ສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ

0
1720

images-stories-photo5news-0154-215x143

ວັນທີ 26 ເມສາ ຂອງທຸກໆປີ ແມ່ນວັນຊັບສິນທາງ ປັນຍາໂລກ. ໃນປີ 2014 ນີ້, ສປປ ລາວ ພ້ອມກັບບັນ ດາປະ

ເທດສະມາຊິກອົງການຊັບສິນທາງປັນຍາໂລກ ຈັດການສະເຫຼີມສະຫຼອງວັນດັ່ງກ່າວ ພາຍໃຕ້ຄຳຂວັນທີ່ອົງການຊັບ ສິນທາງປັນຍາໂລກ ໄດ້ວາງອອກວ່າ “ຮູບເງົາແມ່ນ ຄວາມນິຍົມຂອງຊາວໂລກ ( MOVIES  A GLOBAL PASSION  ) ໂດຍສ້າງກິດຈະກຳ, ຂະບວນການ ແລະ ໂຄສະນາເຜີຍແຜ່ກ່ຽວກັບການ ປະດິດສ້າງ ແລະ ການປະດິດແຕ່ງໃນວຽກງານຊັບສິນທາງປັນຍາ ເພື່ອໃຫ້ມວນຊົນໄດ້ຮັບຮູ້ຢ່າງເລີກເຊິ່ງ.

ເນື່ອງໃນໂອກາດວັນດັ່ງກ່າວ ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ທ່ານ ສຈ. ດຣ ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີວ່າການ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ປະກອບຄຳເຫັນໃນວັນທີ 25 ເມສາ 2014 ຊຶ່ງມີໃຈຄວາມວ່າ: ຈຸດປະສົງຂອງການສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ແມ່ນເພື່ອສ້າງຈິດ ສຳນຶກໃຫ້ແກ່ສັງຄົມເຂົ້າໃຈກ່ຽວກັບ ພາລະບົດບາດ ແລະ ຄວາມສຳຄັນຂອງວຽກງານຊັບສິນທາງປັນຍາ ເຊັ່ນ: ບັນ ຫາກ່ຽວກັບສິດທິບັດ, ອະນຸສິດທິບັດ, ແບບອຸດສາຫະ ກຳ, ເຄື່ອງໝາຍການຄ້າ, ລິຂະສິດ ແລະ ຜົນງານຊັບສິນທາງປັນຍາດ້ານອື່ນໆ ຕໍ່ການພັດທະນາເສດຖະກິດ-ສັງຄົມເປັນຕົ້ນ. ພ້ອມກັນນັ້ນ ກໍຍັງເປັນການສະແດງເຖິງ ຄວາມເຄົາລົບ ແລະ ຄວາມຍ້ອງຍໍສັນລະເສີນຜົນງານ ແລະ ພູມປັນຍາຂອງບັນດານັກຄົ້ນຄວ້າວິທະຍາສາດ,ນັກປະດິດສ້າງ ແລະ ປະດິດຄິດແຕ່ງ ເພື່ອຊຸກຍູ້ສົ່ງເສີມ ການພັດທະນາຂອງມວນມະນຸດ.

ສໍາລັບ 2014 ນີ້, ອົງການຊັບສິນທາງປັນຍາໂລກໄດ້ວາງຄຳຂວັນ  ຮູບເງົາ-ແມ່ນຄວາມນິຍົມຂອງຊາວໂລກ  ເພື່ອເນັ້ນໃຫ້ເຫັນເຖິງບົດບາດຄວາມສຳ ຄັນບັນດານັກປະພັນ ແລະ ນັກປະດິດຄິດແຕ່ງ ມີຄວາມຄິດສ້າງສັນ ເພື່ອສ້າງສັນປັ້ນແຕ່ງສິນລະປະ-ວັນນະກຳ ແລະ ຜະລິດຕະພັນຮູບເງົາໃໝ່ໆ ອອກມາສູ່ສາຍຕາຂອງ ມວນຊົນໃນທົ່ວໂລກ. ຮູບເງົາກໍແມ່ນຜະລິດຕະພັນຊະນິດໜຶ່ງ ຂອງຊັບສິນທາງປັນຍາ, ພ້ອມກັນນັ້ນ ຍັງເປັນການຊຸກຍູ້ສົ່ງເສີມການຄົ້ນຄວ້າປະດິດແຕ່ງ, ການສະແດງ ແລະ ພັດທະນາການຖ່າຍທອດເຕັກໂນໂລຊີ ຈາກປະເທດທີ່ພັດທະນາແລ້ວ ໄປສູ່ບັນດາປະເທດທີ່ກຳລັງພັດທະນາອີກດ້ວຍ.

ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງ ອົງການຊັບສິນທາງປັນຍາໂລກ ເລີ່ມແຕ່ປີ 1995 ເປັນຕົ້ນມາ ພາຍໃຕ້ການຊີ້ນຳນຳພາອັນສະຫຼາດສ່ອງໃສຂອງພັກ ແລະ ລັດ. ການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກປະຊາຊົນປະຕິວັດລາວ ໃນການບຸກທະລຸທັງ 4 ດ້ານນັ້ນ, ກະຊວງວິ ທະຍາສາດ ແລະ ເຕັກໂນໂລຊີ ໄດ້ຮັບມອບໝາຍໃຫ້ຮັບຜິດຊອບວຽກງານຊັບສິນທາງປັນຍາ, ໄດ້ເອົາໃຈໃສ່ຕໍ່ການຄຸ້ມຄອງ, ພັດທະນາ ແລະ ບໍລິການວຽກງານຊັບສິນ ທາງປັນຍາ ຢູ່ ສປປ ລາວ ຢ່າງຕໍ່ເນື່ອງລຽນຕິດ ແລະ ສາມາດບັນລຸຜົນງານໃນຫຼາຍດ້ານ, ໄດ້ເຄື່ອນໄຫວເຂົ້າຮ່ວມບັນດາອົງການຈັດຕັ້ງຕ່າງໆ ຂອງສາກົນທາງດ້ານຊັບ ສິນທາງປັນຍາ ເຊັ່ນ: ໃນປີ 1997 ໄດ້ເຂົ້າເຄື່ອນໄຫວໃນໜ່ວຍງານການຮ່ວມມືຊັບສິນທາງປັນຍາອາຊຽນ, ໃນປີ 1998 ໄດ້ເຂົ້າເປັນພາຄີສົນທິສັນຍາປາຣີ ວ່າດ້ວຍການ ປົກປ້ອງຊັບສິນອຸດສາຫະກຳ, ໃນປີ 2006 ໄດ້ເຂົ້າເປັນພາຄີສົນທິສັນຍາ ວ່າດ້ວຍການຮ່ວມມືດ້ານສິດທິບັດ, ໃນປີ 2012 ເປັນພາຄີສົນທິສັນຍາເບີນ ວ່າດ້ວຍການປົກ ປ້ອງ ສິນລະປະ-ວັນນະກຳ ແລະ ໂດຍສະເພາະແມ່ນໄດ້ເປັນເຈົ້າການສ້າງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ສະບັບປັບປຸງໃໝ່ ແລະ ໄດ້ສ້າງລະບຽບການຈັດຕັ້ງປະຕິ ບັດກົດໝາຍດັ່ງກ່າວ ຈຳນວນ 06 ສະບັບ ໃຫ້ສອດຄ່ອງກັບຫຼັກການຂອງສົນທິສັນຍາ ວ່າດ້ວຍຊັບສິນທາງປັນຍາຂອງສາກົນ.

ບັນດາເອກະສານດັ່ງກ່າວຊຶ່ງເປັນນິຕິກຳທີ່ສຳຄັນໃນການສ້າງເງື່ອນໄຂໃຫ້ ສປປ ລາວ ໄດ້ເຂົ້າເປັນສະມາຊິກອົງການການຄ້າໂລກ ແລະ ກະກຽມໃຫ້ແກ່ການ ເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ ໃນປີ 2015 ກໍຄືການເຊື່ອມໂຍງເສດຖະກິດເຂົ້າກັບພາກພື້ນ ແລະ ສາກົນ.

ຄຽງຄູ່ກັບການເຄື່ອນໄຫວໃນເວທີສາກົນດັ່ງທີ່ກ່າວມາຂ້າງເທິງນັ້ນ, ພະນັກງານຊັບສິນທາງປັນຍາຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກໍຍັງໄດ້ຫັນ ລົງຮາກຖານຢ່າງແຂງແຮງ ເພື່ອປະຕິບັດຕາມມະຕິເລກທີ 03/ກກມ ຂອງກົມການເມືອງສູນກາງພັກ ກ່ຽວກັບ ວຽກງານສາມສ້າງ ເພື່ອເຄື່ອນໄຫວຈັດຕັ້ງຄຸ້ມຄອງວຽກ ງານຊັບສິນທາງປັນຍາ ແຕ່ສູນກາງລົງຮອດທ້ອງຖິ່ນ, ໄດ້ປະສານງານໂຄສະນາເຜີຍແຜ່, ຊຸກຍູ້ສົ່ງເສີມໃຫ້ເກີດມີ ຫົວຄິດປະດິດສ້າງ-ຫົວຄິດປະດິດແຕ່ງ, ສ້າງຈິດສຳນຶກ ໃນການນັບຖືລິຂະສິດ ແລະ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຊັບສິນທາງປັນຍາ. ພ້ອມກັນນັ້ນ ກໍຍັງໄດ້ພົວພັນຮ່ວມມືກັບສາກົນ, ພາກພື້ນ ແລະ ຮ່ວມມືສອງຝ່າຍ ເພື່ອຍາດແຍ່ງການຊ່ວຍເຫຼືອໃນການກໍ່ສ້າງບຸກຄະລາກອນ ແລະ ປັບປຸງພື້ນຖານໂຄງລ່າງ. ພາຍຫຼັງການສ້າງຕັ້ງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຕ່ປີ 2011 ມາເຖິງປັດຈຸບັນ ໄດ້ຮັບການຈົດທະບຽນຊັບສິນທາງປັນຍາໃນຫຼາຍດ້ານ ເຊັ່ນ: ການຈົດທະບຽນເຄື່ອງໝາຍການຄ້າ 8,900 ກວ່າລາຍການ, ໄດ້ຮັບແຈ້ງຂໍ້ມູນລິຂະສິດ ຫຼາຍກວ່າ 100 ລາຍການ, ໄດ້ເປັນເຈົ້າການປົກປ້ອງລິຂະສິດ ແລະ ນຳໃຊ້ມາດຕະການຕໍ່ຜູ້ລະເມີດ 25 ກໍລະນີ. ການເຄື່ອນໄຫວທີ່ຜ່ານມາຂອງ ກວຕ ໄດ້ເປັນການ ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ.

