Homeຂ່າວຕ່າງປະເທດນະຄອນຫລວງປັກກິ່ງ ແຊງໜ້າມະຫານະຄອນນິວຢອກ ມີອະພິມະຫາເສດຖີ ຫລາຍທີ່ສຸດໃນໂລກ!

ນະຄອນຫລວງປັກກິ່ງ ແຊງໜ້າມະຫານະຄອນນິວຢອກ ມີອະພິມະຫາເສດຖີ ຫລາຍທີ່ສຸດໃນໂລກ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ກຸມພາຜ່ານມານີ້ວ່າ ຈາກຜົນຂອງການວິໄຈພົບ ນະຄອນຫລວງປັກກິ່ງ ແຫ່ງ ສາທາລະນະລັດປະຊາຊົນຈີນ ໄດ້ກາຍເປັນເມືອງຫລວງຂອງອະພິມະຫາເສດຖີ ລະດັບພັນລ້ານ ຫລື ຕື້ໂດລາ ຫລາຍເປັນອັນດັບໜຶ່ງຂອງໂລກ ແຊງໜ້າມະຫານະຄອນນິວຢອກ ຂອງສະຫະລັດອາເມຣິກາ ໂດຍນະຄອນຫລວງປັກກິ່ງ ມີອະພິມະຫາເສດຖີ 100 ຄົນ ໃນຂະນະທີ່ມະຫານະຄອນນິວຢອກ ມີ 95 ຄົນ ຊຶ່ງຕົວເລກດັ່ງກ່າວສະແດງໃຫ້ເຫັນວ່າ ນະຄອນຫລວງປັກກິ່ງຂອງຈີນ ມີອະພິມະຫາເສດຖີ ເພີ່ມຂຶ້ນຈາກປີຜ່ານມາເຖິງ 32 ຄົນ ໃນຂະນະທີ່ນິວຢອກ ເພີ່ມຂຶ້ນພຽງ 4 ຄົນ.

ອັນດັບທີ 3 ຖັດລົງມາ ແມ່ນນະຄອນຫລວງມົດສະກູຂອງຣັດເຊຍ ມີອະພິມະຫາເສດຖີຕື້ໂດລາ 66 ຄົນ, ສ່ວນເຂດບໍລິຫານພິເສດ ຮົງກົງ ຂອງຈີນ ຕິດອັນດັບທີ 4 ມີຈຳນວນ 64 ຄົນ ແລະ ນະຄອນຊຽງໄຮ້ຂອງຈີນ ຕິດອັນດັບທີ 5 ໃນຈຳນວນ 55 ຄົນ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...