Homeຂ່າວພາຍ​ໃນນະຄອນຫລວງວຽງຈັນຖະແຫລງ ປ່ຽນຜູ້ບໍລິຫານ ຕະຫລາດເຊົ້າມໍ 2 ຄົນໃໝ່

ນະຄອນຫລວງວຽງຈັນຖະແຫລງ ປ່ຽນຜູ້ບໍລິຫານ ຕະຫລາດເຊົ້າມໍ 2 ຄົນໃໝ່

Published on

ວັນທີ 24 ກຸມພານີ້, ທ່ານຮອງເຈົ້າຄອງນະຄອນຫລວງວຽງຈັນ, ໄດ້ແຈ້ງໃຫ້ຊາວຄ້າຂາຍ ແລະ ພາກສ່ວນກ່ຽວຂ້ອງ ພາຍໃນຕະຫລາດເຊົ້າມໍ 2 (Shopping Mall 2) ໄດ້ຮັບຮູ້ທົ່ວເຖິງກັນວ່າ: ກະຊວງແຜນການ ແລະ ການລົງທຶນ ໄດ້ເຊັນສັນຍາແມ່ບົດ ການສຳປະທານໂຄງການພັດທະນາ ແລະ ປັບປຸງຍົກລະດັບຕະຫລາດເຊົ້າວຽງຈັນ ກັບ ກຸ່ມບໍລິສັດ ເອັກສ໌ຄາລີເປີ ຈຳກັດ (ສິງກະໂປ) ໃນຄັ້ງວັນທີ 13 ສິງຫາ 2004. ຫລັງຈາກນັ້ນ ຜູ້ພັດທະນາໂຄງການ ກໍໄດ້ລົງມືກໍ່ສ້າງຕຶກ A (ຕະຫລາດເຊົ້າມໍ 1) ແລະ ມາຮອດຕົ້ນປີ 2008 ກຸ່ມບໍລິສັດ ເອັກສ໌ຄາລີເບີ ຈຳກັດ ໄດ້ເຮັດສັນຍາມອບສິດໃຫ້ບໍລິສັດ ຮົວຊິນພັດທະນາ ຈຳກັດ ເປັນຜູ້ລົງທຶນກໍ່ສ້າງຕຶກ B (ຕະຫລາດເຊົ້າມໍ 2), ຂອງໂຄງການຕະຫລາດເຊົ້າຊອບປິ້ງມໍ ແລະ ມາຮອດປັດຈຸບັນ ການກໍ່ສ້າງກໍໄດ້ສຳເລັດໂດຍພື້ນຖານ ແລະ ໃນໄລຍະຜ່ານມາ ກໍເຫັນວ່າພົບກັບຄວາມຫຍຸ້ງຍາກ ໃນການຈັດຕັ້ງບໍລິຫານ ແລະ ຕ່າງຝ່າຍຕ່າງອ້າງເປັນເຈົ້າຂອງສິດ ໃນການບໍລິຫານຈັດການຕຶກດັ່ງກ່າວ, ດັ່ງນັ້ນ ພາກສ່ວນກ່ຽວຂ້ອງຂອງລັດ ໄດ້ມີການປຶກສາຫາລື ຮ່ວມກັບຜູ້ພັດທະນາໂຄງການທັງສອງບໍລິສັດ ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ.

ປັດຈຸບັນ ກຸ່ມບໍລິສັດ ເອັກສ໌ຄາລີເບີ ຈຳກັດ, ຊຶ່ງເປັນຜູ້ໄດ້ຮັບສິດສຳປະທານໂຄງການຊອບປິ້ງມໍ ແລະ ທັງເປັນຄູ່ສັນຍາກັບລັດຖະບານ ຕາມສັນຍາແມ່ບົດການສຳປະທານ ໂຄງການພັດທະນາຕະຫລາດເຊົ້າຄືນໃໝ່ ແລະ ປັບປຸງຍົກລະດັບຕະຫລາດເຊົ້າວຽງຈັນ, ມີໜັງສືມອບໂອນຄວາມຮັບຜິດຊອບຕຶກ B ໃຫ້ແກ່ ບໍລິສັດ ຮົວຊິນພັດທະນາ ຈຳກັດ ເປັນຜູ້ມີສິດການບໍລິຫານຈັດການ ຕາມໜັງສືມອບໂອນ ແລະ ໜັງສືມອບສິດ ຂອງບໍລິສັດຕະຫລາດເຊົ້າ ຊອບປິ້ງມໍ ຈຳກັດ ແລະ ມອບສິດໃຫ້ບໍລິສັດ ຮົວຊິນພັດທະນາ ຈຳກັດ ເປັນຜູ້ບໍລິຫານ ແລະ ຄຸ້ມຄອງຕຶກ B ຢ່າງຖືກຕ້ອງຕາມກົດໝາຍ.

ນອກຈາກນີ້ ກະຊວງແຜນການ ແລະ ການລົງທຶນ ຍັງໄດ້ແຈ້ງວ່າ: ທ່ານ ລຸນອິສ໌ກູ ຫລື ກູຈິນເຮັງ ສັນຊາດ ສິງກະໂປ ໃນນາມເປັນຜູ້ບໍລິຫານໃນບໍລິສັດ ຕະຫລາດເຊົ້າຊອບປິ້ງມໍ ແມ່ນບໍ່ມີສ່ວນກ່ຽວຂ້ອງ ໃນໂຄງການຕະຫລາດເຊົ້າຊອບປິ້ງມໍ, ພ້ອມທັງບໍ່ແມ່ນຮຸ້ນສ່ວນ, ຜູ້ບໍລິຫານຈັດການ ແລະ ບໍ່ມີສິດອຳນາດໃດໆ ໃນການຕັດສິນບັນຫາຕ່າງໆຂອງໂຄງການ, ໃນກໍລະນີຂະແໜງການກ່ຽວຂ້ອງ ມີຈຸດປະສົງພົວພັນ ໃຫ້ປະສານໄປຍັງ ຄະນະຜູ້ບໍລິຫານຂອງກຸ່ມບໍລິສັດ ເອັກສ໌ຄາລີເບີ ຈຳກັດ ໄດ້ໂດຍກົງ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...