Homeຂ່າວພາຍ​ໃນຢີ່ ​ລໍ່ ຖືກ​ຈັບ​ພ້ອມ​ຢາ​ບ້າເກືອບ 2 ພັນ​ເມັດ

ຢີ່ ​ລໍ່ ຖືກ​ຈັບ​ພ້ອມ​ຢາ​ບ້າເກືອບ 2 ພັນ​ເມັດ

Published on

 

ເຈົ້າ​ໜ້າ­ທີ່​ໜ່ວຍງານ​ຕ້ານ ແລະ​ສະ ກັດ​ກັ້ນ​ຢາ​ເສບ​ຕິດ ປກສ ເມືອງ​ຄຳ​ເກີດ ແຂວງ​ບໍ​ລິ​ຄຳ​ໄຊ ໄດ້ນຳ​ກຳ­ລັງ ພ້ອມ​ດ້ວຍ​ພາກ­ສ່ວນ​ທີ່​ກຽ່ວ​ຂ້ອງເຂົ້າ​ກວດ​ຄົ້ນ​ເຮືອນຂອງ​ນາງ ຢີ່ ​ລໍ່ ອາ­ຍຸ 28 ປີ ຢູ່​ບ້ານ​ໜອງ ປອງ ເມືອງ​ຄຳ​ເກີດ ແຂວງ​ບໍ​ລິ​ຄຳ​ໄຊ ໃນຂໍ້​ຫາ​ຄ້າ­ຂາຍ​ຢາ​ເສບຕິດ​ປະ­ເພດ​ຢາ​ບ້າ.

ໃນ​ຄັ້ງ​ວັນ​ທີ 18 ມັງ ກອນ 2016 ເຈົ້າ​ໜ້າ­ທີ່ໜ່ວຍ​ງານ​ຕ້ານ ແລະ​ສະກັດ​ກັ້ນ​ຢາ​ເສບ​ຕິດ ປກສ ເມືອງຄຳ​ເກີດ​ ແຂວງ​ບໍ​ລິ​ຄຳ​ໄຊ​ຮັບ​ແຈ້ງ​ຄວາມຈາກ​ພົນ­ລະ­ເມືອງ​ດີ​ວ່າ ມີ​ການ​ມົ້ວ​ສຸມແລະ​ຄ້າ-ຂາຍ​ຢາ​ເສບ​ຕິດ​ຈິ່ງ​ໄດ້​ວາງ ກຳ­ລັງ​ຕິດ­ຕາມ​ການ­ເຄື່ອນ­ໄຫວ​ຂອງເປົ້າ​ໝາຍ​ສົງ­ໄສ​ຢູ່​ເຂດ​ບ້ານ​ໜອງ​ປອງເມືອງ​ຄຳ​ເກີດ ແຂວງ​ບໍ​ລິ​ຄຳ​ໄຊ ຜ່ານການ​ຕິດ­ຕາມ​ເຫັນ​ວ່າ​ແຫຼ່ງ​ຂ່າວ​ທີ່​ໄດ້ມາ​ແມ່ນ​ມີ​ມູນ​ຄວາມ​ຈິງ​ແທ້ ແລະ​ທາງເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ພ້ອມ​ພາກ­ສ່ວນ​ທີ່ກ່ຽວ­ຂ້ອງ​ຈິ່ງ​ໄດ້​ເຂົ້າ​ກວດ​ຄົ້ນ​ເຄ­ຫາ​ສະຖານ​ເຊິ່ງ​ເປັນ (ເຮື​ອນ) ຂອງ​ນາງ ຢີ່ ລໍ່ ອາ­ຍຸ 28 ປີ​ຢູ່​ບ້ານ​ໜອງ​ປອງ ເມືອງ ຄຳ​ເກີດ​ແຂວງ​ບໍ​ລິ​ຄຳ​ໄຊ ຜ່ານ​ການ​ກວດຄົ້ນ​ເຄ­ຫະ​ສະ­ຖານ​ຕົວ​ຈິງ​ໄດ້​ພົບ​ເຫັນ​ຢາເສບ​ຕິດ​ປະ­ເພດ​ຢາ​ບ້າ​ຈຳ­ນວນ 1 ມັດລວມ​ມີ 1.984 ເມັດ ສະ­ນັ້ນ​ທາງ​ເຈົ້າໜ້າ­ທີ່​ຈິ່ງ​ໄດ້​ກັກ​ຕົວ​ຜູ້​ຖືກ​ຫາ ນາງ ຢີ່​ລໍ່​ໄປ ປກສ ເມືອງ​ເພື່ອ​ທຳ​ການ​ສືບ­ສວນ-ສອບ​ສວນ.

ຕາມ​ການ​ສືບ­ສວນ-ສອບ​ສວນ​ຂອງ ເຈົ້າ​ໜ້າ­ທີ່ ນາງ ຢີ່​ລໍ່ ໄດ້​ຮັບ​ສາ­ລະ­ພາບ ຕໍ່​ເຈົ້າ​ໜ້າ­ທີ່​ວ່າ​ໃນ​ເບື້ອງ​ຕົ້ນ​ມີ​ຊາຍ​ຄົນໜຶ່ງ​ມາ​ສົ່ງ​ໃຫ້​ຢູ່​ແຄມ​ທາງ​ເລກ 8 A ໃກ້ກັບ​ປ້ຳ­ນ້ຳ­ມັນ​ແຫ່ງ​ໜຶ່ງ ແລະ​ໄດ້​ຊື້​ເອົາມາ​ຈຳ­ນວນ 1 ມັດ​ລວມ​ມີ 1.984 ເມັດ ໃນ​ລາ­ຄາ 34 ພັນ​ບາດ ແລ້ວ​ນຳ​ເອົາຢາ​ບ້າ​ທີ່​ຊື້​ມາ​ໄປ​ຊຸກ­ເຊື່ອງ​ໄວ້​ໃນ​ຕູ້​ເຄື່ອງນຸ່ງ​ພາຍ​ໃນ​ຫ້ອງ​ນອນ​ຂອງ​ຕົນ ແຕ່​ພໍຕົກ​ຮອດ​ເວ­ລາ 15 ໂມງ​ຂອງ​ວັນ​ດຽວກັນ​ກໍ​ຖືກ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ນຳ​ກຳ­ລັງເຂົ້າ​ກວດ​ຄົ້ນ​ພົບ​ເຫັນ​ຢາ​ບ້າ​ທີ່​ຕົນ​ໄດ້ຊຸກ­ເຊື່ອງ​ໄວ້​ຈຳ­ນວນ 1 ມັດ ຕໍ່​ກັບ​ການຮັບ​ສາ­ລະ­ພາບ ແລະ​ຂອງ​ກາງ​ທີ່​ມີ​ເຈົ້າໜ້າ­ທີ່​ຕຳ­ຫຼວດ​ຈິ່ງ​ໄດ້​ກັກ​ຕົວ​ນາງ ຢີ່ ​ລໍ່ ມາ​ດຳ­ເນີນ​ຄະ­ດີ​ຕາມ​ລະ­ບຽບ​ກົດ­ໝາຍ ແລະ​ຂະ­ຫຍາຍ​ຜົນ​ຫາ​ຜູ້​ທີ່​ຮ່ວມ​ຂະ​ບວນ​ການ​ຕື່ມ​ອີກ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...