Homeຂ່າວຕ່າງປະເທດລັດຖະບານມາເລເຊຍເຜີຍ ຊິ້ນສ່ວນໂບອິ້ງ 777 ພົບຢູ່ໂມຊຳບິກ ເປັນໄປໄດ້ສູງອາດແມ່ນ MH370 ທີ່ສູນຫາຍ!

ລັດຖະບານມາເລເຊຍເຜີຍ ຊິ້ນສ່ວນໂບອິ້ງ 777 ພົບຢູ່ໂມຊຳບິກ ເປັນໄປໄດ້ສູງອາດແມ່ນ MH370 ທີ່ສູນຫາຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ມີນານີ້ວ່າ ທ່ານ ລຽວຕຽງໄຫລ ລັດຖະມົນຕີວ່າການ ກະຊວງຄົມມະນາຄົມ ມາເລເຊຍ ໄດ້ເປີດເຜີຍວ່າ ກໍລະນີພົບວັດຖຸປິດສະໜາ ທີ່ເປັນຊິ້ນສ່ວນເຮືອບິນໂບອິ້ງ 777 ທີ່ຫາດຊາຍແຫ່ງໜຶ່ງ ໃນປະເທດໂມຊຳບິກນັ້ນ ແມ່ນມີຄວາມເປັນໄປໄດ້ສູງ ອາດແມ່ນຊາກເຮື້ອບິນມາເລເຊຍ ແອຣ໌ລາຍ ຖ້ຽວບິນ MH370 ທີ່ຫາຍສາບສູນໄປ ເກືອບສອງປີ.

ຊິ້ນສ່ວນທີ່ຖືກພົບຢູ່ໂມຊຳບິກດັ່ງກ່າວນີ້ ແມ່ນພົບໂດຍຊາວອາເມຣິກາຄົນໜຶ່ງ ທີ່ກຳລັງພະຍາຍາມແກະຮອຍ ຊອກຫາການຫາຍສາບສູນ ຂອງເຮືອບິນສາຍການບິນມາເລເຊຍ ແອຣ໌ລາຍ ລຳດັ່ງກ່າວນີ້ ທີ່ສູນຫາຍເມື່ອເດືອນມີນາ ປີ 2014 ຜ່ານມາ ພ້ອມກັບຜູ້ໂດຍສານ ແລະ ລູກເຮືອ ລວມ 239 ຊີວິດ.

ດ້ານລັດຖະມົນຕີວ່າການ ກະຊວງຄົມມະນາຄົມມາເລເຊຍ ໄດ້ເປີດເຜີຍວ່າ ມາເລເຊຍຈະຮ່ວມມືກັບທີມຄົ້ນຫາ ຂອງປະເທດອົດສະຕຣາລີ ປະສານສົມທົບກັນນຳເອົາຊິ້ນສ່ວນດັ່ງກ່າວນີ້ ກັບຄືນມາເພື່ອວິເຄາະ ເນື່ອງຈາກຍັງບໍ່ທັນມີຂໍ້ສະຫລຸບໃດໆ ກ່ຽວກັບຊິ້ນສ່ວນດັ່ງກ່າວນີ້.

CORRECTION - DATELINE An undated handout photo taken in an undisclosed location and received from the Australian Transport Safety Bureau (ATSB) on March 3, 2016, shows a suspected piece of aircraft debris found on the coast of Mozambique, with Malaysia's transport minister saying there was a "high possibility" it came from a Boeing 777, the same model as missing flight MH370. If confirmed, it would be the second piece of debris found from MH370, which disappeared on March 8, 2014 while on a routine overnight flight from Kuala Lumpur to Beijing with 239 passengers and crew aboard.  AFP PHOTO / AUSTRALIAN TRANSPORT SAFETY BUREAU / Blaine GIBSON   ----EDITORS NOTE ----RESTRICTED TO EDITORIAL USE MANDATORY CREDIT " AFP PHOTO / AUSTRALIAN TRANSPORT SAFETY BUREAU / Blaine GIBSON" NO MARKETING NO ADVERTISING CAMPAIGNS - DISTRIBUTED AS A SERVICE TO CLIENTS

ບົດຄວາມຫຼ້າສຸດ

ສານປະຊາຊົນນ ນວ ຕັດສິນອະດີດພະນັກງານທະນາຄານ 10 ຄົນ ໃນຄະດີສໍ້ລາດບັງຫຼວງ ແລະ ຟອກເງິນ

ໃນຕອນເຊົ້າຂອງວັນທີ 8 ກັນຍາ 2026, ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ຕັດສິນຄະດີອາຍາຮ້າຍແຮງ ກ່ຽວກັບການສໍ້ລາດບັງຫຼວງ ແລະ ຟອກເງິນ ຈຳນວນ 2...

1,783 ລ້ານບາດ! ໄທ ອະນຸມັດ 1,700 ລ້ານ ໃຫ້ລາວກູ້ຢືມສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ ຫຼວງພະບາງເງິນຊ່ວຍເຫຼືອລ້າ (30%)-ຊຽງແມນ

ວັນທີ 8 ກັນຍາ 2026, ທີ່ປະຊຸມຄະນະຮັດຖະມົນຕີ (ຄຣມ.) ຂອງໄທ ໄດ້ມີມະຕິເຫັນດີອະນຸມັດໃຫ້ຄວາມຊ່ວຍເຫຼືອທາງດ້ານການເງິນແກ່ ສປປ ລາວ ໃນໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ເຊື່ອມຕໍ່ລະຫວ່າງ ບ້ານຊຽງແມນ (ເມືອງຈອມເພັດ)...

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງນໍາໂດຍ ສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອຳນວຍການໂຮງໝໍ ເລກ 2 ມະຫາວິທະຍາໄລການແພດກອງທັບບົກ, ຫົວໜ້າກອງແພດລົດໄຟເສນາຮັກ...