Homeຂ່າວການສຶກສາການ​ສອບ​ເສັງ​ນັກຮຽນ​ເກັ່ງ ຂັ້ນ​ນະຄອນຫລວງວຽງຈັນ​ ຈະ​ມີຂຶ້ນ​ກາງ​ເດືອນ​ມີນາ​ນີ້!

ການ​ສອບ​ເສັງ​ນັກຮຽນ​ເກັ່ງ ຂັ້ນ​ນະຄອນຫລວງວຽງຈັນ​ ຈະ​ມີຂຶ້ນ​ກາງ​ເດືອນ​ມີນາ​ນີ້!

Published on

​ພະ​ແນ​ກສຶກສາ​ທິການ ​ແລະ ກິລາ ນະຄອນຫລວງ​ວຽງຈັນ ​ໃຫ້​ຮູ້​ວ່າ: ການ​ສອບ​ເສັງ​ນັກຮຽນ​ເກັ່ງໃນ​ລະດັບ​ຕ່າງໆ​ແມ່ນປະຕິບັດ​ຕາມ​ຂໍ້​ແຂ່ງຂັນ​ສອນ​ດີ, ສອນ​ເກັ່ງ ທີ່​​ກະຊວງ​ສຶກສາ​ທິການ ​ແລະ ກິລາ​ກຳນົດ​ໄວ້, ທັງ​ເປັນ​ການ​ກະຕຸກ​ຊຸກຍູ້​ຂະ​ບວນການ​ສຶກສາ​ຮ່ຳຮຽນ​ ​ແລະ ຍົກ​ລະດັບ​ການ​ສຶກສາ​ຂອງ​​ນັກຮຽນ​ໃຫ້​ນັບ​ມື້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ​ ​ໃຫ້​ກ້າວ​ໄປ​ສູ່​ລະດັບ​ສາກົນ ​ແລະ ພາກ​ພື້ນ​ໂດຍ​ໄວ.

ມາ​ຮອດ​ປັດ​ຈຸ​ບັນ​ ການຈັດ​ສອບ​ເສັງ​ນັກຮຽນ​ເກັ່ງ​ຂັ້ນ​ເມືອງ​ ແມ່ນ​ສຳ​ເລັດ​ແລ້ວ ​ແລະ ຈະ​ມີ​ພິທີ​ສະຫລຸບ​ໃນ​ໄວໆ​ນີ້, ສ່ວນການ​ສອບ​ເສັງ​ຂັ້ນ​ນະຄອນຫລວງ​ ​ແມ່ນຈະ​ມີ​ຂຶ້ນ​ໃນ​ວັນ​ທີ 15 ມີນາທີ່​ຈະ​​ເຖິງ​ນີ້ ​ເພື່ອເລືອກ​ເອົາ​ນັກຮຽນ​ເກັ່ງ, ຜູ້ທີ່​ມີ​ຄະ​ແນນ​ສູງ​ສຸດຈາກ​ 9 ​ເມືອງ​ທົ່ວ​ນະຄອນຫລວງ ​ເປັນ​ຕົວ​ແທນ​ໄປ​ສອບ​ເສັງ​ນັກຮຽນ​ເກັ່ງ​ລະດັບ​ປະ​ເທດ.

ການ​ສອບ​ເສັງ​ນັກຮຽນ​ເກັ່ງ​ ​ແມ່ນ​ການ​ວັດ​ຄວາມ​ຮູ້, ຄວາມ​ສາມາດ​ຂອງ​ນັກຮຽນ​ແຕ່ລະຄົນ ​ເພື່ອເລັ່ງປັບປຸງ​ຄຸນ​ນະພາ​ບຂອງ​ນັກຮຽນ​​ໃຫ້​ດີ​ຂຶ້ນ​ເລື້ອຍໆ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...