Homeຂ່າວພາຍ​ໃນຕຳ­ຫຼວດ​ມ້າງ​ແກ້ງ​ອາດ­ຊະ­ຍາ​ກຳ​ຕ່າງ​ຊາດໃຊ້​ບັດ​ເອ​ທີ​ເອັມ​ປອມ

ຕຳ­ຫຼວດ​ມ້າງ​ແກ້ງ​ອາດ­ຊະ­ຍາ​ກຳ​ຕ່າງ​ຊາດໃຊ້​ບັດ​ເອ​ທີ​ເອັມ​ປອມ

Published on

 

ວັນ​ທີ 1 ມີ­ນາ​ນີ້ ທ່ານ ພັນ​ໂທ ຄຳ​ແພງ ໄຊຍະ​ລາດ ຮອງ​ຫົວ­ໜ້າ​ກອງບັນ­ຊາ​ການ ປກສ ນະ­ຄອນຫຼວງ​ວຽງ​ຈັນ ໄດ້​ຖະ­ແຫຼງຂ່າວ​ຕໍ່​ສື່​ມວນ​ຊົນ ພາຍ­ຫຼັງທີ່​ເຈົ້າ​ໜ້າ­ທີ່ ປກສ ນະ­ຄອນຫຼວງ​ວຽງ​ຈັນ ສາ­ມາດແກ້​ໄຂ​ກຸ່ມ​ແກ້ງ​ຊາວ​ຕ່າງປະ­ເທດ​ທີ່​ເຂົ້າ​ມາ​ເຄື່ອນໄຫວ​ນຳ​ໃຊ້ບັດ ATM  ປອມ ເພື່ອ​ລັກ​ຊັບ​ພົນ​ລະເມືອງ.

ທ່ານ ພັນ​ໂທ ຄຳ​ແພງ ໄຊ​ຍະ​ລາດ ໄດ້ເປີດ­ເຜີຍ​ວ່າ: ພາຍ­ຫຼັງ​ໄດ້​ຮັບ​ແຫຼ່ງ​ຂ່າວມີ​ການ­ເຄື່ອນ­ໄຫວ​ຂອງ​ກຸ່ມ​ຄົນ​ບໍ່​ດີ​ນຳໃຊ້​ບັດ ATM ປອມລັກ​ຮູດ​ເອົາ​ເງິນຕາມ​ຕູ້ ATM ຢູ່​ສະ­ຖານ­ທີ່​ຕ່າງໆ, ການນຳ​ໃຊ້​ບັດ​ປອມ​ລັກ​ຮູດ​ເອົາ​ເງິນ​ຜ່ານ ເຄື່ອງ​ຮູດ​ບັດ DBC ແລະ​ການ​ນຳ​ໃຊ້​ບັດປອມ​ຮູດ​ຊຳ­ລະ​ຄ່າ​ສິນ­ຄ້າ​ຕາມ​ຮ້ານ​ຄ້າທົ່ວ​ໄປ​ໃນ​ຂອບ​ເຂດ ນະ­ຄອນ­ຫຼວງ​ວຽງຈັນ, ເຈົ້າ​ໜ້າ­ທີ່ ປກສ ນະ­ຄອນ­ຫຼວງ​ວຽງຈັນ ໄດ້​ແຕ່ງ­ຕັ້ງ​ພະ­ນັກ­ງານ​ວິ­ຊາ​ສະ­ເພາະເພື່ອ​ເກັບ​ກຳ​ຂໍ້​ມູນ, ສົມ­ທົບ​ກັບ​ພາກ­ສ່ວນທີ່​ກ່ຽວ­ຂ້ອງ​ຄື ບັນ­ດາ​ທະ­ນາ­ຄານ​ທີ່​ເກີດຜົນ​ເສຍ​ຫາຍ, ເຫັນ​ວ່າ​ມີ​ຄວາມ​ເປັນ​ຈິງໜ້າ​ເຊື່ອ​ຖື​ໄດ້ ຈິ່ງ​ໄດ້​ລາຍ​ງານ​ຂໍ​ທິດ​ຊີ້​ນຳຈາກ​ຄະ­ນະ​ນຳ​ຂັ້ນ​ເທິງ, ໃນ​ການ­ຈັດ­ຕັ້ງປະ­ຕິ­ບັດ, ຈາກ​ນັ້ນ​ກອງ​ບັນ­ຊາ​ການ  ປກສ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຈັດ​ຕັ້ງ​ກຳ­ລັງວິ­ຊາ​ສະ­ເພາະ​ເລັ່ງ​ແກ້​ໄຂ, ໃນ​ວັນ​ທີ 2 ທັນວາ 2015 ເຖິງ​ວັນ​ທີ 20 ມັງ­ກອນ 2016 ສາ­ມາດ​ຈັບ​ເປົ້າ​ໝາຍ, ດັ່ງ­ກ່າວ ໄດ້​ຈຳ­ນວນ 4 ກຸ່ມ​ທັງ​ໝົດ 11 ຄົນ, ມີ​ສັນ­ຊາດ ບຸນ​ກາ­ລີ 1 ຄົນ, ສັນ­ຊາດ ຣູ​ມາ​ນີ 1 ຄົນ, ສັນ­ຊາດ​ຈີນ 8 ຄົນ ແລະ ສັນ­ຊາດ​ລາວ 1 ຄົນ.

