Homeຂ່າວການພັດທະນາເລີ່ມຈັດຕັ້ງປະຕິບັດ ໂຄງການຄຸ້ມຄອງປ່າໄມ້ ແບບຍືນຍົງໃນລາວ

ເລີ່ມຈັດຕັ້ງປະຕິບັດ ໂຄງການຄຸ້ມຄອງປ່າໄມ້ ແບບຍືນຍົງໃນລາວ

Published on

ວັນທີ 24 ກຸມພາຜ່ານມານີ້, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ກະຊວງກະສິກຳ ແລະ ປ່າໄມ້, ໄດ້ຈັດກອງປະຊຸມ ເພື່ອລິເລີ່ມໂຄງການສະໜັບສະໜູນ ການຄຸ້ມຄອງປ່າໄມ້ແບບຍືນຍົງ, ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການໄຈກາ ແລະ ບໍລິສັດ ໂກກູໄຊ ກັອກໂຍ (Kokusai Kogyo), ໂຄງການດັ່ງກ່າວຈະດຳເນີນໄປ 5 ປີ, ນັບແຕ່ເດືອນພະຈິກ 2015 ເປັນຕົ້ນໄປ, ໂດຍແບ່ງອອກເປັນ 2 ໄລຍະຄື:  ແຕ່ເດືອນພະຈິກ 2015 ເຖິງ ເດືອນທັນວາ 2017 ແລະ ແຕ່ເດືອນມັງກອນ 2018 ເຖິງ ເດືອນຕຸລາ 2020 ເພື່ອເພີ່ມທະວີການຄຸ້ມຄອງປ່າໄມ້ແບບຍືນຍົງ ໃຫ້ມີຄວາມເຂັ້ມແຂງ, ໂດຍນຳເອົາວຽກງານຕ່າງໆ ມາເຊື່ອມເຂົ້າໃນຍຸດທະສາດຂອງຂະແໜງການ ແລະ ປັບປຸງແຫລ່ງຂໍ້ມູນຂ່າວສານດ້ານປ່າໄມ້, ໃນໂອກາດນີ້ ພາກສ່ວນກ່ຽວຂ້ອງ ຍັງໄດ້ແນະນຳກ່ຽວກັບສະພາບລວມຂອງໂຄງການດັ່ງກ່າວ ໃຫ້ທີ່ປະຊຸມໄດ້ຮັບຮູ້ ແລະ ເຂົ້າໃຈ, ພ້ອມທັງແນະນຳ ແລະ ປຶກສາຫາລື ກ່ຽວກັບກິດຈະກຳຕ່າງໆຂອງໂຄງການ ແລະ ໄດ້ກຳນົດວຽກງານຕ່າງໆ ເພື່ອປະສານງານກັບໂຄງການອື່ນໆ. ນອກນີ້ ທີ່ປະຊຸມຍັງໄດ້ ຄາດຄະເນຜົນໄດ້ຮັບ ໃນແຕ່ລະໄລຍະຈັດຕັ້ງປະຕິບັດຜ່ານມາ ເພື່ອເຮັດໃຫ້ວຽກງານຕ່າງໆຂອງໂຄງການ ດຳເນີນໄປຢ່າງມີປະສິດທິຜົນ.

ກອງປະຊຸມດັ່ງກ່າວ ພາຍໃຕ້ການເປັນປະທານຂອງ ທ່ານຫົວໜ້າກົມຄຸ້ມຄອງຊັບພະຍາກອນປ່າໄມ້, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີບັນດາພາກສ່ວນຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...