spot_img
Homeຂ່າວເຫດການສະຫະພັນນັກຮົບເກົ່າແຫ່ງຊາດ ເປີດກອງປະຊຸມວິສາມັນ ຄົບຄະນະບໍລິຫານງານ

ສະຫະພັນນັກຮົບເກົ່າແຫ່ງຊາດ ເປີດກອງປະຊຸມວິສາມັນ ຄົບຄະນະບໍລິຫານງານ

Published on

ສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ໄຂກອງປະຊຸມວິສາມັນ ຄົບຄະນະບໍລິຫານງານ ສະຫະພັນນັກຮົບ ເກົ່າແຫ່ງຊາດລາວ ຂຶ້ນເມື່ອວັນທີ 2 ມີນານີ້ ທີ່ຫ້ອງປະຊຸມຂອງສະຫະພັນດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ສົມພອນ ແກ້ວມີໄຊ ເລຂາຄະນະພັກ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີຄະນະບໍລິ ຫານງານ, ຄະນະກົມ, ຫ້ອງການ, ພະນັກງານທີ່ກ່ຽວຂ້ອງ ສະຫະພັນນັກຮົບແຫ່ງຊາດລາວສູນກາງ ແລະ ບັນດາ ແຂວງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ສະຫຼຸຸບຕີລາຄາວຽກງານຊີ້ນຳໆພາ ນັກຮົບເກົ່າໄລຍະທີ່ຜ່ານມາ ຖອດຖອນບົດຮຽນກ່ຽວກັບ ການກະກຽມດຳເນີນກອງປະຊຸມໃຫຍ່ 4 ຂັ້ນ ກໍຄືກະກຽມດຳເນີນກອງປະຊຸມໃຫຍ່ຄັ້ງ ທີ III ຂອງຜູ້ແທນນັກຮົບເກົ່າທົ່ວປະເທດ ແລະ ກຳນົດແຜນດຳເນີນງານ ເພື່ອຈັດຕັ້ງຜັນຂະຫຍາຍ ຜົນສຳເລັດກອງ ປະຊຸມໃຫຍ່ດັ່ງກ່າວ ໃຫ້ເປັນຮູບປະທຳ, ພ້ອມກັນນັ້ນ ກອງປະຊຸມຍັງໄດ້ສະຫຼຸຸບຕີລາຄາ, ຖອດຖອນບົດຮຽນ ຊີ້ນຳໆພາຂອງ ຄະນະບໍລິຫານງານສະຫະພັນນັກຮົບເກົ່າແຫ່ງຊາດລາວ ແນໃສ່ປັບປຸງແບບແຜນວິທີເຮັດວຽກ, ແບບແຜນວິທີນຳພາໃຫ້ສອດຄ່ອງ ແລະ ມີປະສິດທິຜົນດີຂຶ້ນກວ່າເກົ່າ ພ້ອມນີ້ຍັງໄດ້ພ້ອມກັນຄົ້ນ ຄວ້າ ປະກອບຄຳຄິດຄຳເຫັນ ວຽກງານຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 3 ດີ 6 ຮັກສາ ແລະ ການປັບປຸງກົງຈັກການຈັດຕັ້ງ ສະຫະພັນນັກຮົບເກົ່າແຕ່ລະຂັ້ນໃນເງື່ອນໄຂໃໝ່.

3-1-2ກອງປະຊຸມຈະໄດ້ດຳເນີນເປັນເວລາ 2 ວັນ ຈຶ່ງຈະສຳເລັດ ບັນດາຜູ້ເຂົ້າຮ່ວມ ຈະໄດ້ຮັບຟັງການສະເໜີຮ່າງບົດ ແນະນຳ ກ່ຽວກັບການປັບປຸງການຈັດຕັ້ງ, ບັນຈຸພະນັກງານ ເຂົ້າໃນການຈັດຕັ້ງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ແຕ່ລະຂັ້ນ, ຜ່ານບົດແນະນຳ ວຽກງານຕິດຕາມກວດກາຂອງ ກົມກອງສະຫະພັນນັກຮົບເກົ່າແຫ່ງຊາດລາວ, ຜ່ານຮ່າງຄຳສັ່ງແນະນຳ ໃຫ້ພາກສ່ວນກ່ຽວກັບການຈັດຕັ້ງ ເຜີຍແຜ່ເອກະສານກອງປະຊຸມໃຫຍ່ຜູ້ແທນ ນັກຮົບເກົ່າທົ່ວປະເທດ ຄັ້ງທີ III, ຜ່ານຮ່າງບົດແນະນຳກ່ຽວ ກັບການປະຕິບັດຂໍ້ແຂ່ງຂັນ 3 ດີ 6 ຮັກສາຂອງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ຜ່ານຮ່າງບົດແນະນຳ ກ່ຽວກັບວຽກງານຫ້ອງການ ໃນນັ້ນກອງປະຊຸມ ຍັງຈະໄດ້ຮັບຟັງການໂອ້ລົມຂອງ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ ແກ່ຄະນະ ບໍລິຫານງານສະຫະພັນນັກຮົບເກົ່າແຫ່ງຊາດລາວ ໃນຕໍ່ໜ້າຕື່ມອີກ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...