ໃນໂອກາດວັນຊັບສິນທາງປັນຍາໂລກ ປີ 2014 ນີ້, ຂ້າພະເຈົ້າຂໍຮຽກຮ້ອງມາຍັງບັນດານັກຄົ້ນຄວ້າວິທະຍາສາດ, ນັກປະດິດສ້າງ, ນັກປະດິດແຕ່ງ, ນັກຮຽນ ຮູ້ປັນຍາຊົນ ແລະ ທຸກຊັ້ນຄົນພາຍໃນປະເທດເຮົາ ຈົ່ງໄດ້ສຸມສະຕິປັນຍາເຂົ້າໃນການນຳໃຊ້ ແລະ ພັດທະນາຊັບສິນທາງປັນຍາຂອງປະເທດເຮົາ ໃຫ້ຍົກລະດັບຂຶ້ນຢ່າງ ບໍ່ຢຸດຢັ້ງ ເພື່ອຊຸກຍູ້ສົ່ງເສີມການຜະລິດສິນຄ້າ, ສ້າງເສດຖະກິດພູມປັນຍາ ແລະ ສ້າງເງື່ອນໄຂໃນການຫັນປະເທດເຮົາເປັນອຸດສະຫະກຳ ແລະ ທັນສະໄໝ ຕາມມະຕິ ຂອງກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ທີ່ພັກ ແລະ ລັດວາງອອກ.

ເນື່ອງໃນໂອກາດວັນຊັບສິນທາງປັນຍາໂລກ ແລະ ບຸນປີໃໝ່ລາວ ພສ 2557 ທີ່ກ້າວເຂົ້າມາບໍ່ພໍເທົ່າໃດວັນແລ້ວນີ້ ຂ້າພະເຈົ້າຂໍອວຍພອນ ໄຊອັນປະເສີດມາ ຍັງຜູ້ນຳພັກ-ລັດ ຈົ່ງມີພາລະນາໄມເຂັ້ມແຂງ, ສຶບຕໍ່ຊີ້ນຳນຳພາປະເທດທີ່ແສນຮັກຂອງພວກເຮົາກ້າວໄປສູ່ຄວາມຈະເລີນຮຸ່ງເຮືອງວັດທະນາຖາວອນ, ຂໍອວຍພອນແກ່ ປວງຊົນລາວບັນດາເຜົ່າ, ພະນັກງານ, ທະຫານ, ຕຳຫຼວດ, ນັກຄົ້ນຄວ້າວິທະຍາສາດ, ນັກປະດິດສ້າງ, ນັກປະດິດແຕ່ງ, ນັກຮຽນຮູ້ປັນຍາຊົນ ຕະຫຼອດເຖິງບັນດາ ຜູ້ປະກອບການທຸລະກິດຕ່າງໆ ຈົ່ງມີສຸຂະພາບເຂັ້ມແຂງ, ສຸມທຸກເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ, ຊຸກຍູ້ສົ່ງເສີມການຄົ້ນຄວ້າພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ເຮັດໃຫ້ວຽກງານຊັບສິນທາງປັນຍາຂອງ ສປປ ລາວ ໄດ້ຮັບການພັດ ທະນາ ແລະ ຍົກລະດັບຂຶ້ນຢ່າງບໍ່ຢຸດຢັ້ງ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ປະຊາຊົນເຮົາ ມີຄວາມຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງ ເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

ທີ່ມາ http://www.most.gov.la/