Homeຂ່າວການພັດທະນາສະ­ຫຼອງ​ວັນ​ສັດ­ປ່າ​ໂລກຄັ້ງ​ທຳ​ອິດ​ຢູ່​ລາວ

ສະ­ຫຼອງ​ວັນ​ສັດ­ປ່າ​ໂລກຄັ້ງ​ທຳ​ອິດ​ຢູ່​ລາວ

Published on

   ປະ­ຈຸ​ບັນ ມະ­ນຸດ​ເຮົາ​ໄດ້​ຊົມ­ໃຊ້​ຊັບພະ­ຍາ­ກອນ​ທຳ​ມະ​ຊາດ​ຫຼາຍ​ເກີນ​ຄວາມ​ສາ­ມາດ​ທີ່​ທຳ​ມະ​ຊາດ​ຈະ​ສະ­ໜອງ​ໃຫ້​ໄດ້ເປັນ­ຕົ້ນ​ແມ່ນ​ສັດ​ນໍ້າ ແລະ​ສັດ­ປ່າ​ຫຼາຍຊະ­ນິດ​ທີ່​ສຳ­ຄັນ​ໄດ້​ຕົກ​ຢູ່​ໃນ​ພາ­ວະ​ໄພ​ຂົ່ມ­ຂູ່​ດ້ວຍ​ການ​ຄ້າ​ທີ່​ຜິດ​ກົດ­ໝາຍ ແລະ​ການ ເສື່ອມ​ໂຊມ​ສົງ­ຄາມ​ຂອງ​ລະ­ບົບ​ນິ­ເວດ.

   ເພ​ື່ອ​ແກ້​ໄຂ​ບັນ­ຫາ​ດັ່ງ­ກ່າວ​ປະ­ຊາ​ຄົມໂລກກໍ​ໄດ້​ມີ​ຄວາມ​ພະ­ຍາ­ຍາມ​ສູງ​ໃນການ​ປຶກ­ສາ​ຫາ­ລື, ລະ­ດົມ​ຄວາມ​ຄິດ​ເຫັນ ແລະ​ຮ່ວມ​ມື​ກັນ​ຢ່າງ​ຈິງ​ຈັງໃນ​ການ​ກຳນົດ​ວິ­ໄສ​ທັດ​ຮ່ວມ​ກັນ​ກ່ຽວ​ກັບ​ການ​ປົກປັກ​ຮັກ­ສາ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ, ສັດ​ນ້ຳ ແລະ​ສັດ­ປ່າດ້ວຍ​ເຫດ​ນີ້​ກອງປະ­ຊຸມ​ສະ­ມັດ­ຊາ​ໃຫຍ່ ສປຊ ຄັ້ງ​ທີ 68 ໃນ​ວັນ​ທີ 20 ທັນ­ວາ 2013 ຈິ່ງ​ໄດ້​ຮັບຮອງ​ເອົາ​ມະ­ຕິວ່າ​ດ້ວຍ​ການ​ປະ­ກາດ​ຮັບຮອງ​ເອົາ​ວັນ​ທີ 3 ມີ­ນາ​ຂອງ​ທຸກໆ​ປີເປັນ​ວັນ​ສັດ­ປ່າ​ໂລກ ແລະ​ວັນ​ທີ 3 ມີ­ນາຜ່ານ​ມາ​ແມ່ນ​ເທື່ອ​ທຳ​ອິດ​ທີ່ ສປປ ລາວ ໄດ້​ຈັດ​ຕັ້ງ​ການ​ສະ­ເຫຼີມ­ສະ­ຫຼອງ​ວັນ​ດັ່ງກ່າວ.

ການ​ຈັດ​ງານ​ສະ­ເຫຼີມ­ສະ­ຫຼອງ​ວັນສັດ­ປ່າ​ໂລກ​ມີ​ຂຶ້ນ​ທີ່ ລາວ-ໄອ​ເຕັກ​ນະ­ຄອນ­ຫຼວງ​ວຽງ​ຈັນ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 3 ມີ­ນາ 2016 ໂດຍ​ການ​ເປັນ​ປະ­ທານ​ຂອງ​ທ່ານ​ສົມ​ມາດ​ພົນ​ເສ­ນາ​ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ​ແລະ​ສິ່ງ­ແວ­ດລ້ອມ​ແລະ​ທ່ານ ນາງ ບຸນ​ຄຳ ວໍ­ລະ​ຈິດ ລັດ​ຖະມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ຊັບ​ພະ­ຍາກອນ​ທຳ​ມະ​ຊາດ ແລະ​ສິ​ສິ່ງ­ແວ­ດລ້ອມ, ມີ​ການ​ນຳ​ພັກ-ລັດ, ບັນ­ດາ​ຜູ້­ຕາງ­ໜ້າຈາກ​ກະ­ຊວງ, ກົມ​ກອງ, ພະ­ແນກ­ການ, ສະ​ຖາ​ບັນ​ການ​ສຶກ​ສາ, ສະ​ຖາ​ບັນ​ຄົ້ນຄວ້າ, ອົງ​ການ­ຈັດ­ຕັ້ງ​ມະ­ຫາ­ຊົນ, ອົງ ການ­ຈັດ­ຕັ້ງ​ສັງ­ຄົມ, ອົງ­ການ​ພາກ​ເອ­ກະ ຊົນ, ບັນ­ດາ​ທູດ ແລະ​ທູ­ຕາ­ນຸ­ທູດ​ປະ­ຈຳ ສປປ ລາວ, ອົງ​ການ­ຈັດ­ຕັ້ງ​ສາ­ກົນ​ເຂົ້າຮ່ວມ​ຢ່າງ​ພ້ອມ​ໜ້າ.

