spot_img
Homeຂ່າວຕ່າງປະເທດນາຍົກຯກຳປູເຈຍ ອະນຸຍາດໃຫ້ທະຫານ ໃຊ້ເຮລິຄັອບເຕີ້ຕິດອາວຸດຍິງທັນທີ ປາບປາມການລັກລອບຕັດໄມ້!

ນາຍົກຯກຳປູເຈຍ ອະນຸຍາດໃຫ້ທະຫານ ໃຊ້ເຮລິຄັອບເຕີ້ຕິດອາວຸດຍິງທັນທີ ປາບປາມການລັກລອບຕັດໄມ້!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ກຸມພານີ້ວ່າ ນາຍົກລັດຖະມົນຕີ ຮຸນແຊນ ຂອງກຳປູເຈຍ ໄດ້ອະນຸຍາດໃຫ້ເຈົ້າໜ້າທີ່ທະຫານ ໃຊ້ເຮລິຄັອບເຕີ້ຕິດອາວຸດ ເຂົ້າໃນການປາບປາມ ການລັກລອບຕັດໄມ້ຜິດກົດໝາຍ ຊຶ່ງເປັນຄວາມພະຍາຍາມຄັ້ງຫລ້າສຸດ ສຳລັບລັດຖະບານກຳປູເຈຍ ໃນການແກ້ໄຂ ບັນຫາການຕັດໄມ້ທຳລາຍປ່າໃນປະເທດ.

ທ່ານ ຮຸນແຊນ ໄດ້ເວົ້າວ່າ ” ພວກເຮົາໃຫ້ຄວາມສຳຄັນ ກ່ຽວກັບການຕັດໄມ້ທຳລາຍປ່າ ຕ້ອງໄດ້ຮັບການລົງໂທດ ຂ້າພະເຈົ້າໄດ້ອະນຸມັດໃຫ້ນຳໃຊ້ ເຮລິຄັອບເຕີ້ 2 ລຳ ກັບ ພົນເອກ ເສົາ ສຸຂະ ຮອງຜູ້ບັນຊາການທະຫານບົກ ແລະ ອະນຸຍາດໃຫ້ພວກເຂົາສາມາດຍິງລູກສອນໄຟໄດ້ ” ພ້ອມນັ້ນ ທ່ານຍັງໄດ້ກ່າວອີກວ່າ ການຄ້າໄມ້ຜິດກົດໝາຍ ມີຂຶ້ນຢູ່ກ້ອງຮູດັງຂອງເຈົ້າໜ້າທີ່ ແລະ ຕັ້ງຄຳຖາມວ່າ ” ໄມ້ມີຂະໜາດໃຫຍ່ຫລາຍ ແລ້ວພວກຕຳຫລວດ, ເຈົ້າໜ້າທີ່ປ່າໄມ້ ແລະ ກະຊວງສິ່ງແວດລ້ອມ ເອົາຕາໄປໄວ້ໃສ ຫລື ພວກທ່ານກໍເປັນແບບດຽວກັນ ກັບພວກເຂົາເຫລົ່ານັ້ນ? ”

ທັງນີ້ ເນື່ອງຈາກການຕັດໄມ້ທຳລາຍປ່າຢູ່ປະເທດກຳປູເຈຍ ໄດ້ສົ່ງຜົນກະທົບທຳລາຍເນື້ອທີ່ປ່າໄມ້ ເຖິງ 1 ໃນ 4 ຂອງເນື້ອທີ່ທົ່ວປະເທດ ໃນໄລຍະເວລາພຽງໜຶ່ງຊົ່ວອາຍຸຄົນ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...