Homeຊີວິດແລະຄວາມຮັກຫົນທາງສູ່ຄວາມເຂົ້າໃຈ ແລະ ວິທີການຮັບອາລົມຂອງຜົວ.

ຫົນທາງສູ່ຄວາມເຂົ້າໃຈ ແລະ ວິທີການຮັບອາລົມຂອງຜົວ.

Published on

ຄວາມຮັກ… ບໍ່ວ່າຍິງ ຫຼື ຊາຍຕ່າງກໍ່ມີຄວາມຮູ້ສຶກດ້ວຍກັນທັງນັ້ນ ພຽງແຕ່ວ່າການສະແດງອາລົມເຫລົ່ານັ້ນອອາມາມັນແຕກແຕ່ງກັນ ເຊິ່ງເຮັດໃຫ້ການຮັບມືກ່ຽວກັບຄວາມຮູ້ສຶກກໍ່ແຕກຕ່າງກັນອອກໄປ ແລະ ບາງຄັ້ງກໍ່ເປັນທີ່ມາຂອງການຜິດຖຽງກັນ, ລະແວງກັນລະຫວ່າງຄູ່ຮັກ ເພາະຄວາມບໍ່ເຂົ້າໃຈກັນຈົນນຳໄປສູ່ການຫຍ່າຮ້າງ ດັ່ງນັ້ນເພື່ອປ້ອງກັນບໍ່ໃຫ້ຄວາມບໍ່ເຂົ້າໃຈກັນກາຍເປັນບັນກາໃຫຍ່ ຕອນນີ້ເຮົາມາຮຽນຮູ້ວິທີຮັບມືກັບອາລົມຂອງຜູ້ເປັນຜົວກັນດີກ່ວາ.

1. ການແຍກແຍະອາລົມເປັນເລື່ອງຍາກສຳລັບຜູ້ຊາຍ.

ຫຼາຍໆຄັ້ງທີ່ພົບວ່າຜູ້ຊາຍບໍ່ສາມາດອະທິບາຍຫຼືຈຳກັດຄວາມຮູ້ສຶກໃນຊ່ວງເວລານັ້ນອອກມາເປັນຄຳເວົ້າໄດ້ ແລະ ຫຼາຍຄັ້ງທີ່ພວກເຂົາກໍ່ແຍກແຍະບໍ່ອອກລະຫວ່າງຄວາມເສົ້າກັບຄວາມທໍ້ແທ້ ເຊິ່ງສິ່ງນີ້ເອງທີ່ເຮັດໃຫ້ຜູ້ຍິງຫຼາຍຄົນຫງຸດງິດໄດ້ງ່າຍໆ ສະນັ້ນກ່ອນອື່ນທ່ານຕ້ອງປ່ອຍໃຫ້ເຂົາຢູ່ກັບຕົວເອງແນ່ ແລະ ໃນຂະນະດຽວກັນທ່ານກໍ່ເຮັດໃຫ້ເຂົາຮູ້ວ່າທ່ານບໍ່ໄດ້ປະຖິ້ມເຂົາພຽງປ່ອຍໄລຍະຫ່າງໃຫ້ເຂົາໄດ້ຄິດໄຕ່ຕອງນັ້ນເອງ ໂດຍການທີ່ທ່ານຄອຍໃຫ້ກຳລັງໃຈເຂົາ ແລະ ພ້ອມທີ່ຈະຮັບຟັງເຂົາທຸກເມື່ອ.

2. ຜູ້ຊາຍມັກຈະລະບາຍດ້ວຍການກະທຳ.

ສຳລັບຜູ້ຊາຍທີ່ບໍ່ສະແດງອອກທາງຄຳເວົ້າ ເວລາທີ່ເຂົາຕົກຢູ່ໃນພາວະຄຽດ ຫຼື ສັບສົນທ່ານກໍ່ບໍ່ຈຳເປັນຕ້ອງໄປຖາມ ຫຼື ຄາດຄັ້ນໃຫ້ເຂົາຕອບ ເພາະຈະເຮັດໃຫ້ເຂົາຮູ້ສຶກຄຽດຫຼາຍກ່ວາເກົ່າ ຈະດີກ່ວາຫາກທ່ານຄອຍສັງເກດເອົາເອງຈາກການກະທຳຂອງເຂົາທີ່ຜິດແປກໄປ ເຊິ່ງໃນຊ່ວງນີ້ທ່ານສາມາດເຮັດໄດ້ກໍ່ຄືຫາທາງຜ່ອນຄາຍຄວາມຕຶງຄຽດໃຫ້ເຂົາ ເພື່ອໃຫ້ເຂົາໃຈເຢັນລົງ.

