Homeຂ່າວການພັດທະນາອີຢູສະໜອງທຶນ 7 ລ້ານເອີໂຣ ແກ່ໂຄງການຂອງອົງການຈັດຕັ້ງສັງຄົມ ແລະ ອົງການປົກຄອງທ້ອງຖິ່ນ

ອີຢູສະໜອງທຶນ 7 ລ້ານເອີໂຣ ແກ່ໂຄງການຂອງອົງການຈັດຕັ້ງສັງຄົມ ແລະ ອົງການປົກຄອງທ້ອງຖິ່ນ

Published on

ສະຫະພາບເອີຣົບ (ອີຢູ) ຈະສະໜອງວົງເງິນ7 ລ້ານເອີໂຣ, ໂດຍຜ່ານການຂຽນບົດສະເໜີຂໍໂຄງການ ເພື່ອເຂົ້າຮ່ວມຄັດເລືອກ ໃນການສະໜັບສະໜູນບັນດາໂຄງການລິເລີ່ມຂອງ ອົງການຈັດຕັ້ງສັງຄົມ ແລະ ອົງການປົກຄອງທ້ອງຖີ່ນ ທີ່ປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກໃນ ສປປ ລາວ, ເຊິ່ງເປົ້າໝາຍຂອງແຜນງານນີ້ ແມ່ນເພື່ອຍົກສູງຄວາມສາມາດ ອົງການຈັດຕັ້ງທາງສັງຄົມຂອງລາວ ແລະ ອົງການປົກຄອງທ້ອງຖີ່ນ ໃນການປະກອບສ່ວນ ເຂົ້າໃນການລືບລ້າງຄວາມທຸກຍາກ ແລະ ບັນລຸເປົ້າໝາຍແຫ່ງການພັດທະນາຂອງຊາດ.

ວົງເງິນສ່ວນທຳອິດຈຳນວນ 6,4 ລ້ານເອີໂຣ, ຈະສະໜອງໃຫ້ແກ່ໂຄງການຂອງອົງການຈັດຕັ້ງທາງສັງຄົມ, ສ່ວນອີກ 6 ແສນເອີໂຣ ແມ່ນຈະສະໜອງໃຫ້ແກ່ ບັນດາໂຄງການຂອງອຳນາດການປົກຄອງທ້ອງຖິ່ນໃນລາວ.

ທ່ານ ມີແຊນ ໂກແຟງ ອຸປະທູດອີຢູ ກ່າວໃນກອງປະຊຸມແຈ້ງການຊ່ວຍເຫຼືອ ທີ່ເຂົ້າຮ່ວມໂດຍຜູ້ຕາງໜ້າອົງການຈັດຕັ້ງທາງສັງຄົມ ແລະ ອົງການປົກຄອງທ້ອງຖີ່ນວ່າ: ສະຫະພາບເອີຣົບ ມີຄວາມໝຸ້ງໝັ້ນ ໃນການປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍ ແລະ ຄວາມສາມາດ ແກ່ອົງການຈັດຕັ້ງທາງສັງຄົມ ແລະ ອົງການປົກຄອງທ້ອງຖິ່ນໃນທົ່ວໂລກ ກໍຄືໃນລາວຜ່ານແຜນງານນີ້, ພວກເຮົາເຊື່ອວ່າ ບົດບາດຂອງອົງການຈັດຕັ້ງທາງສັງຄົມ ແລະ ອຳນາດການປົກຄອງທ້ອງຖີ່ນ ແມ່ນມີຄວາມສຳຄັນ ຕໍ່ການປະກອບສ່ວນເຂົ້າໃນການພັດທະນາປະເທດ, ໂດຍສະເພາະແມ່ນ ພາລະກິດໃນການຫຼຸດຜ່ອນຄວາມທຸກຍາກ.

ການປະກອບສ່ວນຂອງອົງການຈັດຕັ້ງທາງສັງຄົມ ແກ່ການບັນລຸເປົ້າໝາຍສະຫັດສະວັດ ໄດ້ຮັບການຍອມຮັບຈາກລັດຖະບານລາວ, ການມີສ່ວນຮ່ວມຂອງເຂົາເຈົ້າ ໃນຂະແໜງການພັດທະນາ ໄດ້ນຳເອົາການປ່ຽນແປງອັນສຳຄັນ ກ້າວໄປສູ່ການບັນລຸເປົ້າໝາຍສະຫັດສະວັດ ເພື່ອການພັດທະນາ(MDGs) ລວມທັງການສ້າງຄວາມສາມາດ ໃຫ້ແກ່ອົງການຈັດຕັງທາງສັງຄົມຂອງລາວ ແລະ ອຳນາດການປົກຄອງທ້ອງຖີ່ນອີກດ້ວຍ.

ອົງການຈັດຕັ້ງທີ່ສາມາດຂໍທຶນ ພາຍໃຕ້ກອບແຜນງານນີ້ປະກອບມີ: ອົງການຈັດຕັ້ງທັງສັງຄົມຂອງເອີຣົບ ແລະ ຂອງລາວ ແລະ ອຳນາດການປົກຄອງທ້ອງຖິ່ນ. ນອກນີ້ ອີຢູຍັງຈະໄດ້ຈັດການຝຶກອົບຮົມ ກ່ຽວກັບວິທີຂຽນບົດສະເໜີຂໍທຶນໂຄງການ ຈາກສະຫະພາບເອີຣົບ ເພື່ອຊ່ວຍໃຫ້ບັນດາອົງການຈັດຕັ້ງທາງສັງຄົມ ແລະ ພະນັກງານຂອງອົງການປົກຄອງທ້ອງຖີ່ນ ສາມາດຂຽນບົດຂໍໂຄງການໄດ້ຢ່າງມີປະສິດທິພາບ ແລະ ຖືກຕ້ອງຕາມເງື່ອນໄຂຕ່າງໆທີ່ກຳນົດໄວ້.

ບັນດາກິດຈະກຳພາຍໃຕ້ກອບແຜນງານ ສຳລັບອົງການຈັດຕັ້ງທາງສັງຄົມ ແລະ ອຳນາດການປົກຄອງທ້ອງຖິ່ນນີ້, ຈະຊ່ວຍຊຸກຍູ້ແຜນງານການຮ່ວມມື ຂອງສະຫະພາບເອີຣົບໃນລາວ, ເຊິ່ງກວມເອົາສາມຂະແໜງການຫຼັກຄື: ການປົກຄອງ, ໂພຊະນາການ ແລະ ການສຶກສາ.  ແຜນງານນີ້, ໄດ້ເລີ່ມຕົ້ນໃນລາວແຕ່ປີ 2007 ເປັນຕົ້ນມາ ແລະ ປັດຈຸບັນກໍໄດ້ສະໜອງທຶນໄປແລ້ວຫຼາຍກ່ວາ 15 ໂຄງການ ທີ່ພວມຈັດຕັ້ງປະຕິບັດ ເພື່ອປະກອບສ່ວນ ເຂົ້າໃນການບັນລຸເປົ້າໝາຍແຫ່ງການພັດທະນາໃນລາວ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...