Homeຂ່າວຕ່າງປະເທດຄະນະມົນຕີຄວາມໝັ້ນຄົງ ແຫ່ງ ສປຊ ເຫັນດີມາດຕະການຂວ້ຳບາດ ເກົາຫລີເໜືອ ຮຸນແຮງສຸດໃນຮອບ 20 ປີ!

ຄະນະມົນຕີຄວາມໝັ້ນຄົງ ແຫ່ງ ສປຊ ເຫັນດີມາດຕະການຂວ້ຳບາດ ເກົາຫລີເໜືອ ຮຸນແຮງສຸດໃນຮອບ 20 ປີ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ມີນານີ້ວ່າ ກອງປະຊຸມຄະນະມົນຕີຄວາມໝັ້ນຄົງ ແຫ່ງ ສະຫະປະຊາຊາດ ຫລື UNSC ໄດ້ລົງມະຕິເປັນເອກະພາບກັນ ກຳນົດມາດຕະການຂວ້ຳບາດ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫລີ ເຫລື ເກົາຫລີເໜືອ ຄັ້ງຮຸນແຮງທີ່ສຸດໃນຮອບ 20 ປີ ເພື່ອເປັນການລົງໂທດ ກໍລະນີ ສປປ ເກົາຫລີ ທົດລອງນິວເຄລຍ ໃນວັນທີ 6 ມັງກອນ 2016 ແລະ ທົດລອງການຍິງລູກສອນໄຟ ໄລຍະໄກ ເມື່ອວັນທີ 7 ກຸມພາ 2016 ຜ່ານມາ ໂດຍກອງປະຊຸມຄັ້ງນີ້ ໃຊ້ເວລາເຈລະຈາຍາວນານເຖິງ 7 ອາທິດ ໃນການກຳນົດມາດຕະການຂວ້ຳບາດດັ່ງກ່າວນີ້.

ມາດຕະການຂວ້ຳບາດ ລວມມີການກວດກາການຂົນສົ່ງສິນຄ້າ ເຂົ້າ-ອອກ ປະເທດເກົາຫລີເໜືອ ທັງທາງບົກ, ທາງທະເລ ແລະ ທາງອາກາດ, ຫ້າມບໍ່ໃຫ້ມີການຊື້-ຂາຍ ຫລື ສົ່ງມອບອາວຸດຂະໜາດນ້ອຍ ແລະ ອາວຸດເບົາທຸກຊະນິດ ໃຫ້ແກ່ເກົາຫລີເໜືອ, ຫ້າມສົ່ງອອກຄຳ, ແຮ່ໄທທານຽມ, ແຮ່ວາເນດຽມ ແລະ ແຮ່ທາດຫາຍາກຕ່າງໆ ຕະຫລອດຮອດຫ້າມສົ່ງອອກ ນ້ຳມັນເຊື້ອໄຟເຮືອບິນ, ເຊື້ອໄຟຈະຫລວດ ໄປຍັງປະເທດເກົາຫລີເໜືອ ດັ່ງນີ້ເປັນຕົ້ນ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...