Homeຂ່າວຕ່າງປະເທດຈີນເລີ່ມສ້າງ ໂຮງງານໄຟຟ້າພະລັງງານນິວເຄລຍ ແບບລອຍນ້ຳ ຄາດສຳເລັດປີ 2019!

ຈີນເລີ່ມສ້າງ ໂຮງງານໄຟຟ້າພະລັງງານນິວເຄລຍ ແບບລອຍນ້ຳ ຄາດສຳເລັດປີ 2019!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ມີນານີ້ວ່າ ທ່ານ ຊຸນສິນ ປະທານຄະນະກຳມະການບໍລິຫານ ບໍລິສັດ ນິວເຄລຍແຫ່ງຊາດຈີນ (CNNC) ໄດ້ເປີດເຜີຍວ່າ ຈີນໄດ້ເລີ່ມການກໍ່ສ້າງ ສະຖານີຈ່າຍໄຟຟ້າພະລັງງານນິວເຄລຍ ແບບລອຍນ້ຳ ຊຶ່ງຖືກອອກແບບ ໃຫ້ເປັນແຫລ່ງພະລັງງານ ສຳລັບຖານຂຸດເຈາະນ້ຳມັນ ແລະ ອາຍແກັສທຳມະຊາດ ພ້ອມທັງເປັນແຫລ່ງສະໜອງພະລັງງານ ໃນການພັດທະນາເກາະດອນ ແລະ ພື້ນທີ່ຫ່າງໄກສອກຫລີກຕື່ມອີກ ໂດຍມີກຳນົດໃຫ້ສາມາດດຳເນີນງານໄດ້ ພາຍໃນປີ 2019.

ປັດຈຸບັນ ຈີນມີໂຮງງານໄຟຟ້າພະລັງງານນິວເຄລຍ ເທິງແຜ່ນດິນໃຫຍ່ ທີ່ກຳລັງເປີດໃຊ້ງານຢູ່ ຈຳນວນ 30 ແຫ່ງ ຊຶ່ງມີກຳລັງການຜະລິດສຸດທິ 28.3 ກິກະວັດ ແລະ ສ່ວນທີ່ເຫລືອອີກຈຳນວນ 24 ແຫ່ງ ແມ່ນຢູ່ລະຫວ່າງການກໍ່ສ້າງ ຄາດວ່າຈະສາມາດຜະລິດໄຟຟ້າໄດ້ອີກ 26.7 ກິກະວັດ ໂດຍລັດຖະບານຈີນ ໄດ້ຕັ້ງເປົ້າໝາຍ ເພີ່ມປະລິມານການຜະລິດລວມ ໃຫ້ໄດ້ 58 ກິກະວັດ ພາຍໃນປີ 2020.
559000002349202 559000002349203

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...