Homeຂ່າວການສຶກສາເມືອງ​ຈັນທະ​ບູລີ ສອບໄດ້ນັກຮຽນ​ເກັ່ງ 125 ຄົນ ​ກຽມເຂົ້າ​​​ສອບ​ເສັງຕໍ່ຂັ້ນ ນ.ວ ​ໃນ​ກາງ​ເດືອນ​ມີ​ນາ​ນີ້!

ເມືອງ​ຈັນທະ​ບູລີ ສອບໄດ້ນັກຮຽນ​ເກັ່ງ 125 ຄົນ ​ກຽມເຂົ້າ​​​ສອບ​ເສັງຕໍ່ຂັ້ນ ນ.ວ ​ໃນ​ກາງ​ເດືອນ​ມີ​ນາ​ນີ້!

Published on

ການ​ສອບ​ເສັງ​ນັກ​ຮຽນ​ເກັ່ງ​ ທົ່ວ​ນະຄອນຫລວງ​ວຽງ​ຈັນ ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ມີນາ​ນີ້, ​ເຊິ່ງປະກອບ​ມີ​ນັກ​ສອບ​ເສັງ​ຈາກ 9 ​ເມືອງ​ທົ່ວ​ນະຄອນຫລວງ​ວຽງຈັນ, ສຳລັບນັກ​ສອບ​ເສັງ​ຈາກ​ເມືອງ​ຈັນທະ​ບູລີ ຈຳນວນ 125 ຄົນ, ໃນ​ນັ້ນ ຊັ້ນ ປ5 ມີ 18 ຄົນ, ຍິງ 14 ຄົນ, ຊັ້ນ ມ4 ມີ 42 ຄົນ, ຍິງ 32 ຄົນ ​ແລະ ຊັ້ນ ມ7 ມີ 65 ຄົນ, ຍິງ 40 ຄົນ ​​​ແມ່ນມີ​ຄວາມ​ພ້ອມ ທີ່​ຈະ​ເຂົ້າ​ຮ່ວມ​ການ​ສອບ​ເສັງ​​ດັ່ງກ່າວ.

ພິທີ​ສະຫລຸບ​ການ​ສອບ​ເສັງ​ນັກຮຽນ​ເກັ່ງ​ ທົ່ວເມືອງ​ຈັນທະ​ບູລີ ປະຈຳ​ສົກ​ປີ 2015-2016, ​ໄດ້​ຈັດ​ຂຶ້ນ​​​ເຊົ້າ​ວັນ​ທີ 2 ມີນາ​ນີ້, ຢູ່​ໂຮງຮຽນ ມສ. ຈອມ​ຄຳ, ນະຄອນຫລວງ​ວຽງ​ຈັນ, ​ໂດຍ​ການ​ໃຫ້​ກຽດ​​ເຂົ້າ​ຮ່ວມ​ຂອງ​ ທ່ານ ຈັນທອນ ລັດຖະຈັກ ຮອງ​ເຈົ້າ​ເມືອງ​ຈັນທະ​ບູລີ, ທ່ານ ສຸດ​ທານີ ​ໄຊ​ຍະ​ສານ ຮອງ​ຫົວໜ້າ​ພະ​ແນ​ກສຶກສາ​ທິການ ​ແລະ ກິລາ, ມີ​ບັນດາຄູ​-ອາຈານຈາກ​ໂຮງຮຽນ​ຕ່າງ​ໆ, ນັກຮຽນ ​ແລະ ພາກສ່ວນ​ກ່ຽວຂ້ອງເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫລາຍ.

ທ່ານ​ ນາງ ພິມ​ມະ​ສອນ ຈັນທະ​ວົງ ຫົວໜ້າ​ຫ້ອງການ​ສຶກສາ​ທິການ ​ແລະ ກິລາ ​ເມືອງ​ຈັນທະ​ບູລີ ກ່າວ​ວ່າ: ​ເພື່ອ​ເປັນ​ການ​ປະຕິບັດ​ຕາມ​ຂໍ້​ແຂ່ງຂັນ​ສອນ​ດີ, ສອນ​ເກັ່ງ ທີ່​​ກະຊວງ​ສຶກສາ​ທິການ ​ແລະ ກິລາ​ກຳນົດ​ໄວ້, ​ຫ້ອງການ​ສຶກສາເມືອງ​ຈັນທະ​ບູລີ ຈຶ່ງ​ໄດ້​ພ້ອມ​ກັນກະຕຸກ​ຊຸກຍູ້ ​ຂະ​ບວນການ​ສຶກສາ​ຮ່ຳຮຽນ​ ​ແລະ ຍົກ​ລະດັບ​ການ​ສຶກສາ​ຂອງ​​ນັກຮຽນ ​ໃຫ້​ນັບ​ມື້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ​ ​ໃຫ້​ກ້າວ​ໄປ​ສູ່​ລະດັບ​ສາກົນ ​ແລະ ພາກ​ພື້ນ​ໂດຍ​ໄວ.​ ສະ​ນັ້ນ ການ​ສອບ​ເສັງ​ນັກຮຽນ​ເກັ່ງ​ຂັ້ນ​ເມືອງ​ຈັນທະ​ບູລີ​ ໃນ​ໄລຍະ​ຜ່ານ​ມາ, ​ເຫັນ​ວ່າບັນລຸ​ຕາມເປົ້າ​ໝາຍ​ທີ່​​ໄດ້ວາງ​ໄວ້ ນັກ​ສອບ​ເສັງ​ທຸກ​ຄົນ ສາມາດ​ຍາດ​ໄດ້​ຄະ​ແນນ​ດີ, ນອກ​ນີ້ ນັກ​ສອບ​ເສັງ 88 ຄົນ ໄດ້​ຮັບ​ການ​ຊົມ​ເຊີຍ​, 25 ຄົນ​ ໄດ້​ຮັບ​ການ​ຍ້ອງຍໍຈາກ​ຫ້ອງການ​ສຶກສາ​ທິການ ​ແລະ ກິລາ​ເມືອງ​ຈັນທະ​ບູລີ ​ແລະ 12 ຄົນ ​ໄດ້​ຮັບ​ການ​ຍ້ອງຍໍ​ຈາ​ກທ່ານ​ເຈົ້າ​ເມືອງ​ຈັນທະ​ບູລີ​ນຳ​ອີກ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...