Homeຂ່າວຕ່າງປະເທດພາສີມາເລເຊຍ ຍຶດງາຊ້າງອາຟຣິກາ 159 ກິໂລ ພ້ອມຜູ້ຖືກຫາຊາວຫວຽດນາມ 2 ຄົນ!

ພາສີມາເລເຊຍ ຍຶດງາຊ້າງອາຟຣິກາ 159 ກິໂລ ພ້ອມຜູ້ຖືກຫາຊາວຫວຽດນາມ 2 ຄົນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 2 ມີນານີ້ວ່າ ເຈົ້າໜ້າທີ່ພາສີມາເລເຊຍ ສາມາດຍຶດງາຊ້າງອາຟຣິກາ ໜັກເຖິງ 159 ກິໂລກຣາມ ມູນຄ່າ 382,000 ໂດລາ ຢູ່ສະໜາມບິນສາກົນກົວລາລຳເປີ ພ້ອມກັບຜູ້ຖືກຫາອີກ 2 ຄົນ ສັນຊາດຫວຽດນາມ ຊຶ່ງເຈົ້າໜ້າທີ່ສາມາດກວດພົບງາຊ້າງດັ່ງກ່າວ ພາຍໃນກະເປົາເດີນທາງຂອງພວກກ່ຽວ ທີ່ເດີນທາງມາຈາກປະເທດເອທິໂອປີ ແລະ ມີຈຸດໝາຍປາຍທາງໄປລົງ ນະຄອນຫລວງຮ່າໂນ້ຍ ປະເທດຫວຽດນາມ ໂດຍເຈົ້າໜ້າທີ່ມາເລເຊຍ ໄດ້ລະບຸວ່າ ຍັງມີຜູ້ຖືກສົງໄສອີກຄົນທີສາມ ທີ່ກຳລັງຄົ້ນຫາຕິດຕາມຕົວມາດຳເນີນຄະດີ.

ທັງນີ້ ເນື່ອງຈາກ ງາ ແລະ ອະໄວຍະວະອື່ນໆຂອງຊ້າງ ຈະຖືກນຳໄປຂາຍ ເພື່ອເຮັດເປັນເຄື່ອງປະດັບ ແລະ ຢາພື້ນເມືອງລາຄາແພງ ທົ່ວພື້ນທີ່ໃນພາກພື້ນອາຊີ ໂດຍມີປະເທດຈີນ ເປັນຕະຫລາດທີ່ສຳຄັນ.

 

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...