Homeຂ່າວຕ່າງປະເທດກຸ່ມໄອເອັສ ລະເບີດຂ້າຕົວຕາຍ ສັງຫານຢ່າງໜ້ອຍ 70 ຄົນ ເຈັບອີກນັບຮ້ອຍ ຢູ່ເມືອງຫລວງອີຣັກ!

ກຸ່ມໄອເອັສ ລະເບີດຂ້າຕົວຕາຍ ສັງຫານຢ່າງໜ້ອຍ 70 ຄົນ ເຈັບອີກນັບຮ້ອຍ ຢູ່ເມືອງຫລວງອີຣັກ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ກຸມພາຜ່ານມານີ້ວ່າ ເກີດເຫດລະເບີດຂ້າຕົວຕາຍ ຢູ່ເຂດຕະຫລາດ ໂທລະສັບມືຖື ຊຶ່ງເປັນຊຸມຊົນທີ່ຢູ່ອາໄສຂອງຊາວມຸດສະລິມ ນິກາຍຊີອະ ໃຈກາງນະຄອນຫລວງແບກແດດ ປະເທດອີຣັກ ໂດຍມີຜູ້ກໍ່ເຫດ 2 ຄົນ ລົງມືໂຈມຕີ ເຮັດໃຫ້ມີຜູ້ເສຍຊີວິດຈາກເຫດການດັ່ງກ່າວ ຢ່າງໜ້ອຍ 70 ຄົນ ແລະ ບາດເຈັບອີກຫລາຍກວ່າ 100 ຄົນ ຊຶ່ງນັບເປັນເຫດລະເບີດຂ້າຕົວຕາຍ ຄັ້ງຮຸນແຮງທີ່ສຸດໃນຮອບປີ ຂອງອີຣັກ.

ຫລັງຈາກເກີດເຫດການລະເບີດດັ່ງກ່າວ ກຸ່ມລັດອິດສະລາມ ຫລື ໄອເອັສ ຊຶ່ງເປັນກຸ່ມຜູ້ນັບຖືສາສະໜາອິດສະລາມ ນິກາຍຊຸນນີ່ຫົວຮຸນແຮງ ໄດ້ອອກຖະແຫລງການ ອ້າງຢູ່ເບື້ອງຫລັງການກໍ່ເຫດ ແລະ ຕໍ່ມາ ນາຍົກລັດຖະມົນຕີ ໄຮເດີ ອັນ-ອາບາດີ ແຫ່ງ ອີຣັກ ໄດ້ອອກມາລະບຸວ່າ ເຫດລະເບີດດັ່ງກ່າວ ແມ່ນເປັນຝີມືຂອງກຸ່ມໄອເອັສ ທີ່ປະລາໄຊຕໍ່ນັກຮົບ ແລະ ທະຫານອີຣັກ ໃນສະໜາມຮົບ ເມື່ອບໍ່ດົນຜ່ານມານີ້.

NjpUs24nCQKx5e1D8dXV6YIaZxe9ujtALvH3jIWfxYa

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...