜູ້​ໃຊ້​ບໍລິການ​ເຊົ່າ​ກ່ອງ​ມ້ຽນ​ເຄື່ອງ ຄ່າ​ບໍລິການ 5 ​ໂດ​ລາ​ສະຫະລັດ​ຄິດ​ໄລ່​ເປັນ​ເງິນ​ລາວ​ປະມານ 40 ພັນ​ກວ່າ​ກີບ​ຕໍ່​ກ່ອງ 1 ໜ່ວຍ ​ໃຫ້​ເຊົ່າ​ໃນ​​ໄລຍະ​ເວລາ 1 ​ເດືອນ ຜູ້​ສົນ​ໃຈ​ສາມາດ​ໃຊ້​ບໍລິການ​ຕິດ​ຕໍ່​ຜ່ານ​ແອບ​ພລິ​ເຄ​ເຊິ​ນບໍລິສັດ ຊຶ່ງ​ເຈົ້າ​ໜ້າ​ທີ່​ຈະ​ນຳ​​ກ່ອງພລາສຕິກ​ສີ​ແດງ​ຂະໜາດກວ້າງ 17 ນິ້ວ ຍາວ 27 ນິ້ວ ສູງ 12 ນິ້ວ ສົ່ງ​ໃຫ້​ເຖິງ​ໜ້າ​ເຮືອນ ​ເມື່ອ​ລູກ​ຄ້າ​​ເກັບມ້ຽນ​ສິ່ງ​ຂອງ​ແລ້ວ ສາມາດ​ຮຽກ​ເຈົ້າ​ໜ້າ​ທີ່​ກັບ​ໄປ​​ເກັບ​ກ່ອງ​ມາ​ຍັງ​ສາງ​ສິນຄ້າ ​ແລະ​ສາມາດ​ໃຊ້​ແອບ​ພລິ​ເຄ​ເຊິ​ນກວດ​ສອບ​ຂໍ້​ມູນ​ໄດ້​ວ່າ ກ່ອງ​ບັນຈຸ​ສິ່ງ​ຂອງ​ເດີນທາງ​ເຖິງ​ສາງ​ສິນຄ້າ​ແລ້ວຫຼື​ຍັງ ​ແລະ​ຖ້າ​ຕ້ອງການ​ສິ່ງ​ຂອງ​ຄືນ​ຈະ​ມີ​ໜ້າ​ທີ່​ນຳ​ສິ່ງ​ຂອງ​ມາ​ຄືນ​ໃຫ້​ໃນ 24 ຊົ່ວ​ໂມງ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...