ຜ່ານ​ການ​ແກ້​ໄຂ​ກຸ່ມ​ເປົ້າ​ໝາຍ​ນຳໃຊ້​ບັດ ATM ປອມ, ນັບ​ແຕ່​ວັນ​ທີ 2 ທັນວາ 2015 ມາ​ເຖິງ​ປະ­ຈຸ​ບັນ, ເຈົ້າ​ໜ້າ­ທີ່ຕຳ­ຫຼວດ​ສາ­ມາດ​ເກັບ​ກູ້ ແລະ​ທ້ອນ­ໂຮມ​ອຸປະ­ກອນ ແລະ​ເຄື່ອງ​ຂອງ​ກາງ​ຄື: ຄອມ​ພິວເຕີ​ໂນດ​ບຸກ 3 ເຄື່ອງ, ເຄື່ອງ​ຮູດ​ເຮັດ​ບັດປອມ ຈຳ­ນວນ 3 ເຄື່ອງ, ບັດ ATM ແລະ ບັດ​ເຄຣ​ດິດ ຈຳ­ນວນ 206 ບັດ ແລະ​ເງິນ 90 ກວ່​າ​ລ້ານ​ກີບ.

ທ່ານ ພັນ​ໂທ ຄຳ​ແພງ ໄຊ​ຍະ​ລາດ ຮອງ​ຫົວ­ໜ້າ​ກອງ​ບັນ­ຊາ​ການ ປກສ ນະຄອນ​ຫຼວງ​ວຽງ​ຈັນ ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ຜ່ານ​ການ​ສືບ­ສວນ-ສອບ​ສວນ ພວກ ກ່ຽວ​ໄດ້​ຍອມ­ຮັບ​ສາ­ລະ­ພາບ​ວ່າ ໄດ້​ນຳໃຊ້​ບັດ ATM ປອມ ເພື່ອ​ຮູດ​ເອົາ​ເງິນ​ຢູ່​ຕູ້ ATM ຕາມ​ສະ­ຖານ­ທີ່​ຕ່າງໆ, ຮູດ​ຜ່ານເຄື່ອງ​ຮູດ​ບັດ DBC ເພື່ອ​ໂອນ​ເງີນ​ເຂົ້າບັນ­ຊີ ແລະ​ຮູດ​ຊຳ­ລະ​ຄ່າ​ສິນ­ຄ້າ​ຕາມ​ຮ້ານຄ້າ​ທົ່ວ​ໄປ​ໃນ​ຂອບ​ເຂດ ນະ­ຄອນ­ຫຼວງວຽງ​ຈັນ ແລະ​ເຄື່ອງ​ຂອງ​ກາງ​ທີ່​ເຈົ້າ​ໜ້າ­ທີ່​ພົບ​ນັ້ນ​ເປັນ​ຂອງ​ພວກ​ກ່ຽວ​ແທ້.

ທ່ານ​ຮອງ​ຫົວ­ໜ້າ​ກອງ​ບັນ­ຊາ​ການ ປກສ ນະ­ຄອນ­ຫຼວງ​ວຽງ​ຈັນ ຍັງ​ໃຫ້​ຊາບວ່າ: ຕໍ່​ກັບ​ການ​ກະ­ທຳ​ດັ່ງ­ກ່າວ​ຄະ­ນະ​ຮັບຜິດ​ຊອບ​ດຳ­ເນີນ​ຄະ­ດີ ຍັງ​ສືບ­ຕໍ່​ເປີດ​ກວ້າງການ​ສືບ­ສວນ-ສອບ​ສວນ​ເກັບ​ກຳ​ຂໍ້​ມູນ​ຫຼັກ​ຖານ​ຂະ­ຫຍາຍ​ຜົນ​ໄປ​ຫາ​ກຸ່ມ​ແກ້ງເຄືອ​ຂ່າຍ​ທີ່​ຍັງ​ເຫຼືອ ເພື່ອ​ມາ​ລົງ­ໂທດຕາມ​ລະ­ບຽບ​ກົດ­ໝາຍ​ຢ່າງ​ເຂັ້ມ​ງວດ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...