spot_img
Homeຂ່າວການພັດທະນາເມືອງບໍລິຄັນ, ບໍລິຄຳໄຊ ເຊັນບົດບັນທຶກ ສຶກສາຄວາມເປັນໄປໄດ້ໃນການພັດທະນາເຂື່ອນໄຟຟ້ານ້ຳຕົກ ນ້ຳໝາງ

ເມືອງບໍລິຄັນ, ບໍລິຄຳໄຊ ເຊັນບົດບັນທຶກ ສຶກສາຄວາມເປັນໄປໄດ້ໃນການພັດທະນາເຂື່ອນໄຟຟ້ານ້ຳຕົກ ນ້ຳໝາງ

Published on

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສຳຫຼວດ ສຶກສາຄວາມເປັນໄປໄດ້ໃນການພັດທະນາເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍ ນ້ຳໝາງ ເມືອງບໍລິຄັນ ແຂວງບໍລິຄຳໄຊ ລະຫວ່າງແຂວງບໍລິຄຳໄຊ ຕາງໜ້າໂດຍພະແນກແຜນການ ແລະ ການລົງທືນແຂວງ ກັບ ກຸ່ມບໍລິສັດ ຈະເລີນຊັບ ຄົບວົງຈອນ ຈຳກັດ ໄດ້ຈັດຂຶ້ນໃນວັນທີ 02 ມີນາ 2016 ຢູ່ທີ່ພະແນກແຜນການ ແລະ ການລົງທຶນແຂວງບໍລິຄໍາໄຊ ການເຊັນສັນຍາໃນຄັ້ງນີ້ ຕາງໜ້າໃຫ້ແຂວງບໍລິຄຳໄຊ ຮ່ວມລົງນາມໂດຍທ່ານ ພອນທິລາດ ສິດສາທອນ ຫົວໜ້າພະແນກ ແຜນການ ແລະ ການລົງທຶນແຂວງ ຕາງໜ້າໃຫ້ ບໍລິສັດ ລົງນາມໂດຍ ທ່ານ ກະເສີມສັກ ແກ້ວໄຊຍະວົງ ອຳນວຍການກຸ່ມບໍລິສັດຈະເລີນຊັບຄົບວົງຈອນຈຳກັດ ໂດຍມີຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແລະ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ພ້ອມດ້ວຍທີ່ປຶກສາຂອງບໍລິສັດ ເຊັນຮ່ວມເປັນສັກຂີພະຍານ ໂດຍຊ້ອງໜ້າ ທ່ານ ດຣ. ກອງແກ້ວ ໄຊສົງຄາມ ເຈົ້າແຂວງໆບໍລິຄໍາໄຊ ຫົວໜ້າພະແນກການທີ່ກ່ຽວຂ້ອງ ເຈົ້າເມືອງບໍລິຄັນ ພະນັກງານ ວິຊາການທັງສອງຝ່າຍ ເຂົ້າຮ່ວມ.

ໂຄງການສຳຫຼວດສຶກສາຄວາມເປັນໄປໄດ້ໃນການພັດທະນາເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍ ນ້ຳໝາງ ເມືອງບໍລິຄັນ ແຂວງບໍລິຄຳໄຊ ຕັ້ງຢູ່ເຂດ ບ້ານທ່າສີ ຫ່າງຈາກເທສະບານແຂວງປະມານ 86 ກິໂລແມັດ ໂຄງການນີ້ຄາດວ່າມີຄວາມສາມາດໃນການຕິດຕັ້ງເຄື່ອງຈັກຜະລິດໄຟຟ້າໄດ້ປະມານ 10 ເມກາວັດລົງມາ ໂດຍແມ່ນ ກຸ່ມບໍລິສັດຈະເລີນຊັບຄົບວົງຈອນຈຳກັດ ເປັນຜູ້ລົງທຶນໃນການລົງສຳຫຼວດ ເກັບກຳຂໍ້ມູນທາງດ້ານພູມສາດ ອຸທົກກະສາດ-ສັງຄົມ ແລະ ຄິດໄລ່ຜົນຕອບແທນທາງດ້ານເສດຖະກິດ ຖ້າມີຄວາມເປັນໄປໄດ້ ບໍລິສັດດັ່ງກ່າວຈະສືບຕໍ່ລົງທຶນກໍ່ສ້າງຕໍ່ໄປ ໂດຍໄລຍະໃນການຈັດຕັ້ງປະຕິບັດ ( MOU ) ກໍານົດ 18 ເດືອນ ສະນັ້ນ ເພື່ອໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ນິຕິກຳ ລະບຽບການຕ່າງໆທີ່ກ່ຽວຂ້ອງ ແລະ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການຫັນສູ່ລະບຽບການ ດັ່ງນັ້ນ ຈິ່ງໄດ້ເຊັນສັນຍາໄວ້ເພື່ອເປັນຫຼັກຖານ.

ຂ່າວ/ພາບ: ຟອງ ນ້ຳງຽບ

ຂໍ້ມູນຈາກ http://www.vtetoday.la

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...