Homeຂ່າວຕ່າງປະເທດສະໜາມບິນກວາງນິງ ໃກ້ອ່າວຮາລອງຂອງຫວຽດນາມ ຈະເປີດໃຫ້ບໍລິການ ທ້າຍປີ 2017 ນີ້!

ສະໜາມບິນກວາງນິງ ໃກ້ອ່າວຮາລອງຂອງຫວຽດນາມ ຈະເປີດໃຫ້ບໍລິການ ທ້າຍປີ 2017 ນີ້!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ກຸມພາຜ່ານມານີ້ວ່າ ທ່ານ ຫງວຽນ ວັນ ແຖ່ງ ຮອງປະທານແຂວງກວາງນິງ ໄດ້ເປີດເຜີຍວ່າ ໂຄງການກໍ່ສ້າງສະໜາມບິນກວາງນິງ ເທິງເກາະເວິນໂດ່ນ ຫ່າງຈາກອ່າວຮາລອງ ສະຖານທີ່ທ່ອງທ່ຽວຍອດນິຍົມແຫ່ງໜຶ່ງຂອງຫວຽດນາມ ປະມານ 50 ກິໂລແມັດ ຈະສາມາດເປີດໃຊ້ງານໄດ້ ພາຍໃນທ້າຍປີ 2017 ນີ້ ພາຍຫລັງທີ່ໂຄງການດັ່ງກ່າວ ໄດ້ຫລ້າຊ້າໄປເກືອບໜຶ່ງປີ ຍ້ອນຂັ້ນຕອນການສຶກສາຄວາມເປັນໄປໄດ້ຂອງໂຄງການ ໃຊ້ເວລາດົນກວ່າທີ່ຄາດໄວ້.

ພາຍຫລັງການກໍ່ສ້າງສຳເລັດ ສະໜາມບິນກວາງນິງ ຊຶ່ງໃຊ້ງົບປະມານໃນການກໍ່ສ້າງ 331.7 ລ້ານໂດລາ ຈະສາມາດຮອງຮັບຜູ້ໂດຍໄດ້ 2 ລ້ານຄົນຕໍ່ປີ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...