Homeຂ່າວເຫດການລັດຖະມົນຕີຕ່າງປະເທດມາເລເຊຍ ສຳເລັດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ລັດຖະມົນຕີຕ່າງປະເທດມາເລເຊຍ ສຳເລັດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

Published on

ຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ດາໂຕະ ສຣິ ອານິຟາ ອາມານ ຮານິບ ເອັມມານ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ພ້ອມດ້ວຍຄະນະ ເດີນທາງມາຢ້ຽມຢາມຢ່າງເປັນທາງການຢູ່ ສປປ ລາວ ໃນລະຫວ່າງວັນທີ 27-29 ກຸມພາ 2016, ເພື່ອ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດລາວ ແລະ ມາເລເຊຍ ແລະ ທັງ ເປັນການສະເຫຼີມສະຫຼອງ ການສ້າງຕັ້ງສາຍພົວພັນການທູດລາວ-ມາເລເຊຍ ຄົບ ຮອບ 50 ປີ (1/7/1996-1/7/ 2016).

ໃນໂອກາດເດີນທາງມາຢ້ຽມຢາມລາວໃນຄັ້ງນີ້ ໃນຕອນເຊົ້າວັນທີ 28 ກຸມພານີ້ ທີ່ທຳນຽບປະທານປະເທດ, ພະນະທ່ານລັດຖະມົນຕີຕ່າງ ປະເທດມາເລເຊຍ ພ້ອມຄະ ນະໄດ້ເຂົ້າຢ້ຽມຂ່ຳນັບພະນະ ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແລະ ພົບປະກັບ ພະນະທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ຊຶ່ງທັງສອງຝ່າຍໄດ້ສະແດງຄວາມຍິນດີ ແລະ ຕີລາຄາສູງ ຕໍ່ໝາກຜົນຂອງການພົວພັນ ແລະ ຮ່ວມມືກັນ ຖານປະເທດເພື່ອນມິດທີ່ມີມູນເຊື້ອອັນດີງາມ ຊຶ່ງສະແດງອອກ ການແລກປ່ຽນການຢ້ຽມຢາມ ລະຫວ່າງການນຳຂັ້ນສູງຂອງສອງປະເທດ, ຕະຫຼອດຮອດບັນດາຂະແໜງການ ຕ່າງໆໃນທຸກໆລະດັບ ແລະ ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

ທັງສອງຝ່າຍໄດ້ປຶກສາ ຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນຮ່ວມກັນ ກ່ຽວກັບການສົ່ງເສີມການຮ່ວມມື ລະຫວ່າງກັນ ເປັນຕົ້ນແມ່ນດ້ານການມືອງ ແລະ ຄວາມໝັ້ນຄົງ ຊຶ່ງທັງສອງຝ່າຍໄດ້ເປັນເອກະພາບຮ່ວມກັນໃນ ການສ້າງຫ້ອງການທີ່ປຶກສາທະຫານລະຫວ່າງກັນ ແລະ ໄດ້ມີການປຶກສາຫາລືກ່ຽວກັບ ການສ້າງບົດບັນທຶກຄວາມ ເຂົ້າໃຈກ່ຽວກັບວຽກງານການປ້ອງກັນຊາດ, ສ່ວນການປ້ອງກັນຄວາມສະຫງົບ ໃຫ້ສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ, ການຮ່ວມມືດ້ານເສດຖະກິດ ໃນສົກປີຜ່ານມາ ສອງປະເທດມີມູນຄ່າການຄ້າສອງຝ່າຍ ບັນລຸໄດ້ 26,14 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 8%.

ສຳລັບການລົງທຶນມາເລເຊຍ ເຂົ້າມາລົງທຶນຢູ່ ສປປ ລາວ ມີເຖິງ 89 ໂຄງການ ມູນຄ່າ 995.119.862 ໂດລາສະຫະລັດ ໃນຂົງເຂດອຸດສາຫະກຳ, ບໍ່ແຮ່ ແລະ ພະລັງງານ ຊຶ່ງຈັດຢູ່ໃນອັນດັບທີ 9 ຂອງການລົງ ທຶນຕ່າງປະເທດ. ໃນອະນາຄົດຍັງມີເງື່ອນໄຂ ແລະ ຂໍ້ສະດວກຫຼາຍດ້ານ ໂດຍສະເພາະມາເລເຊຍ ມີຄວາມສົນໃຈໃນ ການລົງທຶນໃນເຂດເສດຖະກິດພິເສດ-ສະເພາະ. ນອກຈາກນີ້ ມາເລເຊຍ ຍິນດີໃຫ້ການຮ່ວມມື ໃນການຊື້ຂາຍພະ ລັງງານໄຟຟ້າລະຫວ່າງ 4 ປະເທດ ລາວ-ໄທ-ມາເລເຊຍ-ສິງກະໂປ ໂດຍຈະຊຸກຍູ້ໃຫ້ມີການລົງນາມ ບົດບັນທຶກຄວາມເຂົ້າໃຈຮ່ວມກັນ 4 ຝ່າຍ. ສ່ວນການຮ່ວມມືດ້ານວັດທະນະທຳ ແລະ ສັງຄົມ ສອງຝ່າຍໄດ້ເຫັນ ດີຮ່ວມກັນ ໃນການຮ່ວມມືດ້ານການສຶກສາ ພາຍໃຕ້ໂຄງການ MTCP ໂດຍຈະໃຫ້ທຶນສຶກສາ ແລະ ຝຶກອົບຮົມແກ່ ສປປ ລາວ ເພື່ອພັດທະນາບຸກຄະລາກອນ, ດ້ານວັດທະນະທຳ ແລະ ທ່ອງທ່ຽວ ທັງສອງຝ່າຍ ເຫັນດີຮ່ວມກັນ ໃນການສົ່ງເສີມການແລກປ່ຽນດ້ານວັດທະນະທຳ ຄຽງຄູ່ກັບການທ່ອງທ່ຽວ ແລະ ຮ່ວມມືກັນໃນການ ສ້າງເງື່ອນໄຂອຳນວຍຄວາມສະດວກ ດ້ານຄົມມະນາຄົມໃຫ້ຫຼາຍຂຶ້ນ ໂດຍສະເພາະການເປີດສາຍການບິນໂດຍ ກົງລະຫວ່າງ ກົວລາລຳເປີ- ຫຼວງພະບາງ. ນອກຈາກນີ້ ທັງສອງຝ່າຍຍັງໄດ້ຕົກລົງເຫັນດີ ຮ່ວມກັນ ໃນການຈັດກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ມາເລເຊຍ (JC) ຄັ້ງທີ 4 ຊຶ່ງຝ່າຍ ສປປ ລາວ ຈະເປັນເຈົ້າພາບໃນທ້າຍປີ 2016.

ສຳລັບການຮ່ວມມືໃນຂອບອາຊຽນ, ຝ່າຍລາວສະແດງຄວາມຂອບໃຈທີ່ຝ່າຍມາເລເຊຍ ໄດ້ ໃຫ້ການສະໜັບສະໜູນ ແລະ ການຮ່ວມມືແກ່ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2016.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...