Homeຂ່າວຕ່າງປະເທດຈີນມີເສັ້ນທາງລົດໄຟຄວາມໄວສູງ ຍາວທີ່ສຸດໃນປັດຕະພີ! ກວມ 60% ຂອງທາງລົດໄຟທົ່ວໂລກ!

ຈີນມີເສັ້ນທາງລົດໄຟຄວາມໄວສູງ ຍາວທີ່ສຸດໃນປັດຕະພີ! ກວມ 60% ຂອງທາງລົດໄຟທົ່ວໂລກ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ກຸມພາຜ່ານມານີ້ວ່າ ຈີນຂຶ້ນແທ່ນເປັນປະເທດ ທີ່ມີເສັ້ນທາງລົດໄຟ ຄວາມໄວສູງ ຍາວທີ່ສຸດໃນໂລກ ດ້ວຍໄລຍະທາງລວມກັນ ຍາວກວ່າ 19,000 ກິໂລແມັດ ຕາມສະຖິຕິເມື່ອທ້າຍປີ 2015 ຜ່ານມາ ຊຶ່ງກວມເອົາອັດຕາສ່ວນ 60% ຂອງທາງລົດໄຟທີ່ມີຢູ່ໃນໂລກ.

ທັງນີ້ ເນື່ອງຈາກບັນດາບໍລິສັດຂອງຈີນ ໄດ້ເລັ່ງພັດທະນາຂີດຄວາມສາມາດ ໃນການຍົກລະດັບຂຶ້ນສູ່ ການເປັນຜູ້ນຳດ້ານການກໍ່ສ້າງທາງລົດໄຟຂອງໂລກ ເຖິງແມ່ນວ່າຈະປະສົບກັບ ສະພາບພູມສັນຖານທີ່ບໍ່ອຳນວຍ ແຕ່ກໍສາມາດອອກແບບ ໃຫ້ສາມາດແລ່ນໄປສູ່ຂອບເຂດທົ່ວປະເທດ ເຂົ້າກັບສະພາບເງື່ອນໄຂພູມສັນຖານ ແລະ ພູມອາກາດຂອງແຕ່ລະທ້ອງຖິ່ນ ຊຶ່ງແຕກຕ່າງກັນອອກໄປ.

559000002230803 559000002230804 559000002230809

 

ບົດຄວາມຫຼ້າສຸດ

ທ່ານ ທອງລຸນ ສີສຸລິດ ສົ່ງຄໍາອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

ວັນທີ 01 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 1 ຕຸລາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ...

ກອງປະຊຸມສະໄໝສາມັນເທື່ອທີ 2 ຈະພິຈາລະນາ 6 ບັນຫາສຳຄັນຂອງຊາດ

(ສພຊ) - ຕອນບ່າຍວັນທີ 01 ຕຸລານີ້, ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X,...