spot_img
HomeODOPປາກງື່ມ ໄດ້ຮັບກາໝາຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ

ປາກງື່ມ ໄດ້ຮັບກາໝາຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ

Published on

download

ເມືອງ​ປາກ​ງື່ມ ເປັນ​ເມືອງ​ທີ 6 ຂອງ​ນະຄອນຫຼວງ​ວຽງ​ຈັນ ທີ່​ໄດ້​ຮັບ​ກາ​ໝາຍ​ສິນຄ້າ ໜຶ່ງ​ເມືອງ ໜຶ່ງ​ຜະລິດ​ຕະ​ພັນ​ແຫ່ງ​ຊາດ (ODOP) ນັ້ນ​ກໍ່​ຄື: ກຸ່ມ​ຫັດຖະກຳ​ຕ່ຳຫູກ ຢູ່​ບ້ານ​ຊຽງ​ແລ​ທ່າ.

ວັນ​ທີ 25 ເມສາ 2014 ຜ່ານ​ມາ​ນີ້ ພະ​ແນກ​ອຸດສາຫະກຳ ແລະ ການ​ຄ້າ ນະຄອນຫຼວງ​ວຽງ​ຈັນ ອຳນາດ​ການ​ປົກຄອງ​ເມືອງ​ປາກ​ງື່ມ ສົມທົບ​ກັບ​ກົມ​ສົ່ງເສີມ ແລະ ພັດທະນາ​ສິນຄ້າ ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ໄດ້​ຈັດ​ພິທີ​ຕິດ​ກາ​ໝາຍ ໜຶ່ງ​ເມືອງ ໜຶ່ງ​ຜະລິດ​ຕະ​ພັນ​ແຫ່ງ​ຊາດ ຢູ່​ບ້ານ​ຊຽງ​ແລ​ທ່າ ໂດຍ​ມີ​ທ່ານ ​ດຣ. ອານຸພາບ ຕຸ​ນາ​ລົມ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ຜູ້​ຊີ້​ນຳ​ວຽກ​ງານ​ເສດຖະກິດ​ທົ່ວ​ນະຄອນຫຼວງ​ວຽງ​ຈັນ ທ່ານ ວົງ​ເດືອນ ບຸນ​ຍະ​ແສງ ເລຂາ​ພັກ​ເມືອງ ເຈົ້າເມືອງ​ປາກ​ງື່ມ ທ່ານ ສົມ​ຫວັງ ນິນ​ທະ​ວົງ ຫົວໜ້າ​ກົມ​ສົ່ງເສີມ ແລະ ພັດທະນາ​ສິນຄ້າ ເຂົ້າ​ຮ່ວມ.

ທ່ານ ເບີ​ລິນ ເພັດ​ຈັນທະ​ຣາດ ຫົວໜ້າ​ພະ​ແນກ​ອຸດສາຫະກຳ ແລະ ການ​ຄ້າ ນະຄອນຫຼວງ​ວຽງ​ຈັນ ກ່າວ​ວ່າ: ມາ​ຮອດ​ປັດຈຸບັນ​ນີ້ ນະຄອນຫຼວງ​ວຽງ​ຈັນ ສາມາດ​ປະກາດ​ທຸລະ​ກິດ​ທີ່​ສາມາດ​ນຳ​ໃຊ້​ກາ​ໝາຍ ODOP ໄດ້​ແລ້ວ 5 ເມືອງ ມີ 7 ຜະລິດ​ຕະ​ພັນ​ຄື: ເມືອງ​ສີ​ສັດຕະ​ນາກ ມີ 2 ຫົວໜ່ວຍ​ຄື: ຜະລິດ​ຕະ​ພັນ​ປາແດກ​ຂອງ​ໂຮງງານ​ປຸງ​ແຕ່ງ​ປາແດກ ຮຸ່ງເຮືອງ​ສິນ ແລະ ຜະລິດ​ຕະ​ພັນ​ຢາພື້ນເມືອງ ຂອງ​ຫັດຖະກຳ​ປຸງ​ແຕ່ງ​ຢາພື້ນເມືອງ ກາກະທິງ​ທອງ ເມືອງ​ຈັນທະ​ບູ​ລີ ມີ 1 ຫົວໜ່ວຍ​ຄື: ຜະລິດ​ຕະ​ພັນ​ນ້ຳໝາກ​ຍໍ ຂອງ​ຫັດຖະກຳ​ປຸງ​ແຕ່ງ​ນ້ຳໝາກ​ຍໍ ທິບ​ສະຫວ່າງ ເມືອງ​ນາ​ຊາຍ​ທອງ ມີ 1 ຫົວໜ່ວຍ​ຄື: ຜະລິດ​ຕະ​ພັນ​ເຂົ້າ ກາ​ຕາເວັນ ຂອງ​ບໍລິສັດ ແຈ້ງ​ສະຫວ່າງ​ຂາ​ອອກ-ຂາ​ເຂົ້າ ຈຳກັດ ເມືອງ​ສີ​ໂຄດ​ຕະບອງ​ມີ 1 ຫົວໜ່ວຍ​ຄື: ຜະລິດ​ຕະ​ພັນ​ນ້ຳ​ແຈ່ວ​ພັນ​ປາ ແມ່​ແດງ ເມືອງ​ໄຊ​ເຊດ​ຖາ ມີ 2 ຫົວໜ່ວຍ​ຄື: ຜະລິດ​ຕະ​ພັນ​ລາວ​ປອດ​ສານພິດ ຂອງ​ທ່ານ ຄຳ​ສິງ ສີ​ຫາ​ເທບ ຜະລິດ​ຕະ​ພັນ​ຈາກ​ຮ້ານ​ຈຳປາ​ລ້ານ​ຊ້າງ ຫັດຖະກຳ​ເຄື່ອງ​ເງິນ​ຂອງ​ທ່ານ ແອ ສີ​ຫາ​ລາດ.

ສະເພາະ​ຢູ່​ເມືອງ​ປາກ​ງື່ມ ແມ່ນ​ເປັນ​ເມືອງ​ທີ 6 ທີ່​ໄດ້​ຕິດ​ກາ​ໝາຍ​ສິນຄ້າ ODOP ຄື: ກຸ່ມ​ຫັດຖະກຳ​ຕ່ຳຫູກ ຢູ່​ບ້ານ​ຊຽງ​ແລ​ທ່າ.

ທີ່ມາ http://www.vientianemai.net/teen/khao/1/11655

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...