Homeຂ່າວພາຍ​ໃນນັກທຸລະກິດ​ລາວ ຈະ​ລົງທຶນຫຼາຍ​ກວ່າ 30 ລ້ານ​​ໂດ​ລາ ສ້າງ​ຟາ​ມງົວ​ໃຫຍ່​ທີ່​ສຸດ​ໃນ​ປະ​ເທ​ດ!

ນັກທຸລະກິດ​ລາວ ຈະ​ລົງທຶນຫຼາຍ​ກວ່າ 30 ລ້ານ​​ໂດ​ລາ ສ້າງ​ຟາ​ມງົວ​ໃຫຍ່​ທີ່​ສຸດ​ໃນ​ປະ​ເທ​ດ!

Published on

ທ່ານ ພູ​ເພັງ​ສະຫວັນ ກອງ​ວົງ​ໄຊ ​​ເຈົ້າ​ຂອງ​ຟາ​ມລ້ຽງ​ງົວເອັນ​ແອນ​ວີ, ​​ໄດ້​ໃຫ້​ສຳພາດ ​​ໃນ​ໂອກາດ​ພາ​ນັກ​ຂ່າວ​​ໄປ​ຢ້ຽມ​ຢາ​ມຟາ​ມງົວ​ຂອງ​ຕົນ​, ເຊິ່ງຕັ້ງຢູ່ບ້ານ​ສີສະ​ຫວາດ ​ເມືອງ​ນາ​ຊາຍ​ທອງ ນະຄອນຫຼວງ​ວຽງ​ຈັນ​ວ່າ:​​ ຟາ​ມ​​ແຫ່ງ​ນີ້,​ ໄດ້​​ສ້າງ​ຕັ້ງ​ຂຶ້ນແຕ່​ຕົ້ນ​ປີ 2014 ​ເປັນ​ຕົ້ນມາ ໃນ​​​ເນື້ອ​ທີ່​ຫຼາຍ​ກວ່າ 75 ​ເຮັກຕາ, ຊຶ່ງ​ມາ​ຮອດ​ປັດຈຸບັນ ​ຕົນ​ໄດ້ລົງ​ທຶນ​ເຂົ້າ​ໃນ​ການ​ພັດທະນາຟາ​ມ​​ແລ້ວ ​ຫຼາຍ​ກ່ວາ 3,5 ລ້ານ​ໂດ​ລາ​ສະຫະລັ​ດ ​ເພື່ອ​ບຸກ​ເບີກ​ທີ່​ດິນ, ສ້າງ​ຊົນລະປະທານ​ຂະໜາດ​ນ້ອຍ, ສ້າງ​ອ່າງ​​ເກັບ​ນ້ຳ, ສ້າງ​ຟາ​ມລ້ຽງ​ງົວ 9 ຫຼັງ, ສ້າງສາ​ງ​ເກັບ​ມ້ຽນ​ຫຍ້າ ​ແລະ ອື່ນໆ, ມາ​ຮອ​ດປັດຈຸບັນ ໄດ້ນໍາງົວ​ພັນ​ຊີ້ນ​ຈຳນວນ 30 ​ໂຕ ​ແລະ ງົວ​ພັນ​ພື້ນ​ບ້ານ 70 ກວ່າ​​ໂຕ ມາທົດ​ລອງ​ລ້ຽງ​ຢູ່​ຟາ​ມແລ້ວ ​ແລະ ຈະ​ຄ່ອຍໆ​ຂະຫຍາຍ​ກິດຈະການ ​ໃຫ້​​ເຕີບ​ໃຫຍ່​ຂຶ້ນ​ເທື່ອ​ລະ​ກ້າວ,​ ຊຶ່ງຄາດ​ວ່າ​ຈະ​ລົງທຶນ​ຫຼາຍ​ກ່ວາ 30 ລ້ານໂ​ດລາ​ສະຫະລັດ.

ເຈົ້າ​ຂອງ​ຟາ​ມດັ່ງກ່າວ​ໃຫ້​ຮູ້​ຕື່ມ​ວ່າ: ຟາ​ມງົວພວກ​ເຮົາ ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພາກສ່ວນ​ກ່ຽວຂ້ອງ​ເປັນ​ຢ່າງ​​ດີ,​ ໂດຍ​ສະ​ເພາະ​​ແມ່ນ​ ພະ​​ແນ​ກກະສິກຳ-ປ່າ​​ໄມ້ ນະ​ຄອນ​ຫລວງ​ວຽງ​ຈັນ ໃນ​ການ​ເອົາ​ໃຈ​ໃສ່​​ປ້ອງກັນ​ພະຍາດ​ສັດ ​ແລະ ​ອື່ນໆ ​​ເພື່ອຮັບປະກັນ ​ໃຫ້ສາມາດຜະລິດ​ຊີ້ນງົວໃຫ້ໄດ້ມາດຕະ ຖານ, ມີ​ຄວາມສະອາດ, ປອດ​ໄພ ​​​​ສະໜອງ​​​ໃຫ້​​ຕະຫຼາດ​ໃນ​ນະຄອນຫຼວງ​ວຽງ​ຈັນ ກໍ​ຄື​ໃນທົ່ວ​ປະ​ເທ​ດ​ ​ແລະ ​ມີ​ແຜນ​​ສົ່ງອອກ​ໄປປະ​ເທ​ດ​​​ໃກ້​ຄຽງອີກ​ດ້ວຍ​ໃນ​​ອານາ​ຄົດຂ້າງ​ໜ້າ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...