Homeຂ່າວຕ່າງປະເທດມຽນມາຫັນແລ້ງເປັນໂອກາດ ເລັ່ງຂຸດຮ່ອງລະບາຍນ້ຳ ເຂດປາກນ້ຳອີຣະວະດີ ປ້ອງກັນນ້ຳຖ້ວມ ຈະມາເຖິງ!

ມຽນມາຫັນແລ້ງເປັນໂອກາດ ເລັ່ງຂຸດຮ່ອງລະບາຍນ້ຳ ເຂດປາກນ້ຳອີຣະວະດີ ປ້ອງກັນນ້ຳຖ້ວມ ຈະມາເຖິງ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ກຸມພານີ້ວ່າ ລັດຖະບານມຽນມາ ໄດ້ດຳເນີນໂຄງການ ຂຸດຮ່ອງນ້ຳຂະໜາດໃຫຍ່ ຜ່ານທົ່ງນາເຂດທົ່ງພຽງປາກແມ່ນ້ຳອິຣະວະດີ ເພື່ອເປັນຮ່ອງລະບາຍນ້ຳ ປ້ອງກັນນ້ຳຖ້ວມພື້ນທີ່ກະສິກຳ, ຟາມລ້ຽງສັດ ແລະ ຊັບສິນຂອງປະຊາຊົນ ທີ່ອາໄສຢູ່ບໍລິເວນດັ່ງກ່າວ ຊຶ່ງເປັນເຂດທີ່ມັກເກີດໄພນ້ຳຖ້ວມໃນທຸກໆປີ ເມື່ອລະດູຝົນຫາກມາເຖິງ.

ແຫລ່ງຂ່າວບໍ່ໄດ້ລະບຸລາຍລະອຽດ ກ່ຽວກັບຂະໜາດ, ຄວາມຍາວ ແລະ ມູນຄ່າໂຄງການ ໂດຍລະບຸພຽງແຕ່ວ່າ ໂຄງການດັ່ງກ່າວ ຈະສາມາດປ້ອງກັນນ້ຳຖ້ວມນາ ພາຍໃນພື້ນທີ່ຊຶ່ງຖືເປັນອູ່ເຂົ້າອູ່ປາຂອງປະເທດ.

ທັງນີ້ ເນື່ອງຈາກປັດຈຸບັນ ຫລາຍພື້ນທີ່ຂອງປະເທດມຽນມາ ກຳລັງປະສົບບັນຫາໄພແຫ້ງແລ້ງ ໂດຍລັດຖະບານມຽນມາ ໄດ້ອີງອາໄສໄລຍະດັ່ງກ່າວນີ້ ເລັ່ງລົງມືຂຸດຮ່ອງລະບາຍນ້ຳດັ່ງກ່າວ ໃຫ້ສຳເລັດໂດຍໄວ ແລະ ມີກຳນົດໃຫ້ສຳເລັດ ກ່ອນລະດູຝົນຈະມາເຖິງໃນອີກບໍ່ເທົ່າໃດເດືອນຂ້າງໜ້ານີ້.

 

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...