Homeຂ່າວພາຍ​ໃນຮ່ວມສະຫຼອງບຸນພະທາດສີໂຄດຕະບອງ

ຮ່ວມສະຫຼອງບຸນພະທາດສີໂຄດຕະບອງ

Published on

ໃນລະຫວ່າງວັນທີ 19-22 ກຸມພາຜ່ານມາໄດ້ ມີງານຕະຫລາດນັດວາງສະແດງສິນຄ້າໃນງານບຸນນະມັດສະການພະທາດສີໂຄດຕະບອງປະຈຳປີ 2016 ນີ້ ກໍເປັນກິດຈະກຳໜຶ່ງທີ່ສ້າງໃຫ້ງານບຸນດັ່ງກ່າວມີຄວາມຟົດຟຶ້ນມ່ວນຊຶ່ນ ມີຄວາມໝາຍຄວາມສຳຄັນ ແລະເປັນທີ່ໜ້າສົນໃຈໃຫ້ແກ່ພໍ່ແມ່ປະຊາຊົນທີ່ເຂົ້າມາທ່ຽວໃນງານບຸນ ໂດຍເຂົ້າຮ່ວມໃນພິທີເປີດພ້ອມລັ່ນຄ້ອງ 9 ບາດເພື່ອເປັນສິລິມຸງຄຸນໂດຍ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄຳມ່ວນ, ມີບັນດາການນຳຂັ້ນແຂວງ, ຂັ້ນເມືອງ, ຫົວໜ້າ-ຮອງຫົວໜ້າພະແນກ, ບັນດາພາກສ່ວນທຸລະກິດທັງພາຍໃນ ແລະຕ່າງປະເທດ, ຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າຊາວແຂວງຄຳມ່ວນເຂົ້າຮ່ວມ.

ງານຕະຫລາດນັດວາງສະແດງສິນຄ້າໃນຄັ້ງນີ້ຈັດຂຶ້ນ ເພື່ອເປັນການສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນບັນດາເຜົ່າ ໃນທົ່ວແຂວງ, ທັງເປັນການເປີດໂອກາດໃຫ້ທຸກພາກສ່ວນທຸລະກິດພາກລັດ, ພາກເອກະຊົນ, ທັງພາຍໃນ ແລະຕ່າງປະເທດ ໄດ້ນຳເອົາຜະລິດຕະພັນຂອງຕົນມາວາງສະແດງ ເພື່ອໂຄສະນາຂາຍເປັນສິນຄ້າມີໂອກາດພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະກັນ, ສິ່ງສຳຄັນອີກຢ່າງໜຶ່ງ ແມ່ນເພື່ອເປັນການຊຸກຍູ້ໃຫ້ວຽກງານການຄ້າ, ການຜະລິດເປັນສິນຄ້າຕິດພັນ ກັບຕະຫລາດ ແລະສາມາດ ເຊື່ອມໂຍງກັບບັນດາປະເທດໃນອານຸພາກພື້ນກໍຄື ສາກົນໃຫ້ນັບມື້ນັບກວ້າງຂວາງ.

ຊຶ່ງມີພາກສ່ວນຕ່າງໆ ເຂົ້າມາຮ່ວມວາງສະແດງ ແລະຂາຍສິນຄ້າມີຈຳນວນທັງໝົດ 320 ຮ້ານ, ປະກອບມີສິນຄ້າຜະລິດຕະພັນກະສິກຳ, ເຄື່ອງຫັດຖະກຳ-ຕໍ່າແຜ່ນ,ຈັກສານ, ເຄື່ອງປັ້ນດິນເຜົາ, ເຄື່ອງໃຊ້ຄົວເຮືອນ, ເຄື່ອງເຟີນີເຈີ, ຜະລິດຕະພັນໄມ້ ແລະອື່ນໆພ້ອມທັງ ສິນຄ້າໂອ ດ໋ອບ ລາວ-ໄທ ແລະຈາກແຂວງໃກ້ຄຽງ ຊຶ່ງລວມມູນຄ່າສິນຄ້າທັງໝົດ 16 ຕຶ້ກີບ. ໄປພ້ອມໆກັບງານວາງສະແດງ ແລະຂາຍສິນຄ້າແລ້ວໃນງານດັ່ງກ່າວຍັງໄດ້ມີການແຂ່ງຂັນກິລາບານສົ່ງຍິງ-ຊາຍ ພ້ອມທັງມີການແຫ່ຜາສາດເຜີ້ງ ແລະພິທີທາງພຸດທະສາສະໜາ ຊຶ່ງກົງກັບວັນມາຄະບູຊາໃນມື້ເດືອນ 3 ເພັງ ອອກໃໝ່ 15 ຄໍ່າ ແລະມີການຄົບງັນຕາມຮີດຄອງປະເພນີລາວຢ່າງເບີກບານມ່ວນຊື່ນ.

ພ້ອມດຽວກັນນັ້ນໃນ ວັນທີ 22 ກຸມພາ 2016 ກໍເປັນມື້ໃສ່ບາດຖວາຍສັງກະ ທານໃນງານບຸນນະມັດສະການພະທາດສີໂຄດຕະບອງ ຊຶ່ງມີການນຳຂັ້ນແຂວງ, ຂັ້ນເມືອງ, ຊາວພຸດທະສາສະນິກະຊົນທັງພາຍໃນ ແລະຕ່າງປະເທດ ພ້ອມໃຈກັນເຂົ້າສູ່ບໍລິເວນເດີ່ນພະທາດເພື່ອໃສ່ບາດຖວາຍສັງຄະທານແກ່ພະສົງສາມະເນນ ດ້ວຍຈິດໃຈໄສສັດທາ ໂດຍມີບັນດາການນຳທີ່ເຂົ້າຮ່ວມໃນພິທີໃສ່ບາດໃນຄັ້ງນີ້ມີທ່ານ ຄຳໃບ ດຳລັດ ວ່າການປະທານສູນກາງແນວລາວສ້າງຊາດ, ທ່ານ ໂອໄດ ສຸດາພອນ ເຈົ້າແຂວງຄຳມ່ວນ, ມີບັນດາທ່ານໃນຄະນະນຳຂອງແຂວງ ຕະ
ຫຼອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າຊາວແຂວງຄຳມ່ວນກໍຄືຊາວພຸດທະສາສະນິກະຊົນທົ່ວໄປ ເຮັດໃຫ້ເດີ່ນພະທາດສີໂຄດຕະບອງໜາແໜ້ນໄປດ້ວຍມວນຊົນ.

ທີ່ມາ: ນສພ ເສດຖະກິດ-ສັງຄົມ

logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...