_MG_0214

   ຈຸດ­ປະ­ສົງ​ຂອງ​ການ​ຈັດ​ງານ​ໃນ​ຄັ້ງນີ້ ກໍ​ເພື່ອ​ແມ່ນ​ປຸກ­ລະ­ດົມ​ຈິດ​ສຳ­ນຶກ​ໃຫ້ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ ແລະ​ບັນ­ດາ ປະ­ເທດ​ໃນ​ໂລກ​ໃຫ້​ຫັນ​ມາ​ຮ່ວມ​ແຮງຮ່ວມ​ໃຈ​ກັນ​ປົກ​ປັກ​ຮັກ­ສາ​ສັດ­ປ່າ​ໃຫ້ຫຼາຍ​ຂຶ້ນ ແລະ​ເພີ່ມ​ທະ­ວີ​ຄວາມ​ເອົາ­ໃຈ ໃສ່​ຕໍ່​ການ​ຄຸ້ນ​ຄອງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ​ໃຫ້​ມີ​ຄວາມ​ຍືນ​ຍົງ​ຕະ­ຫຼອດ​ໄປແນ່​ໃສ່​ເພີ່ມ​ຄວາມ​ອຸ­ດົມ­ສົມ­ບູນ​ທາງ​ດ້ານ​ຊະ­ນິດ​ພັນ ແລະ​ຈຳ­ນວນ​ປະ­ຊາ­ກອນ​ສັດ​ນ້ຳ ແລະ​ສັດ­ປ່າທີ່​ເປັນ​ມໍ­ລະ­ດົກ​ທາງ​ທຳ​ມະ​ຊາດ​ອັນ​ລ້ຳ​ຄ່າ​ຂອງ​ຊາດກໍ​ຄື​ຂອງ​ໂລກໃຫ້​ໄດ້​ຮັບ​ການ​ປົກ​ປັກ​ຮັກ­ສາ, ຊົມ­ໃຊ້ແບບ​ຍືນ​ນານ ແລະ​ເປັນ​ມູນ​ມໍ­ລະ­ດົກ​ຕົກ​ທອດ​ຮອດ​ເຊັ່ນ​ລູກ​ເຊັ່ນ​ຫຼານ​ຂອງ​ພວກເຮົາ​ຕະ­ຫຼອດ​ໄປ.

ໂອ­ກາດ​ນີ້ ທ່ານ ສົມ​ມາດ ພົນ​ເສ­ນາ ໄດ້​ຮຽກ­ຮ້ອງ​ມາ​ຍັງ​ພີ່­ນ້ອງ​ຮ່ວມ​ຊາດ, ການ­ຈັດ­ຕັ້ງ​ທັງ​ພາກ​ລັດ ແລະ​ເອ­ກະ​ຊົນນັບ​ແຕ່​ສູນ​ກາງ​ຈົນ​ຮອດ​ທ້ອງ­ຖິ່ນຈົ່ງຖື​ເອົາ​ໂອ­ກາດ​ທີ່​ສຳ­ຄັນ​ນີ້ພ້ອມ​ກັນ​ປົກປັກ​ຮັກ­ສາ​ຄວາມ​ອຸ­ດົມ​ຮັ່ງ­ມີ​ຂອງ​ຊັບ​ພະຍາ​ກອນ​ທຳ​ມະ​ຊາດ​ກໍ​ຄື​ສັດ​ນ້ຳ ແລະ​ສັດ ປ່າ​ທີ່​ມີ​ຢູ່​ປະ­ເທດ​ເຮົາ ແລະ​ໃນ​ໂລກໂດຍ ເລີ່ມ​ຈາກ​ຕົນ​ເອງ, ຄອບ­ຄົວ ແລະ​ການ ຈັດ​ຕັ້ງ​ຂຶ້ນ​ໄປພ້ອມ​ກັນ​ປະ­ກອບ­ສ່ວນຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ປົກ​ປັກ​ຮັກ­ສາ​ສັດປ່າ ແລະ​ສັດ​ນ້ຳ ຂອງ​ພວກ​ເຮົາ​ກໍ​ຄື​ຂອງໂລກ​ໃຫ້​ອຸ­ດົມ­ສົມ­ບູນ​ຕະ­ຫຼອດ​ໄປ​ດັ່ງ​ຄຳຂວັນ​ທີ່​ວ່າ: “ອະ­ນາ­ຄົດ​ຂອງ​ສັດ­ປ່າແມ່ນ​ຢູ່​ໃນ​ກຳ­ມື​ຂອງ​ພວກ​ເຮົາ”.

ທີ່ມາ:logo

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...