Homeຂ່າວຕ່າງປະເທດ3 ນັກບິນອະວະກາດ ກັບຄືນສູ່ໂລກຢ່າງປອດໄພ ຫລັງອາໄສເທິງສະຖານີອະວະກາດ ດົນເກືອບປີ!

3 ນັກບິນອະວະກາດ ກັບຄືນສູ່ໂລກຢ່າງປອດໄພ ຫລັງອາໄສເທິງສະຖານີອະວະກາດ ດົນເກືອບປີ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 2 ມີນານີ້ວ່າ ນັກບິນອະວະກາດ 3 ຄົນ ຊຶ່ງປະກອບດ້ວຍ ນັກບິນຊາວຣັດເຊຍ 2 ຄົນຄື ທ່ານ ມິຄາອິນ ຄໍນິເຢັນໂກ ແລະ ທ່ານ ເຊີເກ ໂວນຄອບ ພ້ອມດ້ວຍນັກບິນຊາວອາເມຣິກາອີກ 1 ຄົນຄື ທ່ານ ສະກັອດ ເຄນລີ ໄດ້ເດີນທາງກັບຄືນສູ່ພື້ນໂລກ ໄດ້ຢ່າງປອດໄພແລ້ວ ດ້ວຍແຄັບຊູນໂຊຢູດ TMM-18M ຊຶ່ງຜ່ານຊັ້ນບັນຍາກາດຂອງໂລກ ແລະ ລອຍລົງດ້ວຍຈ້ອງຂະໜາດໃຫຍ່ສູ່ພື້ນດິນ ຢູ່ເມືອງ Dzhezkazgan ປະເທດກາຊັກສະຖານ ໃນເວລາ 10:26 ນາທີ ຂອງມື້ນີ້ (2 ມີນາ) ຕາມເວລາໃນທ້ອງຖິ່ນ ຫລັງຈາກທີ່ທັງສາມຄົນ ໄດ້ປະຕິບັດໜ້າທີ່ຢູ່ ສະຖານີອະວະກາດສາກົນ (ISS) ດົນເຖິງ 340 ມື້ ຫລື ເປັນເວລາເກືອບໜຶ່ງປີ ຊຶ່ງເປັນໄລຍະເວລາທີ່ດົນນານ ກວ່າການປະຈຳການປົກກະຕິ ຂອງນັກບິນອະວະກາດ ເທິງສະຖານີດັ່ງກ່າວເຖິງ 2 ເທົ່າ.

JRBDhRTLFsqpfYpj13P0LqXMU0TyGGv JRBDhRTLFsqpfYpj13P0LqXMU0TyGIr JRBDhRTLFsqpfYpj13P0LqXMU0TyGj3

ບົດຄວາມຫຼ້າສຸດ

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...