ເພື່ອຊ່ວຍເຮັດໃຫ້ນາເຂົ້າໄດ້ປະສິດທິພາບສູງໃນການຜະລິດເຂົ້າ ແລະຊ່ວຍປັບປຸງສະພາບດິນໃຫ້ມີຄວາມອຸດົມສົມບູນຍິ່ງ ຂຶ້ນ,
ດັ່ງນັ້ນ ການໝູນໃຊ້ນ້ຳຊີວະພາບໃນນາເຂົ້າຈິ່ງມີຄວາມສຳຄັນເຊັ່ນ: ໃນພື້ນທີ່ 1 ໄລ່ ໃສ່ຝຸ່ນບົ່ມ ຂີ້ສັດປະມານ 200 ກິໂລ ໂດຍ ການແບ່ງໃສ່ເປັນໄລຍະຄື:
ຂັ້ນຕອນຂອງການໃສ່ນ້ຳສະ ກັດຊີວະພາບເທື່ອທຳອິດແມ່ນໃສ່ ໃນໄລຍະໄຖພວນດິນ ໂດຍການຫວ່ານຝຸ່ນບົ່ມຂີ້ສັດໃຫ້ທົ່ວ 100 ກິໂລຕໍ່ໄລ່ ຈາກນັ້ນໃຫ້ປະສົມນ້ຳສະກັດຊີວະພາບ 400 ຊີຊີ+ ກາກນ້ຳຕານ 400 ຊີຊີ+ນ້ຳ 200 ລິດ, ສິດໃຫ້ທົ່ວເນື້ອທີ່ຂອງນາ ແລ້ວໄຖດິນປົກໃຫ້ທົ່ວປະໄວ້ 15 ວັນ ເພື່ອໃຫ້ນ້ຳສະກັດຊີວະພາບ ຍ່ອຍສະຫຼາຍຫຍ້າວັດສະພືດ ແລະເຟືອງໃຫ້ເປັນຝຸ່ນທຳມະຊາດເລັ່ງການອອກງອກເມັດພືດ 15 ວັນ, ຫຼັງຈາກໄຖແລ້ວ ໃຫ້ປະສົມນ້ຳສະ ກັດຊີວະພາບ+ກາກນ້ຳຕານ ຢ່າງລະ 400 ຊີຊີ ກັບນ້ຳ 200 ລິດ ສີດພົ່ນໃຫ້ທົ່ວແລ້ວໄຖປົກ ເພື່ອ ຂ້າຫຍ້າວັດສະພືດໃຫ້ກາຍເປັນປຸ໋ຍພືດສົດ.
ຈາກນັ້ນ ອີກ 15 ວັນ ຈິ່ງໄຖ ແລະຄາດແລ້ວສີດນ້ຳສະກັດຊີວະພາບໃນອັດຕາສ່ວນເກົ່າ 1 ເທື່ອ ຈິ່ງໄຖຄາດເພື່ອປັກດຳ ແລະປັກ ດຳແລ້ວໃຫ້ຫວ່ານຝຸ່ນບົ່ມຂີ້ສັດໃຫ້ທົ່ວໄຮ່ນາປະໄວ້ປະມານ 30 ກິໂລຕໍ່ໄລ່ ໃນໄລຍະທີ່ດຳໄດ້ 7-15 ວັນ ແລະໃຫ້ສີດພົ່ນດ້ວຍນ້ຳສະ ກັດຊີວະພາບ+ກາກນ້ຳຕານຢ່າງລະ 400 ຊີຊີ ປະສົມກັບນ້ຳ 200 ລິດ, ພໍອາຍຸເຂົ້າໄດ້ 1 ເດືອນ, ຈາກນັ້ນ ຈິ່ງຫວ່ານຝຸ່ນບົ່ມຂີ້ສັດໃສ່ຕື່ມ ຈຳນວນ 30 ກິໂລທີ່ເຫຼືອໃຫ້ທົ່ວນາ ແລະສິດພົ່ນດ້ວຍນ້ຳສະກັດຊີວະພາບ+ກາກນ້ຳຕານຢ່າງລະ 400 ຊີຊີ ກັບນ້ຳ 200 ລິດ ກ່ອນເຂົ້າມານເລັກນ້ອຍ (ຊ່ວງເຂົ້າຖືວົງແຫວນ) ແລະຫວ່ານຝຸ່ນບົ່ມອີກ 40 ກິໂລ ຕໍ່ໄລ່ຕາມດ້ວຍສີດພົ່ນນ້ຳສະກັດ ຊີວະພາບ+ກາກນ້ຳຕານຢ່າງລະ 200 ຊີຊີປະສົມນ້ຳ 200 ລິດ.
