Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ນ.ວ ຖະແຫລງຜົນ ມ້າງ​ແກ໊ງຕ່າງດ້າວ ​​ໃຊ້​ບັດ​ເອທີ​ເອັມປອມ ​ກົດເອົາເງິນຕາມຕົວເມືອງ!

ປກສ ນ.ວ ຖະແຫລງຜົນ ມ້າງ​ແກ໊ງຕ່າງດ້າວ ​​ໃຊ້​ບັດ​ເອທີ​ເອັມປອມ ​ກົດເອົາເງິນຕາມຕົວເມືອງ!

Published on

ໃນບ່າຍວັນທີ 1 ມີນານີ້, ຢູ່ຫ້ອງຕຳຫລວດ ນະຄອນຫລວງວຽງຈັນ ທ່ານ ພັທ ຄຳ​ແພງ ໄຊຍະລາດ ​ຮອງ​ຫົວໜ້າ ກອງ​ບັນຊາ​ການ ປກສ ນະຄອນຫລວງ​ວຽງ​ຈັນ,​ ໄດ້​ຖ​ະ​ແຫລ​ງກ່ຽວກັບ ຜົນການຈັບເປົ້າໝາຍກໍ່ຄວາມ ບໍ່ສະຫງົບ ເພື່ອລັກຊັບຄົນອື່ນ ໂດຍການນຳໃຊ້ບັດເອທີເອັມປອມ ກົດເອົາເງິນຕາມຕູ້ເອທີເອັມຕ່າງໆໃນຕົວເມືອງ ວ່າ: ພາຍຫລັງ​ໄດ້​ຮັບ​ແຈ້ງວ່າ ​ມີ​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ຄົນ​ບໍ່​ດີ ໃຊ້ບັດ ​ເອທີ​ເອັມ (ATM) ປອມ ​ເພື່ອລັກກົດເອົາເງິນ ຈາກຕູ້ເອທີເອັມ ຢູ່ຕາມສະຖານທີ່ຕ່າງໆ, ການນຳໃຊ້ບັດປອມ ລັກກົດເອົາເງິນຜ່ານເຄື່ອງຮູດບັດ DBC ​ແລະ ການ​ນຳ​ໃຊ້​ບັດ​ປອມ​ ກົດ​ຊຳລະ​ຄ່າ​ສິນຄ້າ​ ຕາມ​ຮ້ານ​ຄ້າ​ທົ່ວ​ໄປ ​ໃນ​ຕົວເມືອງ​ນະຄອນຫລວງ​ວຽງ​ຈັນ, ດັ່ງ​ນັ້ນ ​ເຈົ້າ​ໜ້າ​ທີ່ ປກສ ນະຄອນຫລວງ​ວຽງ​ຈັນ ​​ໄດ້​ແຕ່ງ​ຕັ້ງ​​ເຈົ້າ​ໜ້າ​ທີ່​ວິຊາ​ສະ​ເພາະ ສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງ ​ເພື່ອ​ລົງ​​ເກັບ​ກໍາ​ຂໍ້​ມູນນຳ​ຜູ້​ເສຍ​ຫາຍ ກໍ​ຄື​ບັນດາທະນາຄານ​ຕ່າງໆ​ ມາ​ແຕ່​ວັນ​ທີ 2 ທັນວາ 2015 ຈົນ​ເຖິງ​ວັນ​ທີ 20 ມັງກອນ 2016 ຈຶ່ງສາມາ​ດຈັບ​ກຸມ​ເປົ້າ​ໝາຍ​ໄດ້​ ທັງໝົດ 11 ຄົນ, ​ໃນ​ນັ້ນ ມີ​ສັນຊາດບຸນ​ກາລີ 1 ຄົນ, ​ໂຣມານີ 1 ຄົນ, ຈີນ 8 ຄົນ ​ແລະ ລາວ 1 ຄົນ, ພ້ອມ​ນີ້ ຍັງ​ສາມາດ​ຢືດຂອງ​ກາງ​ ທີ່​ຄົນ​ຮ້າຍ​ໃຊ້​ກໍ່​ເຫດ​ຄື: ຄອມ​ພິວ​ເຕີ້​ໂນ​ດບຸກ 3 ​ເຄື່ອງ, ​ເຄື່ອງ​ຮູດ​​ບັດ​ປອມ 3 ​ເຄື່ອງ, ບັດ​ເອທີ​ເອັມ ​ແລະ ບັດ​ເຄດິດ ຫລາຍກວ່າ 200 ບັດ ​ແລະ ​ເງິນສົດຫລາຍກວ່າ 90 ລ້ານ​ກີບ.

ເຈົ້າ​ໜ້າ​ທີ່ໃຫ້​ຮູ້​​ວ່າ: ຜ່ານ​ການ​ສືບສວນ-ສອບ​ສວນ ພວກ​ກ່ຽວ​ໄດ້​ຮັບ​ສາລະພາບ​ວ່າ ​ໄດ້​ນຳ​ໃຊ້​ບັດ​ເອທີ​ເອັມປອມ ​ເພື່ອ​ກົດເອົາ​ເງິນ ​ຢູ່​ຕາມ​ຕູ້​ເອທີ​ເອັມຕ່າງ​ໆ​, ກົດ​ຜ່ານ​ເຄື່ອງ​ຮູດ​ບັດ DBC ​ເພື່ອ​ໂອນ​ເງິນ​ເຂົ້າ​ບັນຊີ ​ແລະ ກົດຊຳລະ​ຄ່າ​ສິນຄ້າ​ຕາມ​ຮ້າ​ນຄ້າ​ທົ່ວ​ໄປ ​ໃນ​ຂອບ​ເຂດ​ນະຄອນຫລວງ​ວຽງ​ຈັນ ​ແລະ ​ຂອງ​ກາງ​ທີ່​ເຈົ້າ​ໜ້າ​ທີ່​ກວດພົບ​ນັ້ນ ​ເປັນ​ຂອງ​ພວກ​ກ່ຽວ​ແທ້.

ພ້ອມ​ນີ້ ​ເຈົ້າໜ້າ​ທີ່ ຍັງ​ຈະ​ສືບ​ຕໍ່​ເປີດ​ກ້ວາງ​ການ​ສືບສວນ-ສອບ​ສວນ ​ເກັບ​ກຳ​ຂໍ້​ມູນ​ຫລັກ​ຖານ​ຂະຫຍາຍ​ຜົນ​ ໄປ​ຫາ​ກຸ່ມ​ແກ້ງ​ເຄືອ​ຂ່າຍ​ທີ່​ຍັງ​ເຫລືອ ​ເພື່ອ​ນຳຈັບຕົວມາ​ດຳເນີນຄະດີຕາມ​ລະບຽບ​ກົດໝາຍ​. ນອກ​ນີ້ ຍັງ​ຮຽກຮ້ອງ​ໃຫ້​ທຸກ​ພາກສ່ວນ​ໃນ​ສັງຄົມ ​ໂດຍ​ສະ​ເພາະ​ຜູ້​ປະກອບ​ການ​ທຸລະ​ກິດ​ຕ່າງໆ ຈົ່ງ​ມີ​ສະຕິ​ລະວັງຂຶ້ນຕື່ມ​ ​ເພື່ອ​ບໍ່​ໃຫ້​ຕົກ​ເປັນ​​ເຫຍື່ອຂອງ​ກຸ່ມ​ແກ້ງ​ກໍ່​ຄວາມ​ສະຫງົບ​ທຸກ​ຮູບ​ແບບ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...