spot_img
Homeຂ່າວຕ່າງປະເທດອິນໂດ ກຽມກວາດລ້າງການຄ້າປະເວນີ ກັງວົນທຳລາຍອະນາຄົດຂອງຊາດ

ອິນໂດ ກຽມກວາດລ້າງການຄ້າປະເວນີ ກັງວົນທຳລາຍອະນາຄົດຂອງຊາດ

Published on

ເມື່ອວັນທີ 24 ກຸມພາ ສຳນັກງານຂ່າວເອທີພີລາຍງານວ່າ ທາງການອິນໂດເນເຊຍມີແຜນກຽມທີ່ຈະປິດແຫ່ງຄ້າປະເວນີທີ່ມີການດຳເນີນຢູ່ທັງໝົດໃນປະເທດໃຫ້ໄດ້ພາຍໃນ 2018 ໃນການໂຄສະນາອົບຮົມປາບປາມການຄ້າປະເວນີ ຫຼັງບັນຫານີ້ເປັນປະເດັນຖົກຖຽງກັນມາເປັນເວລາດົນ ແລະນຳມາສູ່ກັນຊຸກຍູ້ໃຫ້ຈັດການກວດລ້າງແຫຼ່ງປະເວນີໃນປະເທດ.

ຈາກການເປີດເຜີຍຂອງ ຊອນນີ ມານາລູ ເຈົ້າໜ້າທີ່ລະດັບສູງໃນກະຊວງກິດຈະການສັງຄົມຂອງອິນໂດເນເຊຍລະບຸວ່າ ລັດຖະບານຈະສັ່ງການໃຫ້ເຈົ້າໜ້າທີ່ທ້ອງຖິ່ນປິດແຫ່ງຄ້າປະເວນີທີ່ມີຢູ່ທັງໝົດ 100 ແຫ່ງທົ່ວປະເທດ “ເຊື່ອວ່າ ແຫ່ງຄ້າປະເວນີຈະເລີ່ມມີຜົນກະທົບໃນທາງລົບຕໍ່ເດັກນ້ອຍທີ່ອາໄສຢູ່ໃນພື້ນທີ່ໃກ້ຄຽງ ການຄ້າປະເວນີບໍ່ສາມາດກຳຈັດໃຫ້ໝົດໄປຈາກໂລກໄດ້ ແຕ່ເຮົາຈະຕ້ອງພະຍາຍາມເຮັດ ເພື່ອຢຸດຢັ້ງບໍ່ໃຫ້ສິ່ງດັ່ງກ່າວທຳລາຍເຍົາວະຊົນຂອງເຮົາ”.

ການລົງໂຄສະນາກວາດລ້າງແຫຼ່ງຄ້າປະເວນີຂອງລັດຖະບານອິນໂດເນເຊຍມີຂຶ້ນຫຼັງຈາກບໍ່ເທົ່າໃດອາທິດ ກ່ອນໜ້າມີຄວາມພະຍາຍາມຊຸກຍູ້ທີ່ຈະໃຫ້ຄາລິໂຈໂດ ຊຶ່ງເປັນແຫຼ່ງຄ້າປະເວນີທີ່ຂຶ້ນຊື່ ແລະ ເປັນທີ່ຕັ້ງສະຖານບັນເທີງຊື່ດັງໃນນະຄອນຫຼວງຈາກາຕາ ແລະ ໃຫ້ນຳພື້ນທີ່ດັ່ງກ່າວ ມາປັບສ້າງເປັນສວນສາທາລະນະຂຶ້ນມາແທນ ໂດຍເຈົ້າໜ້າທີ່ທາງການນະຄອນຫຼວງຈາກາຕາຕັດສິນໃຈເຂົ້າດຳເນີນການ ຫຼັງຈາກເກີດອຸບັດເຫດທາງລົດຮຸນແຮງຂຶ້ນ ເມື່ອຕົ້ນເດືອນນີ້ໃນພື້ນທີ່ດັ່ງກ່າວຈາກລາຍຊາຍຜູ້ໜຶ່ງທີ່ເມົາເຫຼົ້າ ຖ້າວ່າແຜນການເຂົ້າຈັດການກັບພື້ນທີ່ນີ້ສ້າງຄວາມບໍ່ພໍໃຈໃຫ້ກັບປະຊາຊົນທີ່ຈະຕ້ອງຖືກໄລ່ ແລະ ເຮືອນຕ້ອງຖືກທຳລາຍໄປກັບການເຂົ້າຈັດລະບຽບພື້ນທີ່ຂອງທາງການ.

ທັງນີ້ ການຄ້າປະເວນີເປັນສິ່ງທີ່ຜິດກົດໝາຍໃນອິນໂດເນເຊຍ ປະເທດທີ່ມີປະຊາກອນມຸດສະລິມຫຼາຍທີ່ສຸດໃນໂລກ ແຕ່ກໍມີການຄ້າປະເວນີແພ່ຫຼາຍໃນຫຼາຍເມືອງໃຫຍ່ຂອງອິນໂດເນເຊຍ ແນວໃດກໍດີ ທີ່ຜ່ານມາລັດຖະບານທ້ອງຖິ່ນໄດ້ທຳການປິດຍ່ານໂຄມແດງໄປເຖິງ 68 ແຫ່ງແລ້ວໃນໄລຍະບໍ່ເທົ່າໃດປີທີ່ຜ່ານມາ ຊຶ່ງລວມເຖິງແຖວດອລລີ ໃນເມືອງສຸຣາບາຢາທີ່ເປັນເມືອງໃຫຍ່ອັນດັບ 2 ຂອງອິນໂດເນເຊຍ.

ຂ່າວແຈ້ງອີກວ່າ ລັດຖະບານອິນໂດເນເຊຍ ຍັງໄດ້ຮັບປາກທີ່ຈະຈັດຝຶກອົບຮົມທັກສະການເຮັດວຽກໃຫ້ຄຳປຶກສາ ແລະ ຄວາມຊ່ວຍເຫຼືອແກ່ແຮງງານຄ້າປະເວນີທີ່ບໍ່ມີວຽກເຮັດງານທຳຫຼັງຈາກຍ່ານດັ່ງກ່າວຕ້ອງປິດຕົວລົງນຳ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...