Homeຂ່າວຕ່າງປະເທດແລກດ້ວຍຊີວິດ! ນາງແບບຈີນ ເສຍຊີວິດຄາຕຽງແພດ ຫລັງຜ່າຕັດເສີມນົມ!

ແລກດ້ວຍຊີວິດ! ນາງແບບຈີນ ເສຍຊີວິດຄາຕຽງແພດ ຫລັງຜ່າຕັດເສີມນົມ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ກຸມພາຜ່ານມານີ້ວ່າ ເມື່ອວັນທີ 17 ກຸມພາຜ່ານມາ ນາງ ຖິງຖິງ ອາຍຸ 25 ປີ ອາຊີບນາງແບບ ຢູ່ເມືອງເຊິນເຈິ້ນ ປະເທດຈີນ ໄດ້ເສຍຊີວິດຄາຕຽງຜ່າຕັດ ຢູ່ຄລີນິກເສີມຄວາມງາມແຫ່ງໜຶ່ງ ຫລັງຈາກທີ່ນາງໄດ້ເຂົ້າຮັບການຜ່າຕັດ ສັນຍະກຳເສີມຂະໜາດໜ້າເອິກ ໂດຍທາງແພດລະບຸວ່າ ຫລັງຈາກນາງໄດ້ຮັບຢາລະງັບອາການເຈັບປວດ ໄດ້ເຮັດໃຫ້ການເຕັ້ນຂອງຫົວໃຈຜູ້ເຄາະຮ້າຍຊ້າລົງ ແລະ ຄວາມດັນເລືອດຕ່ຳລົງຫລາຍເກີນປົກກະຕິ ທີມແພດຈຶ່ງໄດ້ໃຫ້ຢາກະຕຸ້ນຫົວໃຈ ແຕ່ກໍບໍ່ໄດ້ຮັບຜົນ ເຮັດໃຫ້ຜູ້ກ່ຽວເສຍຊີວິດລົງໃນເວລາບໍ່ດົນ.

ແນວໃດກໍຕາມ ທາງຄລີນິກດັ່ງກ່າວ ໄດ້ສະແດງຄວາມເສຍໃຈຕໍ່ເຫດການດັ່ງກ່າວ ແລະ ສະແດງຄວາມຮັບຜິດຊອບ ດ້ວຍການສະເໜີຄ່າຊົດເຊີຍໃຫ້ທາງຄອບຄົວ ໂດຍທີມແພດທີ່ເຮັດການຜ່າຕັດ ກໍເປັນທີມແພດທີ່ມີໃບອະນຸຍາດຢ່າງຖືກຕ້ອງ ແລະ ຄລີນິກກໍຜ່ານການຈົດທະບຽນ ຢ່າງຖືກຕ້ອງຕາມກົດໝາຍ.

 

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...