ສະເລ່ຍເນື້ອທີ່ 1 ໄລ່ ໃຊ້ຝຸ່ນບົ່ມ ປະມານ 200 ກິໂລ ໃນປີທຳອິດທີ່ໃສ່ຝຸ່ນບົ່ມຂີ້ສັດໃນນາເຂົ້າອາດຕ້ອງໃສ່ໃນປະລິມານຫຼາຍ ແຕ່ເມື່ອດິນດີແລ້ວປີຕໍ່ໄປຈິ່ງຄ່ອຍຫຼຸດປະລິມານການໃສ່ລົງ, ພ້ອມທັງ ໃຫ້ລະວັງພະຍາດ ແລະແມງໄມ້ ສັດຕູພືດຕ່າງໆລົບກວນຄວນສີດພົ່ນດ້ວຍນ້ຳສະກັດຊີວະພາບທຸກໆ 15 ວັນ, ໃນປະລິມານນ້ຳສະກັດຊີວະພາບ 400 ຊີຊີປະສົມກາກນ້ຳຕານ 400 ຊີຊີ ແລະນ້ຳ 200 ຊີຊີ.
ຕາມປົກກະຕິລັກສະນະຂອງດິນນັ້ນຈະແໜ້ນຈັບກັນເປັນກ້ອນ ແຂງມີລັກສະນະທີ່ລະບາຍນ້ຳບໍ່ດີ ຈຶ່ງເຮັດໃຫ້ນ້ຳໄຫຼຜ່ານໄປເທິງໜ້າດິນ ແຕ່ຫຼັງຈາກການໃຊ້ນ້ຳສະກັດ ຊີວະພາບດ້ວຍການເຮັດວຽກຂອງນ້ຳສະກັດຊີວະພາບດິນຈະຈັບກັນເປັນກຸ່ມເປັນກ້ອນນ້ອຍນຸ້ມອ່ອນມີສະພາບອຸ້ມນ້ຳໄດ້ຂຶ້ນ ຊຶ່ງເປັນ ລັກສະນະທີ່ເໝາະຕໍ່ການກະເສດເປັນຢ່າງດີ.
ນອກຈາກນັ້ນ ຍັງສາມາດແກ້ ບັນຫາກ່ຽວກັບຫຍ້າໂດຍບໍ່ຕ້ອງໃຊ້ສານເຄມີ, ໃນກໍລະນີເປັນນາເຂົ້າ ແລະໄຮ່ຫຼັງຈາກທີ່ໃສ່ນ້ຳສະກັດຊີວະພາບຈະເຮັດໃຫ້ເມັດຫຍ້າ ທີ່ພັກຕົວຢູ່ເກີດຂຶ້ນມາໝົດ ຈິ່ງສາມາດກຳຈັດຫຍ້າທັງໝົດໄດ້ດ້ວຍການໄຖພວນ ຈິ່ງເປັນການຕັດຫຍ້າວັດສະພືດບໍ່ໃຫ້ງອກອີກຕໍ່ໄປອາດຈະໃຊ້ວິທີຕັດ ຫຼື ລົ້ມຫຍ້າຕ່າງໆໃຫ້ເກີດຮອຍຊ້ຳກ່ອນແລ້ວ ຈິ່ງໂຮຍຝຸ່ນບົ່ມລົງໄປຈະເຮັດໃຫ້ຮາກຫຍ້າຕາຍ ແລະບໍ່ງອກຂຶ້ນມາອີກ ເມື່ອໃຊ້ນ້ຳສະກັດຊີວະພາບຢ່າງຕໍ່ເນື່ອງບໍ່ນານບັນຫາຫຍ້າກໍຈະໝົດໄປ.
ສ່ວນການໄຖພວນ ແມ່ນເພື່ອຕ້ອງການໃຫ້ດິນທີ່ແຂງຕົວອ່ອນຂຶ້ນອຸ້ມນ້ຳ ແລະອາກາດຜ່ານໄດ້ດີ, ການໃຊ້ນ້ຳສະກັດຊີວະພາບຈະຊ່ວຍໃຫ້ດິນບໍ່ຈັບກັນແຂງແຕ່ ຈະອ່ອນອຸ້ມນ້ຳ ແລະອາກາດຜ່ານ ໄດ້ດີຈິ່ງບໍ່ຈຳເປັນໄຖພວນອີກຕໍ່ໄປ ຊຶ່ງຊາວກະສິກອນທີ່ໃຊ້ນ້ຳສະກັດຊີວະພາບມາ 3 ປີແລ້ວບໍ່ຈຳເປັນ ຕ້ອງໃຊ້ອີກ ແລະຍັງສາມາດໄດ້ຜົນຜະລິດເພີ່ມຂຶ້ນທຸກປີອີກ.
ຂໍ້ມູນຈາກ http://www.sedthakid.la/