spot_img
HomeມູມໄອທີລາວXiaomi ເປີດໂຕ Mi 5 ສະມາດໂຟນເຮືອທຸງພ້ອມສະເປັກຈັດເຕັັມ

Xiaomi ເປີດໂຕ Mi 5 ສະມາດໂຟນເຮືອທຸງພ້ອມສະເປັກຈັດເຕັັມ

Published on

image

ໃນງານ MWC 2016 ບໍລິສັດຜະລິດສະມາດໂຟນຊື່ດັງຈາກປະເທດຈີນຄື Xiaomi ກໍໄດ້ມີການເປີດໂຕສະມາດໂຟນໃໝ່ໃນນາມວ່າ Mi 5

image

ສຳລັບສະເປັກຢ່າງເປັນທາງການຂອງ Xiaomi Mi 5 ມີດັ່ງນີ້:

+ ໜ້າຈໍ:
– ຂະໜາດຈໍ 5.15 ນິ້ວ
– ຄວາມລະອຽດ Full HD (1080 x 1920)
– ປ້ອງກັນດ້ວຍ Gorilla Glass 4

+ ໃຊ້ງານຊິບປະມວນຜົນ Snapdragon 820 ມີ 3 ລຸ້ນຄື:
– ສຳລັບລຸ້ນມາດຕະຖານຄວາມໄວແມ່ນ 1.8GHz ແລະ RAM 3GB LPDDR4 1333MHz (Standard edition)

– ສຳລັບລຸ້ນລະດັບສູງຄວາມໄວແມ່ນ 2.15GHz ແລະ RAM 3GB LPDDR4 1866MHz (High edition)

– ສຳລັບລຸ້ນພິເສດຄວາມໄວແມ່ນ 2.15GHz ແລະ RAM 4GB LPDDR4 1866MHz (Ceramic exclusive)

+ ພື້ນທີ່ຈັດເກັບມີ 3 ລຸ້ນຄື:
– ລຸ້ນມາດຕະຖານແມ່ນ 32 GB (Standard edition)
– ລຸ້ນລະດັບສູງແມ່ນ 64 GB (High edition)
– ລຸ້ນພິເສດແມ່ນ 128 GB (Ceramic exclusive)

+ ກ້ອງ:
– ກ້ອງຫຼັງຄວາມລະອຽດ 16 ລ້ານພິກເຊວ, ລະບົບກັນສັ່ນ 4 ແກນ, ຖ່າຍວີດີໂອລະດັບ 4K ແລະໃຊ້ງານເຊັນເຊີ້ Sony IMX 298

– ກ້ອງໜ້າຄວາມລະອຽດ 4 ລ້ານພິກເຊວ ພ້ອມກັບກ້ອງ 2.0 ໄມຄຣອນ

image

+ ຄຸນສົມບັດເພີ່ມຕື່ມ:
– ພອຣດ USB Type-C
– ແບັດເຕີຣີ 3000 mAh
– ຮອງຮັບ Quick Charge 3.0
– ນ້ຳໜັກ 129 ກຣາມ
– ຄວາມບາງ 6.9 ມມ
– ມີ 3 ສີ: ສີດຳ, ສີຂາວ ແລະ ສີທອງ

+ ໃຊ້ງານລະບົບປະຕິບັດການ:
– Android 6.0 Marshmallow
– ຄອບດ້ວຍ MIUI 7

image

ສຳລັບມື້ວາງຂາຍແມ່ນວັນທີ 1 ເດືອນມີນານີ້ ເຊິ່ງຕອນນີ້ແມ່ນເປີດໃຫ້ສັ່ງຈອງແລ້ວຢູ່ທີ່ປະເທດຈີນ ແລະ ລາຄາຂອງໂຕເຄື່ອງນັ້ນແບ່ງອອກເປັນ 3 ລຸ້ນດ້ວຍກັນຄື:

– ລຸ້ນມາດຕະຖານແມ່ນ 32 GB ແລະ RAM 3GB (Standard edition) ລາຄາ 2000 ຢວນ (2.480.000 ກີບ)

– ລຸ້ນລະດັບສູງແມ່ນ 64 GB ແລະ RAM 3GB (High edition) 2300 ຢວນ (2.850.000 ກີບ)

– ລຸ້ນພິເສດແມ່ນ 128 GB ແລະ RAM 3GB (Ceramic exclusive) 2700 ຢວນ (3.350.000 ກີບ)

ທີ່ມາ:1,2

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...