HomeມູມໄອທີລາວOppo ເຜີຍຕົວຢ່າງສະມາດໂຟນ R9 ທີ່ຈະເປີດໂຕໃນວັນທີ 17 ມີນານີ້

Oppo ເຜີຍຕົວຢ່າງສະມາດໂຟນ R9 ທີ່ຈະເປີດໂຕໃນວັນທີ 17 ມີນານີ້

Published on

ສຳລັັບສະມາດໂຟນ R9 ນັັ້ນໄດ້ຮັບການຢືນຢັນຈາກທາງບໍລິສັດ Oppo ໃນອາທິດແລ້ວນີ້ ແລະມາໃນມື້ນີ້ທາງບໍລິສັດກໍໄດ້ອອກມາປະກາດວ່າຈະເປີດໂຕສະມາດໂຟນໃນວັັນທີ 17 ມີນາທີ່ຈະມາຮອດນີ້ ແລະບໍລິສັດຍັງໄດ້ໂຊຮູບຕົວຢ່າງວ່າໂທລະສັບລຸ້ນດັ່ງກ່າວນີ້ຈະຮອງຮັັບລະບົບສາກໄວ VOOC

ເທັກໂນໂລຢີສາກໄວຫຼື VOOC ທີ່ຈະມາພ້ອມກັບສະມາດໂຟນ R9 ນັ້ນຈະແຕກຕ່າງກັບລະບົບສາກໄວ Super VOOC ທີ່ທາງບໍລິສັດ Oppo ໄດ້ປະກາດເປີດໂຕໃນງານ MWC 2016 ທີ່ເມືອງບາເຊໂລນາ ປະເທດສະເປນ, ເຊິ່ງຄວາມສາມາດຂອງລະບົບສາກໄວໂຕໃໝ່ນັ້ນແມ່ນສາມາດສາກແບັດ 2,500 mAh ໃຫ້ເຕັມໃນເວລາພຽງ 15 ນາທີ. (VOOC ເປີດໂຕມາດົນແລ້ວ)

ສຳລັບສະມາດໂຟນ Oppo R9 ນັ້ນຈະເນັ້ນໄປທີ່ກຸ່ມຕະຫຼາດຂອງກ້ອງເປັນສູນກາງ ແລະສະເປັກຕາມຂ່າວລືທີ່ຫຼຸດອອກມານັ້ນຄື: ໃຊ້ງານຊິບປະມວນຜົນ Snapdragon 820, ໜ້າຈໍຂະໜາດ 6 ນິ້ວ ຄວາມລະອຽດ QHD, ກ້ອງຫຼັງຄວາມລະອຽດ 21 ລ້ານພິກເຊວ, ກ້ອງໜ້າຄວາມລະອຽດ 13 ລ້ານພິກເຊວ, RAM 3 ຫຼື 4GB, ພື້ນທີ່ຈັັດເກັັບ 64GB, ແບັດເຕີຣີ 3,700 mAh ແລະມາພ້ອມກັບ Android 6.0 Marshmallow.

image

ທີ່ມາ:gsmarena

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...