spot_img
Homeຂ່າວຕ່າງປະເທດກອງທັບຟີລີບປິນ ກວາດລ້າງກຸ່ມກໍ່ການຮ້າຍທາງພາກໃຕ້ ສົງໄສສະໜັບສະໜູນກຸ່ມໄອເອັສ!

ກອງທັບຟີລີບປິນ ກວາດລ້າງກຸ່ມກໍ່ການຮ້າຍທາງພາກໃຕ້ ສົງໄສສະໜັບສະໜູນກຸ່ມໄອເອັສ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນ​ທີ 1 ມີນາຜ່ານມານີ້ວ່າ ກອງທັບຟີ​ລີບ​ປິນ ​ໄດ້ເປີດ​ບັ້ນ​ຮົບທີ່ຂະໜາດ​ໃຫຍ່ ເພື່ອປາບປາມກຸ່ມກໍ່ການຮ້າຍ 24 ຄົນ ທີ່ຖືກ​ສົງ​ໄສ​ສະໜັບສະໜູນກຸ່ມລັດອິດສະລາມ ຫລື ໄອເອັສ ໃນພື້ນທີ່ພາກໃຕ້ຂອງປະເທດ ຊຶ່ງທ່ານພົນຈັດຕະວາ Restituto Padilla ​ໂຄສົກ​ກຳລັງ​ປະກອບ​ອາວຸດ ຟີ​ລີບ​ປິນ ໄດ້ລະບຸວ່າ ກອງທັບໄດ້ໃຊ້ກຳລັງພົນທະຫານ ​ປະມານ 2,000 ຄົນ ​ເຂົ້າ​ຮ່ວມ​ໃນບັ້ນ​ຮົບ​ກວດ​ລ້າງຄັ້ງນີ້ ທີ່ແກ່ຍາວ​ເປັນ​ເວລາ​ຫລາຍ​ອາທິດ​ ຢູ່​ເທດສະບານ​ເມືອງ Butig ຂຶ້ນ​ກັບ​ແຂວງ Lanao del Sur ພ້ອມ​ທັງ ໄດ້​ເນັ້ນ​ໜັກອີກ​ວ່າ ບັ້ນ​​ການກວດລ້າງທາງ​ທະຫານ​ດັ່ງກ່າວ ​ໄດ້​ຮັບ​ການ​ໜູນ​ຫລັງ​ ຈາກ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ເພື່ອ​ຊ່ວຍສະກັດ​ກັ້ນ ການ​ແຜ່​ຂະຫຍາຍ​ຂອງລັດທິ​ຫົວ​ຮຸນ​ແຮງ ພາຍໃນປະເທດ.

ບົດຄວາມຫຼ້າສຸດ

ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ

ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ:...

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...