Homeຂ່າວຕ່າງປະເທດກອງທັບຊີຣີ ປົດປ່ອຍເມືອງຍຸດທະສາດສຳຄັນ ຈາກກຸ່ມໄອເອັສ ໂດຍຣັດເຊຍຊ່ວຍໜູນທາງອາກາດ!

ກອງທັບຊີຣີ ປົດປ່ອຍເມືອງຍຸດທະສາດສຳຄັນ ຈາກກຸ່ມໄອເອັສ ໂດຍຣັດເຊຍຊ່ວຍໜູນທາງອາກາດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ກຸມພານີ້ວ່າ ກອງທັບລັດຖະບານຊີຣີ ສາມາດປົດປ່ອຍພື້ນທີ່ ເມືອງຄັນນາເຊີ ຊຶ່ງເປັນເມືອງຍຸດທະສາດສຳຄັນ ຄືນຈາກການຍຶດຄອງຂອງກຸ່ມລັດອິດສະລາມ ຫລື ໄອເອັສ ໄດ້ຢ່າງສົມບູນ ໃນວັນທີ 25 ກຸມພາຜ່ານມາ ໂດຍເມືອງແຫ່ງນີ້ ໄດ້ເປັນເສັ້ນທາງຫລັກ ທີ່ຈະເຊື່ອມຕໍ່ເຂດປົດປ່ອຍ ຂອງລັດຖະບານຊີຣີ ແຫ່ງຕ່າງໆເຂົ້າກັນ.

ການໂຈມຕີປົດປ່ອຍເມືອງດັ່ງກ່າວນີ້ ແມ່ນໄດ້ຮັບການສະໜັບສະໜູນ ຈາກການໂຈມຕີທາງອາກາດ ຂອງກອງທັບອາກາດຣັດເຊຍ ຊຶ່ງໄດ້ສັງຫານກຸ່ມນັກຮົບໄອເອັສ ປະມານ 20 ຄົນ ແລະ ຄາດວ່າການໂຈມຕີ ຈະຢຸດຕິລົງ ໃນວັນເສົາທີ 27 ກຸມພານີ້ ພາຍຫລັງຂໍ້ຕົກລົງຢຸດຍິງໃນຊີຣີ ຊຶ່ງມີຣັດເຊຍ ແລະ ສະຫະລັດອາເມຣິກາ ເປັນຄົນກາງ ໄດ້ຮັບການຈັດຕັ້ງປະຕິບັດ.

ແນວໃດກໍຕາມ ເຖິງແມ່ນຂໍ້ຕົກລົງດັ່ງກ່າວມີຜົນບັງຄັບໃຊ້ແລ້ວ ແຕ່ການປາບປາມກຸ່ມໄອເອັສ ຈະຍັງຄົງດຳເນີນຕໍ່ໄປ ໃນຖານະກຸ່ມທີ່ຖືກຍົກເວັ້ນ ຈາກແຜນການຢຸດຍິງ ເຊັ່ນດຽວກັນກັບກຸ່ມ ອັນ-ນຸສະຣາ ຟຣອນ ທີ່ເປັນເຄືອຂ່າຍຂອງກຸ່ມອັນກໍອຶດະ ອີກດ້ວຍ.

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...