Home​ຂ່າວທ່ອງທ່ຽວ"ນໍ້າຕົກຕາດຕະແລ" ເມືອງຮຸນ ແຂວງອຸດົມໄຊ

“ນໍ້າຕົກຕາດຕະແລ” ເມືອງຮຸນ ແຂວງອຸດົມໄຊ

Published on

ແຂວງ ອຸດົມໄຊ ເປັນອີກແຂວງໜຶ່ງຂອງລາວທີ່ມີສະຖານທີ່ທ່ອງທ່ຽວຫຼາຍໆແຫ່ງທີ່ມີຄວາມສວຍງາມ ແລະ ມື້ນີ້ພວກເຮົາຂໍນຳສະເໜີອີກແຫລ່ງທ່ອງທ່ຽວໜຶ່ງທີ່ໜ້າສົນໃຈ

“ນໍ້າຕົກຕາດຕະແລ” ເມືອງຮຸນ ແຂວງອຸດົມໄຊ ເມືອງແຫ່ງມົນສະເໜ่ ແລະ ຄວາມສວຍງາມຂອງນ້ຳຕົກຕາດ, ນໍ້າຕົກຕາດແຫ່ງນີ້ແບ່ງອອກເປັນຫລາຍຊັ້ນໆ ເໝືອນຂັ້ນໄດມີລັກສະນະຄ້າຍຄືກັນນໍ້າຕົກຕາດກວາງຊີ ແລະ ຕາດແສ້ ຫລວງພະບາງ ແຕ່ທີ່ຈິງແລ້ວນີ້ແມ່ນ “ນ້ຳຕົກຕາດຕະແລ”

ດ້ວຍບັນຍາກາດທີ່ເຕັມໄປດ້ວຍຄວາມຊຸ່ມຊື່ນຂອງສາຍນ້ຳ, ປ່າດົງຂຽວສົດງົດງາມມີຕົ້ນໄມ້ນ້ອຍໃຫຍ່ສັບປົນກັນທົ່ວທັງປ່າ ປະກອບກັບສຽງນ້ຳຕົກທີ່ໄຫລຈາກທີ່ສູງກະທົບໃສ່ຖານຫີນສຽງຄ້າຍກັນກັບຫ່າຝົນເມັດໃຫຍ່ປົນພາຍຸລົມແຮງ ມັນເຮັດໃຫ້ເຮົາຮູ້ສຶກຊຸ່ມຊືນທັງກາຍທັງໃຈແບບບັນຍາຍບໍ່ຖືກ ຄັ້ງໜຶ່ງໃນຊີວິດທ່ານຄວນມາສຳພັດຄວາມຮູ້ສຶກແບບນີ້ດ້ວຍຕົນເອງ.

31 323

39

ຮູບພາບ: Chith savanh

ຂໍ້ມູນຈາກ ທ່ຽວທົ່ວລາວ

ຮຽບຮຽງໂດຍ: ປັອກເລັກ ລາວໂພສຕ໌

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...