Homeຂ່າວຕ່າງປະເທດອີຣານ ບໍ່​ສົນ​ໃຈຕະຫຼາດ​​ໂລກ ປະກາດ​ຈະ​ຜະລິດ​ນໍ້າມັນ​ເພີ່ມ​ອີກ 1 ລ້ານ​ບາ​ເຣລຕໍ່​ວັນ

ອີຣານ ບໍ່​ສົນ​ໃຈຕະຫຼາດ​​ໂລກ ປະກາດ​ຈະ​ຜະລິດ​ນໍ້າມັນ​ເພີ່ມ​ອີກ 1 ລ້ານ​ບາ​ເຣລຕໍ່​ວັນ

Published on

ຊີ​ເອັນ​ເອັນ ມັນ​ນີ ລາຍ​ງານ​ວ່າ ອີ​ຣານວາງ​ແຜນ​ຈະ​ເພີ່ມ​ກຳລັງ​ການ​ຜະລິດ​ນໍ້າມັນ​ຈຳນວນ 1 ລ້ານ​ບາ​ເຣລຕໍ່​ວັນ ​ໃນ​ຕະຫຼາດ​ໂລກ ຊຶ່ງ​ມີ​ການ​ສະໜອງ​ລົ້ນ​ຕະຫຼາດ​ຢູ່​ແລ້ວ.

ຕະຫຼາດ​ນໍ້າມັນ​ໂລກ​ຕ້ອງ​​ຕິດຕາມ​​ແບບ​ໜ້າ​ກັງວົນ​ອີກ​ເທື່ອ​ໜຶ່ງ ​ເມື່ອ​ອີຣານກຽມ​ກັບ​ມາ​ຜະລິດ​ນໍ້າມັນ​ເຂົ້າສູ່​ຕະຫຼາດ​ໂລກ​ ຫຼັງ​ຈາກ​ປະ​ເທດ​ຖືກຫຼຸດ​ຜ່ອນ​ມາດຕະຖານ​ຄວ້ຳ​ບາດ ຫຼັງ​ຈາກ​ເຈລະຈາ​ກໍລະນີ​ອາວຸດ​ນິວ​ເຄລຍກັບ​ປະ​ເທດ​ມະຫາ​ອຳນາດ​ທັງຫຼາຍ​ແລ້ວ.

ຢ່າງ​ໃດ​ກໍ​ຕາມ ນໍ້າມັນ​ໂລກ​ຂະນະ​ນີ້​ມີ​ການ​ສະໜອງ​ລົ້ນ​ຕະຫຼາດ ​ແລະ​ລາຄາ​ຕໍ່​ບາ​ເຣລ​ໄດ້​ຫຼຸດ​ລົງ​ເຖິງ 70% ມາ​ຕັ້ງ​ແຕ່​ກາງ​ປີ 2014 ​ແລ້ວ ​ແລະ​ສົ່ງ​ຜົນ​ໃຫ້​ເສດຖະກິດ​ຂອງ​ຫຼາຍໆ​ປະ​ເທດ​ທີ່​ເປັນ​ຜູ້​ຜະລິດ​ນໍ້າມັນ​ໄດ້​ຮັບ​ຜົນ​ກະທົບ.

ທັງ​ນີ້ ກ່ອນ​ໜ້າ​ນີ້ 5 ​ໃນ 13 ປະ​ເທດຂອງ​ກຸ່ມ​ຜູ້​ຜະລິດ​ນໍ້າມັນ ​ໂອ​ເປັກ ​ໄດ້​​ແກ່ ຊາ​ອຸ​ດິອາຣະບີ, ກູ​ເວດ, ຢູ​ເອອີ,​ ກາ​ຕາ ​ແລະ ຣັດ​ເຊຍ ​ໄດ້​ປະຊຸມ​ກັນ​ໃນ​ຊ່ວງ​ເດືອນ​ກຸມພາ​ທີ່​ຜ່ານ​ມາ ​ເຖິງ​ກໍລະນີ​ລາຄາ​ນໍ້າມັນ​ທີ່​ຕົກລົງ​ຂະນະ​ນີ້​ວ່າ ຈະ​​ຮັກສາ​ກຳລັງການ​ຜະລິດ​ໄວ້​ໃຫ້​ຄົງ​ທີ່​ເທົ່າ​ເດືອນ​ມັງກອນ 2016 ​​ເທົ່າ​​ເດີມ.

​ແຕ່​ທາງ​ອີ​ຣານ​ໄດ້​ປະ​ຕິ​ເສດ​ທີ່​ຈະ​ຜະລິດ​ນໍ້າມັນ​ເທົ່າ​ເດີມ ​ໂດຍ​​ໄລຍະ​ອາທິດ​ທີ່​ຜ່ານ​ມາ ທ່ານ ​ໄບຈັນ ​ແຊນ​ເຈ​ເນ ລັດ​ຖະມົນຕີ​ກະຊວງ​ນໍ້າມັນ​ຂອງ​ອີຣານ ​ໄດ້​ອອກ​ມາກ່າວວ່າ ຄວາມ​ຄິດ​ທີ່​ຈະ​ຜະລິດ​ນໍ້າມັນ​ເທົ່າ​ເດີມ​ຂອງ​ຊາ​ອຸ​ດິອາຣະບີ​ນັ້ນ​ເປັນ ​ເລື່ອງ​ຕະຫຼົກ.

ການ​ອອກ​ມາ​ປະກາດ​ຜະລິດ​ນໍ້າມັນ​ເພີ່ມ​ຂອງ​ອີຣານຄັ້ງ​ນີ້ ຈິ່ງ​ມີ​ຜົນ​ຢ່າງ​ຍິ່ງ​ຕໍ່​ຕະຫຼາດ​ນໍ້າມັນ​ໂລກ ​ແລະ​ການ​ແຂ່ງຂັນ​ລະຫວ່າງ​ອີຣານກັບ​ຊາ​ອຸ​ດິອາຣະບີ ທີ່​ພະຍາຍ​າມຕໍ່​ກອນ​ທາງ​​ເສດຖະກິດ ​ແລະ​ ການ​ເມືອງລະຫວ່າງ​ປະ​ເທດ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...