Homeຂ່າວຕ່າງປະເທດຈີນ-ຫວຽດນາມ​​ ຮັດ​ແ​ໜ້ນຄວາມ​ສຳພັນ

ຈີນ-ຫວຽດນາມ​​ ຮັດ​ແ​ໜ້ນຄວາມ​ສຳພັນ

Published on

ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ວັນ​ທີ 29 ກຸ​ພາ​ຜ່ານ​ມາ, ທ່ານ ສີ ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງພັກ​ກອມມູນິດ​ສປ ຈີນ, ປະທານ​ປະ​ເທດສປ ​ຈີນ​ໄດ້ພົບ​ປະ​ກັບ​ທ່ານ ຮວ່າງ​ ບິງ​ກວນ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ສສ ຫວຽດນາມ​ໃນ​ນາມ​ເປັນ​ ຜູ້ຕາງໜ້າ​ພິ​ເສດ​ຂອງ​ທ່ານ ​ຫງວຽນ​ ຟູ​ຈ້ອງ ​ເລຂາ​ທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມທີ່​ກຳລັງ​ຢູ່​ລະຫວ່າງ​ການ​ຢ້ຽມຢາມ​ຈີນ.

ໂອກາດ​ດັ່ງກ່າວ, ​ທ່ານ ຮວ່າງ​ບິງ​ກວນ ​ໄດ້ນຳ​ເອົາ​ຄຳໝັ້ນ​ໝາຍ​ຂອງ​ທ່ານ ​ຫງວຽນ​ຟູ​ຈ້ອງ ​​ຕໍ່ທ່ານ ສີ​ຈິ້ນ​ຜິ​ງ ​ໂດຍ​ກ່າວ​ວ່າ, ພວກ​ເຮົາ​ຫວັງວ່າ​ຈະຮ່ວມ​ກັບ​ບັນດາ​ສະຫາຍ​ຈີນ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ຂໍ້​ ຕົກລົງລະຫວ່າງການນຳ​ຂັ້ນ​ສູງ​ຂອງ​ສອງປະ​ເທດ​ໂດຍ​ການ​ເພີ່ມ​ທະວີ​ການ​ໄປມາຫາສູ່​ກັນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ, ຊຸກຍູ້​​ ແລະ ​ຍົກ​ລະດັບ​ບົດບາດ​ການ​ຮ່ວມມື​ໃນ​ຂົງ​ເຂດ​ເສດຖະກິດ​ແລະ​ອື່ນໆ ທັງ​ເພີ່ມ​ທະວີ​ການ​ຮ່ວມມື​ລະຫວ່າງ​ພາກສ່ວນ​ຕ່າງໆຂອງ​ສອງ​ພັກ​ສອງ​ລັດກໍ​ຄື​ ທ້ອງ​ຖິ່ນ​ແລະ​ປະຊາຊົນສອງ​ຊາດ, ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ທາງ​ທະ​ເລ, ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ-ຈີນ​ໃຫ້​​ ພັດທະນາ​ຢ່າງ​ປອດ​ໃສ​ໝັ້ນ​ທ່ຽງ​ແລະ​ຕໍ່​ເນື່ອງ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ,ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ນີ້​ກໍ​ຄື​ຂອງ​​ໂລກ.

ທ່ານ ສີຈິ້ນ​ຜິ​ງ ກ່າວ​ເນັ້ນ​ວ່າ, ຈີນ​ຍິນ​ດີ​ຮ່ວມ​ກັບ​ຫວຽດນາມສືບ​ຕໍ່​ຍຶດໝັ້ນ​ທິດ​ທາງ “​ໝັ້ນຄົງຍາວ​ນານ,ອວ່າຍໜ້າ​ໄປສູ່ອະນາຄົດ, ມີ​ໄມຕີຈິດ​ຖານ​ບ້ານ​ໃກ້​ເຮືອນຄ​ຽງ ​ແລະ​ ດໍາເນີນ​ການ​ຮ່ວມ​ມື​ຢ່າງຮອບດ້ານ” ​ແລະ ຈິດ​ໃຈ “ບ້ານ​​ໃກ້​ເຮືອນ​ຄຽງ​ທີ່​ດີ, ​ເພື່ອນ​ມິດ​ທີ່​ດີ, ສະຫາຍ​ທີ່​ດີ ​ແລະ ໝູ່ຄູ່​ທີ່​ດີ”, ​ເພີ່ມ​ທະວີ​ມູນ​ເຊື້ອ​ການ​ໄປມາຫາສູ່​ກັນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງກໍ​ຄືການ​ແລກປ່ຽນ​​ການ​ກໍ່ສ້າງ​ພັກ ທັງຊຸກຍູ້​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ, ​ແກ້​ໄຂ​ຄວາມ​ຂັດ​ແຍ່ງທີ່​ກ່ຽວຂ້ອງກັນ​ຢ່າງ​ເໝາະ​ສົມ, ​ເພື່ອ​ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸ​ທະ​ສາດ​ຮອບດ້ານ​ຈີນ-ຫວຽດນາມ​ໃຫ້​ ໄດ້​ຮັບ​ການ​ພັດທະນາ​ຢ່າງ​ປອດ​ໃສ​ໝັ້ນ​ທ່ຽງ​ແລະ​ຕໍ່​ເນື່ອງ​.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...