3. ໃຫ້ພື້ນທີ່ສ່ວນຕົວກັບເຂົາ

ເມື່ອປະເຊີນໜ້າກັບບັນຫາຝ່າຍຍິງທີ່ມັກຈະເວົ້າອອກມາ ແຕ່ສຳລັບຜູ້ຊາຍແລ້ວຈະຫງຽບ ແລະ ຄິດຢູ່ກັບບັນຫານັ້ນເພື່ອຫາທາງແກ້ໄຂຫຼາຍກ່ວາ ສະນັ້ນເມື່ອຜົວຂອງທ່ານຫງຽບກໍ່ພະຍາຍາມຫຼີກລ່ຽງຖາມເຂົາໂດຍກົງວ່າ “ເຈົ້າກຳລັງຄິດຫຍັງຢູ່?” ເພາະສິ່ງທີ່ທ່ານຄວນເຮັດກໍ່ຄືໃຫ້ພື້ນທີ່ສ່ວນຕົວກັບເຂົາ ແລະ ປ່ອຍໃຫ້ເຂົາໄດ້ຊອກຫາທາງແກ້ໄຂບັນຫາດ້ວຍຕົວເອງ ແລະ ທ່ານເອງກໍ່ບໍ່ຄວນຄິດໄປເອງວ່າເຂົາຄຽດໃຫ້ທ່ານ

4. ປ່ອຍໃຫ້ເຂົາລະບາຍຄວາມຮູ້ສຶກອອກມາ 

ບາງຄັ້ງຜູ້ຊາຍກໍ່ຕ້ອງການພຽງສະຖານທີ່ທີ່ເຂົາສາມາດຈະນຳເອົາຄວາມຮູ້ສຶກທີ່ຢູ່ໃນໃຈອອກມາ ທ່ານກໍ່ຄວນປ່ອຍໃຫ້ເຂົາໄດ້້ຮັດໃນສິ່ງເຫລົ່ານັ້ນເຊັ່ນ ໃນກໍລະນີທີ່ເຂົາເວົ້າຂຶ້ນສຽງກັບທ່ານ ທ່ານກໍ່ຄວນຈະໃຈເຢັນ ແລະ ບໍ່ໂຕ້ຕອບເຂົາ ປ່ອຍໃຫ້ເຂົາເວົ້າໃນສິ່ງທີ່ເຂົາຕ້ອງການເພື່ອລະບາຍຄວາມຕຶງຄຽດເຫຼົ່ານັ້ນອອກມາ ແລະ ທ່ານກໍ່ຄວນລໍຖ້າໃຫ້ເຂົາອາລົມເຢັນລົງເທົ່ານັ້ນເອງ.

5. ເລີ່ມສ້າງຄວາມສຸກຈາກໂຕເອງ.

ຊີວິດຂອງທ່ານຈະມີຄວາມສຸກຫຼືບໍ່ນັ້ນ ບໍ່ໄດ້ຢູ່ທີ່ການໄດ້ຮັບຄວາມຮັກພຽງຢ່າງດຽວ ແຕ່ຄວນຈະເປັນຝ່າຍໃຫ້ຄວາມຮັກແກ່ຜູ້ຊາຍພ້ອມ ທີ່ສຳຄັນບໍ່ຄວນຈະຮຽກຮ້ອງສິ່ງໃດຫຼາຍເກີນໄປເພື່ອຄວາມສຸກຂອງຕົວເອງ ເພາະຈະເຮັດໃຫ້ອີກຝ່າຍຮູ້ສຶກອຶດອັດ ດັ່ງນັ້ນຫາກເປັນໄປໄດ້ທ່ານຄວນຈະເລີ່ມຕົ້ນຄວາມສຸກຈາກຕົວເອງ ແລ້ວຄວາມສຸກນັ້ນກໍ່ຈະຖ່າຍທອດໄປສູ່ອີກຝ່າຍ ພ້ອມກັບເຮັດໃຫ້ຊີວິດຄູ່ນັ້ນດີຍິ່ງຂຶ້ນ.

 

ໂດຍ: ປັອກເລັກ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...